ມາເຣຊ ເໝົາຄົນດຽວພາ ແມນຊິຕີ້ ຊະນະ ປາຣີສ 2-0 ສ້າງປະຫວັດສາດເຂົ້າຮອບຊີງບານເຕະ ຢູຟາ

538

ແມນເຊັສເຕີ ຊິຕີ້ ສະໂມສອນຈາກພຣີເມຍລີກ ອັງກິດ ສ້າງປະຫວັດສາດເຂົ້າຮອບຊີງຊະນະເລີດການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ໄດ້ເປັນຄັ້ງທໍາອິດ ຫຼັງຈາກທີ່ສາມາດເອົາຊະນະ ປາຣີສ ແຊງແຊກແມງ 2-0 ໃນຮອບຮອງຊະນະເລີດນັດທີ 2 ເຮັດໃຫ້ເຂົ້າຮອບຊີງດ້ວຍຜົນລວມຊະນະໄປ 4-1 ເມື່ອວັນທີ 4 ພຶດສະພາ ທີ່ຜ່ານມາ.

ນັດດັ່ງກ່າວ ຣິຢາດ ມາເຣຊ ກອງໜ້າຂອງ ແມນເຊັສເຕີ ຊິຕີ້ ເໝົາຄົນດຽວ 2 ປະຕູ, ສ່ວນ ປາຣີສ ຕ້ອງເຫຼືອນັກເຕະ 10 ຄົນຫຼັງຈາກທີ່ ອັງເຄລ ດິມາເຣຍ ໄດ້ຮັບໃບແດງອອກຈາກສະໜາມໄປໃນເຄິ່ງເວລາທີ 2 ກ່ອນຈົບເກມ.

ໄຊຊະນະ 2-0 ເຮັດໃຫ້ ແມນເຊັສເຕີ ຊິຕີ້ ຜ່ານເຂົ້າຮອບຊີງຊະນະເລີດໃນລາຍການນີ້ເປັນຄັ້ງທໍາອິດໃນປະຫວັດສາດ ໂດຍໄປລໍຖ້າພົບທີມຊະນະລະຫວ່າງ ເຊລຊີ ຫຼື ຣີລ ມາດຣິດ ( ແຂ່ງຄືນນີ້ 5 ພຶດສະພາ 2021 )

ນັດຊີງຊະນະເລີດປີນີ້ ຈະຈັດຂຶ້ນໃນວັນທີ 29 ພຶດສະພາ 2021 ທີ່ອິສຕັນບູລ ປະເທດຕວັກກີ.