ທ່ານ ຮສ ດຣ ບຸນກອງ ສີຫາວົງ ເນັ້ນຕໍ່ທີມເເພດໝໍແຂວງສາລະວັນ ຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າຢ່າງເຂັ້ມງວດ ເອົາຈິງເອົາຈັງ ເພື່ອຕ້ານພະຍາດໂຄວິດ-19

567

ທ່ານ ຮສ ດຣ ບຸນກອງ ສີຫາວົງ ເນັ້ນຕໍ່ທີມເເພດໝໍແຂວງສາລະວັນ ຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າຢ່າງເຂັ້ມງວດ  ເປັນເຈົ້າການ ແລະ ເອົາຈິງເອົາຈັງ ໂດຍສະເພາະກໍ່ແມ່ນສຸມໃສ່ກຽມຮັບມື ທີ່ອາດຈະມີການລະບາດຂອງພະຍາດໂຄວິດ 19 ເພີ່ມອີກ.

ວັນທີ 2 ເມສາ 2021 ທ່ານ ຮອງສາດສະດາຈານ ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງສາລະວັນ ຕ້ອນຮັບໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຫົວໜ້າຄະນະສະເພາະກິດໂຄວິດ-19 ຂັ້ນແຂວງ, ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກ ສາທາລະນະສຸກແຂວງ, ມີບັນດາທ່ານຄະນະສະເພາະກິດຂັ້ນແຂວງ, ທີມງານແພດໝໍເຂົ້າຮ່ວມ.


ທ່ານ ດຣ ອາຄົມ ລໍ່າວິຈິດ ກໍ່ໄດ້ລາຍງານສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ໂດຍປະຕິບັດຕາມຄໍາສັ່ງແນະນໍາ, ແຈ້ງການຂອງແຂວງ ແລະສູນກາງຢ່າງເຂັ້ມງວດ, ເຊິ່ງມາຮອດປັນຈຸບັນນີ້ສະພາບການແຜ່ລະບາດຢູ່ແຂວງສາລະວັນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 8 ຄົນ, ຍິງ 6 ຄົນ, ໃນນັ້ນ: ມີຜູ້ທີ່ຕິດເຊື້ອມາຈາກປະເທດໄທ ມີ 3 ຄົນ, ປິ່ນປົວດີແລ້ວ 1ຄົນ, ຕິດເຊື້ອຈາກນະຄອນຫຼວງວຽງຈັນ 1 ຄົນ ແລະ ຕິດເຊື້ອມາຈາກແຂວງຈໍາປາສັກ ມີ 4 ຄົນ, ຜູ້ຕິດເຊື້ອລວມກຳລັງປິ່ນປົວ 7 ຄົນ.


ໂອກາດດຽວກັນນັ້ນທ່ານ ຮສ ດຣ ບຸນກອງ ສີຫາວົງ ກໍ່ໄດ້ມີຄຳເຫັນ ແລະເນັ້ນບາງບັນຫາທີ່ສຳຄັນຕໍ່ຄະນະສະເພາະກິດຂັ້ນແຂວງ, ກໍ່ຄືທີມງານເເພດໝໍຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມໜ້າທີ່ຂອງຕົນທີ່ການຈັດຕັ້ງມອບໝາຍຢ່າງເຂັ້ມງວດ, ເປັນເຈົ້າການ ແລະເອົາຈິງເອົາຈັງ ໂດຍສະເພາະກໍ່ແມ່ນສຸມໃສ່ກຽມຮັບມື ທີ່ອາດຈະມີການລະບາດຂອງພະຍາດໂຄວິດ 19 ເພີ່ມອີກ, ແກ້ໃຫ້ຖ່ວງທັນກັບສະພາບການ ແລະໃຫ້ໄດ້ຄຸນນະພາບສູງ.

ຈາກນັ້ນທ່ານກໍໄດ້ລົງໄປເບິ່ງຕົວຈິງສະຖານທີ່ເກັບມ້ຽນສາງຢາ ແລະອຸປະກອນການແພດ, ຢ້ຽມຢາມເບິ່ງສູນກັກກັນບໍລິເວນ (ໂຮງຮຽນບໍາລຸງ), ຢ້ຽມເບິ່ງໂຮງໝໍແຂວງສາລະວັນ, ຫ້ອງເກັບຕົວຢ່າງ ແລະຢ້ຽມເບິ່ງສະຖານທີ່ພັກຂອງຜູ້ຕິດເຊື້ອໂຄວິດ-19ນໍາອີກ.

ທີ່ມາ: ໜັງສືພິມສາລະວັນ