ໂຈໂຄວິຊ ປະກາດຖອນຕົວຈາກການປ້ອງກັນແຊັມ ທີ່ມາດຣິດ

525

ໂຈໂຄວິຊ ນັກເທັນນິສຊາວແຊັກບີ ປະກາດບໍ່ສາມາດເດີນທາງໄປຮ່ວມການແຂ່ງຂັນທີ່ນະຄອນຫຼວງມາດຣິດ ປະເທດແອດສະປາຍ ທີ່ເລີ່ມຂຶ້ນໃນວັນນີ້ 1 ພຶດສະພາ 2021 ແລະ ແຟນໆໄດ້ ເຊິ່ງ ໂຈໂຄວິຊ ລົງຫຼິ້ນພຽງ 4 ລາຍການໃນປີນີ້.

ຢ່າງໃດກໍຕາມ, ໂຈໂຄວິຊ ຈະເຂົ້າຮ່ວມການແຂ່ງຂັນທີໂຣມ ແລະ ເບລເກຣດ ເພື່ອກຽມຕົວສໍາລັບການແຂ່ງຂັນແກຣນສະແລມລາຍການ ເຟຣນ ໂອເພັນ 2021.

ສໍາລັບ ໂຈໂຄວິຊ ຄວ້າແຊັມລາຍການທີ່ນະຄອນຫຼວງມາດຣິດ ເມື່ອປີ 2019 ດ້ວຍການເອົາຊະນະ ສະເຕຟານອລ ຊິດຊິປາສ, ແຕ່ການແຂ່ງຂັນປີ 2020 ແມ່ນຖືກຍົກເລີກ ເນື່ອງຈາກໄດ້ຮັບຜົນກະທົບຈາກໂຄວິດ-19.