3 ພຶດສະພາ ມີຜູ້ຕິດເຊື້ອໂຄວິດ 33 ຄົນ ບໍ່ມີຜູ້ເສຍຊີວິດ

495

ຄະນະສະເພາະກິດຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 3 ພຶດສະພາ​ 2021​ ໃຫ້ຮູ້ວ່າ: ໃນວັນທີ 2​ ພຶດສະພາ ໄດ້ກວດວິເຄາະຫາຜູ້ຕິດເຊື້ອທັງໝົດ 1.810 ຕົວຢ່າງ,​ ກວດພົບເຊື້ອ 33 ຄົນ. ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.584 ຄົນ.

ທ່ານດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ໃນວັນທີ 2 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1.810 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 33 ຄົນ, ໃນນັ້ນມີ ນະຄອນຫຼວງ 16 ຄົນ, ຈຳປາສັກ 4 ຄົນ,ບໍ່ແກ້ວ 7 ຄົນ ອຸດົມໄຊ 3 ຄົນ ສະຫວັນນະເຂດ 3 ຄົນ.ເຮັດໃຫ້ມາຮອດປັດຈຸບັນ ສປປລາວ ມີຜູ້ຕິດເຊື້ອສະສົມ 966 ຄົນ, ບໍ່ມີຜູ້ເສຍຊີວິດ,ອອກໂຮງໝໍແລ້ວ60ຄົນ, ຍັງມີຄົນເຈັບນອນຕິດຕາມປິ່ນປົວ 906ຄົນ ດັ່ງນີ້:

ນະຄອນຫຼວງວຽງຈັນ 598 ຄົນ (ໃໝ່ 16), ແຂວງຈຳປາສັກ 121 ຄົນ (ໃໝ່ 4), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 98 ຄົນ (ໃໝ່ 7), ແຂວງສະຫວັນນະເຂດ 31 ຄົນ (ໃໝ່ 3)

ແຂວງຫຼວງພະບາງ 13 ຄົນ, ແຂວງວຽງຈັນ 13 ຄົນ, ແຂວງສາລະວັນ 7 ຄົນ, ແຂວງຫຼວງນ້ຳທາ 6 ຄົນ, ແຂວງອຸດົມໄຊ 8 ຄົນ (ໃໝ່ 3), ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ, ແຂວງຄຳມ່ວນ 1 ຄົນ
ແຂວງຊຽງຂວາງ 1 ຄົນ, ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.


ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.584 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

ສຳລັບ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ພ້ອມທັງ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາມາລະ ຍາດ ໃນເວລາໄອ-ຈາມໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ; ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້