ທ່ານຮອງເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວວຽກງານສະເພາະກິດ ຢູ່ເມືອງໄຊບູລີ ເພື່ອສະກັດກັ້ນການລັກລອບເຂົ້າເມືອງ

666

ເພື່ອຕ້ານ ແລະ ສະກັດກັ້ນ ການລັກລອບຂ້າມມາແບບຜິດກົດໝາຍ ທີ່ບໍ່ຜ່ານການກວດເຊື້ອຂອງປະຊາຊົນ ຈາກປະເທດບ້ານໃກ້ເຮືອນຄຽງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມ ກວດກາ ແລະ ຊຸກຍູ້ການເຝົ້າລະວັງການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງໄຊບູລີ. ໂດຍໃຫ້ການຕ້ອນຮັບຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມຄະນະ.

ທ່ານ ອ່ອນລໍາພັນ ບົວສີແກ້ວ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃຫ້ຄະນະສະເພາະກິດຂັ້ນແຂວງໄດ້ຮັບຊາບ ເຊິ່ງໂດຍລວມແລ້ວ, ເມືອງໄຊບູລີ ໄດ້ກຽມຄວມພ້ອມຕະຫຼອດເວລາໃນການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ຜັນຂະຫຍາຍຄໍາສັ່ງ ແລະ ແຈ້ງການຕ່າງໆທີ່ທາງຂັ້ນເທິງວາງອອກໃນແຕ່ລະໄລຍະໃຫ້ກັບພະນັກງານ, ທະຫານ, ຕໍາຫຼວດ ແລະປະຊາຊົນໃນທົ່ວເມືອງໄດ້ຮັບຮູ້, ເຂົ້າໃຈຢ່າງຕໍ່ເນື່ອງ, ໄດ້ມີການເພີ່ມທະວີ, ຕິດຕາມແຮງງານເຄື່ອນຍ້າຍທີ່ກັບມາຈາກຕ່າງ ປະເທດ ເພື່ອນໍາສົ່ງສູນກັກກັນຂອງແຂວງ, ມີການຈັດກອງປະຊຸມກຸ່ມບ້ານໃນຂອບເຂດຊາຍແດນລຽບຕາມແຄມແມ່ນໍ້າຂອງ ເພື່ອໃຫ້ອໍານາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າໃຈລະອຽດກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະເຈົ້າຂອງເຮືອທຸກປະເພດ ຈະຕ້ອງໄດ້ຢຸດຕິການເດີນເຮືອຊົ່ວຄາວຕາມລໍາແມ່ນໍ້າຂອງແຕ່ວັນທີ 19-30 ເມສາ 2021 ເພື່ອຫຼີກລ້ຽງການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍຂອງແຮງງານເຄື່ອນຍ້າຍ, ການລັກລອບຂົນສົ່ງສິນຄ້າ ແລະການກະທໍາອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ຖ້າຫາກຜູ້ໃດຝ່າຝືນຄັ້ງທີ1ຈະຖືກກ່າວເຕືອນ, ຄັ້ງທີ 2 ຈະຖືກປັບໃໝ ແລະຄັ້ງຕໍ່ໄປຈະຖືກດໍາເນີນຄະດີຕາມລະບຽບກົດໝາຍທີ່ທາງຂັ້ນເທິງໄດ້ວາງອອກ.

ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນທົ່ວເມືອງໄຊບູລີ ມີແຮງງານເຄື່ອນຍ້າຍພາກທີ I ທັງໝົດ 1.351 ຄົນ, ພາກທີ II ມີ 1.021 ຄົນ, ປະຈຸບັນໃນທົ່ວເມືອງ ໄດ້ສັກວັກຊິນຊີໂນຟາມ ເຂັມທີ 1 ຈໍານວນ 1.275 ຄົນ, ເຂັມທີ 2,598 ຄົນ, ວັກຊິນເອັດສະຕ້າເຊເນກ້າ ເຂັມທີ 1 ຈໍານວນ163 ຄົນ ແລະ ຍັງຈະໄດ້ມີການສືບຕໍໍໍໍໍໍ່ສັກວັກຊິນໃຫ້ກັບປະຊາຊົນເມືອງໄຊບູລີຕໍ່ໄປຈົນກວ່າຈະສໍາເລັດຕາມລະດັບຄາດໝາຍ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ-19 ແລ້ວ, ຄະນະການນຳຂອງແຂວງ ແລະ ການນຳຂອງເມືອງ ກໍ່ໄດ້ສືບຕໍ່ລົງຕິດຕາມກວດກາສະພາບການຕົວຈິງຕາມຂອບເຂດຊາຍແດນລຽບຕາມແຄມແມ່ນໍ້າຂອງຄື: ຈຸດດ້ານປາກເຊບັ້ງໄຟ, ບ້ານທ່າຄໍ້, ບ້ານແກ້ງກະເບົາ ແລະບ້ານ ທ່າສະຫວ່າງ ໂດຍສົມທົບກັບກໍາລັງ ປກສ ກຸ່ມ ປກຊ ບ້ານ ແລະທະຫານຊາຍແດນ ລຽບຕາມແຄມແມ່ນໍ້າຂອງທີ່ຂຶ້ນກັບເມືອງໄຊບູລີ ພ້ອມທັງຮັບຟັງການລາຍງານສະພາບການຕົວຈິງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານປ້ອງກັນການເວນຍາມ, ລາດຕະເວນຕາມລໍາແມ່ນໍ້າຂອງ.