ປູກຜັກຫອມປ້ອມແນວໃດໃຫ້ໄດ້ຜົນ?

694

ຜັກຫອມປ້ອມເປັນຜັກທີ່ໃຊ້ບໍລິໂພກສ່ວນໃບ, ລຳຕົ້ນ ແລະ ຮາກ. ສາມາດໃຊ້ປະກອບອາຫານໄດ້ຫຼາຍໆຢ່າງເຮັດໃຫ້ມີກິ່ນຫອມຊວນຢາກ ແລະ ລົດຊາດດີ ໂດຍຫອມຊະນິດນີ້ສາມາດປູກຂາຍເປັນສິນຄ້າໄດ້ນໍາອີກ.

ຄໍລຳກະສິກຳມື້ນີ້ຈະນຳພາທ່ານຜູ້ອ່ານໄປຮຽນຮູ້ເຕັກນິກໃນການປູກຜັກຫອມປ້ອມເພື່ອເປັນປະໂຫຍດໃນການນຳໄປປັບໃຊ້ໃນການປະຕິບັດຕົວຈິງ.

1. ລັກສະນະທົ່ວໄປຂອງຫອມປ້ອມ.

ຜັກຫອມປ້ອມເປັນຜັກປະເພດພືດລົ້ມລຸກ, ອາຍຸສັ້ນປະມານ 40-50 ວັນ ລຳຕົ້ນຕ່ຳ, ຮາກ, ໃບ ,ດອກ ແລະ ເມັດມີກິ່ນຫອມ ສາມາດນຳໄປປະຕິບັດເປັນຢາສະໝຸນໄພໄດ້ ແລະ ປະກອບປຸງແຕ່ງອາຫານໄດ້ຫຼາຍຊະນິດ. ຫອມປ້ອມສາມາດປູກ ແລະ ຈະເລີນເຕີບໂຕໄດ້ໃນດິນຫຼາຍປະເພດແຕ່ດີທີ່ສຸດແມ່ນດິນຊາຍແກມຕົມ, ສາມາດລະບາຍນ້ຳໄດ້ດີແຕ່ໃຫ້ດິນມີຄວາມຊຸ່ມຊື່ນພໍສົມຄວນ.

ไม่มีคำอธิบายรูปภาพ

2. ແນວພັນ.

ແນວພັນທີ່ປູກໃນບ້ານເຮົາມີ 2 ຊະນິດຄື:

• ແນວພັນພື້ນເມືອງ: ມີລັກສະນະຕົ້ນນ້ອຍ, ອອກດອກໄວ, ອາຍຸສັ້ນ, ແລະ ມີກິ່ນຫອມຫຼາຍ.

• ແນວພັນອາຟຣິກກາ: ມີລັກສະນະຕົ້ນໃຫຍ່, ໃບໃຫຍ່ຫນາ, ກິ່ນບໍ່ຫອມປານໃດ ແລະ ມີອາຍຸຍາວກວ່າພັນພື້ນເມືອງ.

3. ການກະກຽມດິນປູກ

ຄວນຂຸດ ຫຼື ໄຖດິນເລິກປະມານ 15-20 ຊັງຕີແມັດ, ຕາກແດດໄວ້ປະມານ 5-7 ວັນ. ແລ້ວໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມປົນເຂົ້າກັບດິນ. ຫຼັງຈາກນັ້ນຄາດ ຫຼື ພວນດິນໃຫ້ລະອຽດແລ້ວເຮັດເປັນໜານ.

ไม่มีคำอธิบายรูปภาพ

4. ຂັ້ນຕອນການປູກ.

ການປູກຜັກຫອມປ້ອມ, ກ່ອນຈະປູກເອົາເມັດພັນທີ່ກຽມໄວ້ໄປປູກນັ້ນຄວນຕຳໃຫ້ແຕກເອົາແຊ່ໃສ່ນ້ຳໜຶ່ງຄືນແລ້ວນຳໄປປູກ; ກ່ອນປູກຄວນຫົດນ້ຳໃຫ້ທົ່ວໜານ ນຳເອົາເມັດພັນທີ່ກຽມໄວ້ຫວ່ານລົງໜານໃຫ້ທົ່ວເອົາດິນຖົມບາງໆ, ປົກຄຸມດ້ວຍເຟືອງແຫ້ງໃຫ້ອີກຊັ້ນເພື່ອບໍ່ໃຫ້ເມັດພືດກະທົບຖືກແສງແດດຈະເຮັດໃຫ້ເມັດພັນພືດຕາຍໄດ້ ແລ້ວຈາກນັ້ນກໍຫົດນ້ຳໃຫ້ມີຄວາມຊຸ່ມຊື່ນພໍດີ.

ไม่มีคำอธิบายรูปภาพ

5. ການບົວລະບັດຮັກສາ ແລະ ເກັບກ່ຽວ.

ຫົດນ້ຳໃຫ້ສະໝ່ຳສະເໝີ, ໃສ່ຝຸ່ນພໍດີ ແລະ ພຽງພໍ; ການໃສ່ຝຸ່ນແມ່ນໃຫ້ໃສ່ຝຸ່ນຄອກ ຫຼື ຝຸ່ນວິທະຍາສາດ ສູດ N:P:K ສູດ 20:11:11 ໃນອັດຕາສ່ວນ 300 ກິໂລຕໍ່ 1 ເຮັກຕາໂດຍແບ່ງໃສ່ 3 ຄັ້ງ; ຄັ້ງທີ1 ເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ, ຄັ້ງທີ 2, ເມື່ອພືດອາຍຸໄດ້ປະມານ 10-20 ວັນ, ຄັ້ງທີ 3 ເອົາຝຸ່ນທີ່ເຫຼືອຈາກຄັ້ງທີ 1 ແລະ ຄັ້ງທີ 2 ແລ້ວເອົາປະສົມກັບປຸ໋ຍຢູເລ ປະມານ 20-30 ກິໂລເພື່ອເລັ່ງຕໍ່ການຈະເລີນເຕີບໂຕຂອງລຳຕົ້ນ ແລະ ໃບ ຫຼັງຈາກນັ້ນ 40 ວັນ ຂຶ້ນໄປທ່ານສາມາດເກັບໄປບໍລິໂພກ ຫຼື ຂາຍໄດ້.

อาจเป็นรูปภาพของ ข้อความ

ທີ່ມາ: ກະເສດຍຸກໃໝ່