2ບໍລິສັດມອບເງິນ ແລະ ອຸປະກອນຕ້ານໂຄວິດ19ໃຫ້ແຂວງຊຽງຂວາງ

401

ເມື່ອມໍ່ໆມານີ ທີ່ຫ້ອງວ່າການແຂວງຊຽງຂວາງ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດູ້ດຽວ ໄດ້ມອບເງິນຈຳນວນ100.000.000ກີບ ແລະ ຜ້າອັດປາກ, ເຈວລ້າງມື ມູນຄ່າ50.000.000ກີບ ລວມມູນຄ່າ150.000.000ກີບ ກ່າວມອບໂດຍທ່ານ ສົມລັດ ເມກອາກາດ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ.

ນອກນີ້ຍັງມີບໍລິສັດ ລາວທີທີເເອວ ພັດທະນາກະສິກຳ ແລະ ອຸດສາຫະກຳຈຳກັດ, ໂຮງງານຜະລິດແປ້ງມັນສາຄູ ເມືອງຄຳ ອຸປະຖຳເປັນເງິນຈຳນວນ20.000.000ກີບ ຕາງໜ້າບໍລິສັດມອບໂດຍທ່ານນາງ ຕຽງຄຳ ປານທອງຈັນ ພະນັກງານບັນຊີບໍລິສັດ ລາວທີທີເເອວ ພັດທະນາກະສິກຳ ແລະ ອຸດສາຫະກຳຈຳກັດ ໂຮງງານຜະລິດແປ້ງມັນສາຄູ ເມືອງຄຳ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ.

ທັງສອງບໍລິສັດທີ່ອຸປະຖໍາໃນຄັ້ງນີ້ ໄດ້ກ່າວວ່າ ເງິນ ແລະ ຜ້າອັດປາກ, ເຈວລ້າງມື ແມ່ນເປັນການປະກອບສ່ວນຊ່ວຍເຫຼືອແຂວງຊຽງຂວາງ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ19 ຫັວງວ່າຈະພ້ອມກັນຜ່ານຜ່າວິກິດຄັ້ງນີ້ ໄປດ້ວຍກັນ.

ໂອກາດນີ້ ທ່ານຮອງເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດທັງສອງ ທີ່ມີນຳໃຈ ເສຍສະຫຼະ ປະກອບສ່ວນຊ່ວຍເຫຼືອແຂວງຊຽງຂວາງ ໃນຍາມວິກິດ ເງິນ ແລະ ອຸປະກອນນັ້ນແມ່ນຈະນຳໄປຮັບໃຊ້ເຂົ້າໃນການຕ້ານ ແລະ ສະກັດກັນ ການແຜ່ລະບາດຂອງພະຍາດໂຄວິດ19ຢູ່ແຂວງຊຽງຂວາງ ເພື່ອເຮັດໃຫ້ແຂວງຊຽງຂວາງຜ່ານຜ່າວິກິດຄັ້ງນີ້ໄປດ້ວຍດີ ປະຊາຊົນຍູທ່າງທຳມາຫາກິນຕາມປົກກະຕິ ຟື້ນຟູເສດຖະກິດຂອງແຂວງໃຫ້ເຂັ້ມແຂງຂື້ນເລື້ອຍໆ

 

ຂ່າວ: ບຸນມີ ແສງທຸມມີ