ກົດໝາຍກິລາ-ກາຍຍະກໍາ: ກິລາ-ກາຍຍະກໍາ ສໍາລັບສຸຂະພາບ-ຄົນພິການ-ຜູ້ອອກແຮງງານ

867

ຮູ້ຈັກກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ);  ມື້ນີ້ຈະນຳສະເໜີໃຫ້ຮູ້ໃນ ພາກທີ 2 ກິລາ-ກາຍຍະກໍາ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວ 11-13 ມາດຕາມາແລ້ວ
ມີ້ນີ້ເຮົາມາຮູ້ນໍາກັນວ່າພາກທີ 2 ຈະເປັນແນວໃດ ເລີ່ມຈາກມາດຕາ 14-16 ດັ່ງນີ້:

ມາດຕາ 14 (ປັບປຸງ) ກິລາ-ກາຍຍະກໍາ ເພື່ອສຸຂະພາບ
ກິລາ-ກາຍຍະກໍາ ເພື່ອສຸຂະພາບ ແມ່ນ ຂະບວນການຫັດກາຍຍະບໍລິຫານ, ການອອກກໍາ ລັງກາຍ, ການຫຼິ້ນກິລາ, ການຍ່າງ, ການແລ່ນ, ເຕັ້ນອາເອໂຣບິກ, ໂຍຄະ, ການຢືດຢຽດ, ເຕັ້ນເຊຍລິດເດີ ແລະ ຂະບວນການແຂ່ງຂັນກິລາ-ກາຍຍະກໍາປະເພດຕ່າງໆ ເພື່ອເສີມສ້າງສຸຂະພາບແຂງແຮງ ທາງດ້ານຮ່າງກາຍ ແລະ ຈິດໃຈ, ສ້າງຄວາມສາມັກຄີ, ຄວາມມ່ວນຊື່ນ.
ລັດ ແລະ ສັງຄົມ ສ້າງເງື່ອນໄຂ, ສົ່ງເສີມໃຫ້ພົນລະເມືອງ ທຸກເພດ, ທຸກໄວ ໄດ້ເຄື່ອນໄຫວ ຝຶກເເອບ, ຝຶກຊ້ອມ, ຫຼິ້ນ, ສະແດງ ແລະ ແຂງຂັນກິລາ-ກາຍຍະກໍາ ຢ່າງເປັນປົກກະຕິ.
ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງເອົາໃຈໃສ່ໂຄສະນາສຶກສາອົບຮົມ ໃຫ້ພົນລະເມືອງ, ຜູ້ອາຍຸສູງ, ແມ່ຍິງ ມີຄວາມຕື່ນຕົວ ແລະ ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາ ໃຫ້ເປັນຂະບວນ ຟົດຟື້ນ ແລະ ສະໝໍາສະເໝີ.

ມາດຕາ 15 (ປັບປຸງ) ກິລາ-ກາຍຍະກໍາ ສໍາລັບຄົນພິການ
ກິລາ-ກາຍຍະກໍາ ສໍາລັບຄົນພິການ ແມ່ນຂະບວນການຫຼິ້ນກິລາ-ກາຍຍະກໍາ, ການແຂ່ງ ຂັນກິລາຄົນພິການປະເພດຕ່າງໆ ຕາມກົດລະບຽບ, ເຕັກນິກ ແລະ ກະຕິກາ ການແຂ່ງຂັນກິລາຄົນພິການ ສາກົນ.
ລັດ ສົ່ງເສີມໃຫ້ຄົນພິການ ໄດ້ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາ ເພື່ອສຸຂະພາບ ທາງດ້ານຮ່າງກາຍ, ສ້າງຄວາມມ່ວນຊື່ນ, ຄວາມເຂັ້ມແຂງທາງດ້ານຈິດໃຈ ເຊື່ອມຕົວເຂົ້າສັງຄົມເປັນຢ່າງດີ, ພ້ອມກັນນັ້ນ ລັດມີນະໂຍບາຍສົ່ງເສີມໃຫ້ບຸກຄົນ, ການຈັດຕັ້ງສັງຄົມ ອຸປະຖໍາກິລາ-ກາຍຍະກໍາ ສໍາລັບຄົນພິການ. ລັດ ແລະ ສັງຄົມ ປະຕິບັດລະບອບອຸດຫນູນ ຕໍ່ນັກກິລາ-ກາຍຍະກໍາຄົນພິການ ໃນການຝຶກແອບ, ຝຶກຊ້ອມ ແລະ ການເຂົ້າຮ່ວມການແຂ່ງຂັນຊິງລາງວັນລະດັບທ້ອງຖິ່ນ, ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ອົງການຄຸ້ມຄອງກິລາ-ກາຍຍະກໍາທຸກຂັ້ນ ຕ້ອງປະສານສົມທົບກັບອົງການການຈັດຕັ້ງສັງຄົມ ສ້າງເງື່ອນໄຂໃຫ້ຄົນພິການເຂົ້າຮ່ວມຂະບວນການກິລາ-ກາຍຍະກໍາ ພ້ອມກັນນັ້ນ ກໍຕ້ອງຄົ້ນຄວ້າອອກ ແບບກິດຈະກໍາ, ຫຼັກສຸດ, ຕໍາລາ ກິລາ-ກາຍຍະກໍາ ໃຫ້ສອດຄ່ອງກັບຄົນພິການແຕ່ລະປະເພດ.

ມາດຕາ 16 (ປັບປຸງ) ກິລາ-ກາຍຍະກໍາ ສໍາລັບຜູ້ອອກແຮງງານ
ກິລາ-ກາຍຍະກໍາ ສໍາລັບຜູ້ອອກແຮງງານ ແມ່ນຂະບວນການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ, ຫຼິ້ນກິລາ, ການຍ່າງ, ການແລ່ນ, ເຕັ້ນອາເອໂຣບິກ, ໂຍຄະ ແລະ ຂະບວນການແຂ່ງຂັນ ກິລາ-ກາຍຍະກໍາປະເພດຕ່າງໆ ເພື່ອເສີມສ້າງສຸຂະພາບແຂງແຮງ ທາງດ້ານຮ່າງກາຍ ແລະ ຈິດໃຈ, ສ້າງຄວາມ ສາມັກຄີ, ຄວາມມ່ວນຊື່ນ.
ການຈັດຕັ້ງ ແລະ ບຸກຄົນ ທັງພາກລັດ ແລະ ເອກະຊົນ ທີ່ນໍາໃຊ້ແຮງງານ ຕ້ອງຈັດຕັ້ງໃຫ້ຜູ້ ອອກແຮງງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ເຄື່ອນໄຫວກິລາ-ກາຍຍະກໍາ ເພື່ອສົ່ງເສີມສຸຂະພາບ ແລະ ສາມາດປະຕິບັດຫນ້າທີ່ຂອງຕົນຢ່າງເປັນປົກກະຕິ. ກະຊວງສຶກສາທິການ ແລະ ກິລາ ຕ້ອງສົມທົບກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ສ້າງປຶ້ມຄູ່ມືຫັດກາຍຍະບໍລິຫານ, ອອກແບບກິດຈະກໍາກິລາ-ກາຍຍະກໍາ ເພື່ອສຸຂະພາບ ແລ້ວນໍາໄປເຜີຍແຜ່ຢ່າງກວ້າງຂວາງ ເພື່ອຈັດຕັ້ງປະຕິບັດ. ຜູ້ອອກແຮງງານ ກໍຕ້ອງມີຄວາມຕື່ນຕົວເຄື່ອນໄຫວກິລາ-ກາຍຍະກໍາ ຢ່າງເປັນປົກກະຕິ ຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ.