ຮູ້ຈັກກົດໝາຍ ກິລາ-ກາຍຍະກໍາ ມາດຕາ 9-10 ແນວໃດຈິ່ງເອີ້ນວ່າ ໝວດ – ລາຍການກິລາ

602

ມາຕໍ່ກັບ ກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ຫຼັງຈາກທີ່ປະທານປະເທດໄດ້ອອກລັດຖະດຳລັດເລກທີ 026 ລົງວັນທີ 6 ມັງກອນ 2020 ປະກາດໃຊ້ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ( ສະບັບປັບປຸງ ) ຢ່າງເປັນທາງການ ມື້ນີ້ຈະນຳສະເໜີໃຫ້ຮູ້ໃນ ພາກທີ 2 ບັນຢັດທົ່ວໄປ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວທັງ 8 ມາດຕາຂອງພາກທີ 1.

ມີ້ນີ້ເຮົາມາຮູ້ນໍາກັນວ່າພາກທີ 2 ຈະເປັນແນວໃດ ເລີ່ມຈາກມາດຕາ 9-10 ດັ່ງນີ້:
ພາກທີ II ກິລາ-ກາຍຍະກໍາ
ຫມວດທີ 1. ຫມວດ, ລາຍການ, ລະດັບ ແລະ ຮູບແບບ ກິລາ-ກາຍຍະກໍາ
ມາດຕາ 9 (ປັບປຸງ) ຫມວດກິລາ-ກາຍຍະກໍາ
-ຫມວດກິລາ-ກາຍຍະກໍາ ແມ່ນ ການຈັດຫຼາຍປະເພດກິລາເຂົ້າເປັນຫມວດສະເພາະ ຕາມລັກສະນະຂອງການແຂ່ງຂັນ.

-ກິລາ-ກາຍຍະກໍາ ມີ ສາມຫມວດ ດັ່ງນີ້: 1. ທາງອາກາດ; 2. ທາງບົກ; 3. ທາງນໍ້າ.
ແຕ່ລະຫມວດກິລາ-ກາຍຍະກໍາ ມີ ຫຼາຍປະເພດ. ແຕ່ລະປະເພດຕ້ອງໄດ້ຮັບການຢັ້ງຢືນຈາກ ສະຫະພັນກິລາ-ກາຍຍະກໍາທີ່ກ່ຽວຂ້ອງ ລະດັບທ້ອງຖິ່ນ, ລະດັບຊາດ ໂດຍມີການຮັບຮອງຈາກຂະແຫນງການ ສຶກສາທິການ ແລະ ກິລາ.
ມາດຕາ 10 (ປັບປຸງ) ລາຍການກິລາ-ກາຍຍະກໍາ
ລາຍການກິລາ-ກາຍຍະກໍາ ແມ່ນ ລາຍການແຂ່ງຂັນ ຂອງແຕ່ລະປະເພດກິລາ ຕາມລະບຽບ ແລະ ກະຕິກາ ຂອງແຕ່ລະຄັ້ງ ແລະ ແຕ່ລະປະເພດກິລາ ເປັນຕົ້ນ:

– ປະເພດ ໂດດຈ້ອງ ມີລາຍການ ສິລະປະ, ເປົ້າຫມາຍ ແລະ ອື່ນໆ;
– ປະເພດແລ່ນ ມີລາຍການແລ່ນ ຫນຶ່ງຮ້ອຍແມັດ, ສອງຮ້ອຍແມັດ, ສີ່ຮ້ອຍແມັດ, ຫນຶ່ງ ພັນຫ້າຮ້ອຍແມັດ, ສິບພັນແມັດ, ແລ່ນມາຣາທອນ ແລະ ແລ່ນ ອື່ນໆ;
ປະເພດບານເຕະ ມີລາຍການບານເຕະຊາຍ, ບານເຕະຍິງ;
ປະເພດລອຍນໍ້າ ມີລາຍການ ຫນຶ່ງຮ້ອຍແມັດ, ສອງຮ້ອຍແມັດ, ສີຄູນຫນຶ່ງຮ້ອຍແມັດ, ຫນຶ່ງພັນຫ້າຮ້ອຍແມັດ ແລະ ອື່ນໆ.