ຂ່າວດີ ! ຜູ້ຕິດເຊື້ອ ໂຄວິດ19 ຢູ່ ແຂວງວຽງຈັນ ໄດ້ຮັບການປິ່ນປົວດີອີກ 4 ຄົນ

603

ແຂວງວຽງຈັນອອນລາຍ – Viengchanh News ເພຈທາງການຂອງແຂວງວຽງຈັນລາຍງານວ່າ: ພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ 4 ກໍລະນີ ທີ່ໄດ້ປິ່ນປົວຢູ່ສູນ ໂຄວິດ ແຂວງວຽງຈັນ ໄດ້ມີຂຶ້ນໃນວັນທີ 10 ພຶດສະພາ 2021 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ອິນປອນ ມະນີແສງ  ຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວຫນ້າຄະນະສະເພາະກິດຕອບໂຕ້ ແລະ ສະກັດກັ້ນ ພະຍາດໂຄວິດ 19 ແຂວງ, ມີບັນດາຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ, ແພດໝໍ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ດຣ ນາງ ພານາລອນ ອຸໄທທິບ ວິຊາການປິ່ນປົວໂຄວິດແຂວງວຽງຈັນ ກ່າວວ່າ: ຜູ້ທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ 19 ໃນທົ່ວແຂວງວຽງຈັນມີທັງຫມົດ 18 ກໍລະນີ ຍິງ 13 ຄົນ,ຊາຍ 5 ຄົນ,ໃນນີ້ແມ່ນໄດ້ປິ່ນປົວດີແລ້ວ 3 ກໍລະນີ ແລະ ໄດ້ຈັດສົ່ງກັບບ້ານໄປແລ້ວ ໃນອາທິດທີ່ຜ່ານມາ.

ສຳລັບກໍລະນີທີ່ຍັງເຫລືອໄດ້ສືບຕໍ່ປິ່ນປົວມາຮອດມື້ນີ້ ວັນທີ 10 ພຶດສະພາ 2021 ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມຈັດສົ່ງກັບບ້ານເປັນຊຸດທີ 2 ອີກ 4 ຄົນ, ໃນນັ້ນ ມີນາງ ກິຕ່າ ອາຍຸ 21 ປີ ບ້ານໃໝ່ ເມືອງໂພນໂຮງ, ນາງ ຕຸ້ມ ອາຍຸ 22 ປີ ບ້ານເມືອງໝື່ນ ເມືອງໝື່ນ, ທ້າວ ເພັດກະໄຊ ອາຍຸ 23 ປີ ບ້ານນາຊູ ເມືອງໂພນໂຮງ ແລະ ທ້າວ ຈັນສະໝອນ ອາຍຸ 29 ປີ ບ້ານທ່າຊັນ ເມືອງແກ້ວອຸດົມ ແຂວງວຽງຈັນ. ປະຈຸບັນຍັງເຫລືອ 11 ຄົນ(ຍິງ 9 ຄົນ) ທີ່ກຳລັງປິ່ນປົວຢູ່.

ທ່ານ ດຣ ສົມບັດ ດວງພະຈັນ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ ກ່າວວ່າ: ທັງ 4 ຄົນນີ້ ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມທັງສົ່ງກັບບ້ານ ແຕ່ຈະຕ້ອງໄດ້ມີການກັກບໍລິເວນໂຕເອງໃຫ້ເຂັ້ມງວດຕື່ມອີກ 14 ມື້ຄືກັບຕອນຢູ່ໃນໂຮງໝໍ ໂດຍມອບໃຫ້ຄະນະສະເພາະກິດຂັ້ນເມືອງ ແລະ ອຳນາດການປົກຄອງບ້ານເພື່ອຕິດຕາມ,ກວດກາຄືນ ເຊື້ອພະຍາດໂຄວິດ19 ຕື່ມອີກ ເພື່ອສ້າງຄວາມແນ່ໃຈວ່າເຊື້ອ ໂຄວິດ 19 ຫາຍຂາດ 100% ເພື່ອໃຫ້ໄດ້ໃຊ້ຊິວິດ ແລະ ດຳລົງຊີວິດແບບປົກກະຕິໃນຄອບຄົວ ແລະ ສັງຄົມ.

ຂ່າວ : ບຸນມາ ແກ້ວບຸດດາ.