ຊົມເຊີຍແພດໝໍແຂວງສາລະວັນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີອີກ 5 ຄົນ

429

ໜັງສືພິມສາລະວັນລາຍງານວ່າ: ແຂວງສາລະວັນ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເພີ່ມອີກ 5 ຄົນ, ມີຊື່ວ່າ: ທ້າວ ຍົກ ອາຍຸ 26ປີ ບ້ານ ຫຼັກສອງ, ທ້າວ ຄອນສະຫວັນ ອາຍຸ 27 ປີ ບ້ານ ນາກົກໂພ, ນາງ ຢວນ ອາຍຸ 19 ປີ ບ້ານຫຼັກສອງ, ນາງ ຄໍາຫລ້າ ອາຍຸ 23 ປີ ບ້ານໂພນແກ້ວ, ນາງ ສຸກສາລາຄອນ ອາຍຸ 19 ປີ ບ້ານຂົວເສັດ.

ຈຳນວນຜູ້ກ່ຽວກວດພົບເຊື້ອໂຄວິດ-19 ໃນຄັ້ງວັນທີ 24 ເມສາ 2021 ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ເປັນຈໍານວນ 14 ວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍຢ່າງປົກກະຕິ ແລະຕໍ່ເນື່ອງຈົນເຮັດໃຫ້ອາການຂອງພວກຜູ້ກ່ຽວດີຂຶ້ນ, ແລ້ວກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ, ພາຍຫຼັງກວດອີກ 3 ຄັ້ງແມ່ນບໍ່ພົບເຊື້ອ ແລະອາການຂອງພວກຜູ້ກ່ຽວແມ່ນບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ
ເໝືອນຄົນປົກກະຕິທົ່ວໄປ.


ພິທີຈັດສົ່ງຜູ້ປິ່ນປົວຫາຍດີກັບບ້ານໄດ້ຈັດຂຶ້ນຕອນແລງວັນທີ 7 ພຶດສະພາ 2021 ທີ່ໂຮງໝໍແຂວງສາລະວັນ, ໂດຍມີິທ່ານດຣ ຄໍາຄ້າຍ ຄໍາສິງສະຫວັດ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ປັດຈຸບັນແຂວງສາລະວັນ ລວມມີຜູ້ຕິດເຊື້ອທັງໝົດ 12 ຄົນ ແລະ ປິ່ນປົວຫາຍດີແລ້ວ 6 ຄົນ ແລະພວມກຳລັງປິນປົວ 6 ຄົນ.

ໂດຍ: ກິນດາວັນ ອ້ວນນາຄູ