ບໍລິສັດ LS ກໍ່ສ້າງ – ຂົວທາງຊົນລະປະທານ ມອບເຄື່ອງໃຫ້ໂຮງໝໍແຂວງຫຼວງນໍ້າທາ ຕ້ານໂຄວິດ-19

494

ວັນທີ 29 ເມສາ 2021  ທີ່ໂຮງຫມໍແຂວງຫລວງນໍ້າທາ, ບໍລິສັດ LS ກໍ່ສ້າງ – ຂົວທາງຊົນລະປະທານ ໄດ້ນໍາເອົາເຄື່ອງມາມອບໃຫ້ໂຮງໝໍແຂວງຫຼວງນໍ້າທາ ເພື່ອນຳໃຊ້ເຂົ້າໃນການບໍລິການພາຍໃນໂຮງຫມໍແຂວງໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19.

ທ່ານ ບຸນມີ ວິຫວັນແອ້ນ ຫົວໜ້າບໍລິສັດ LS ກໍ່ສ້າງ-ຂົວທາງຊົນລະປະທານ ໄດ້ມອບໂຕະຫີນ 5 ຊຸດ, ຕັ່ງໄມ້ 10 ໜ່ວຍ ມູນຄ່າ 12.000.000 ກີບ. ທ່ານ ນາງ ພວງໃຈ ສົມວິໄລ ຜູ້ຈັດການບໍລິສັດ LS ຂາອອກ-ຂາເຂົ້າຈໍາກັດ ມອບຜ້າປິດປາກ, ເຈວລ້າງມືເຫຼົ້າ 90 ມູນຄ່າ 8.000.000 ກີບ ລວມມູນຄ່າທັງໝົດ 20.000.000 ກີບ.

ຮັບໂດຍ ທ່ານ ແສງວົງ ບຸດຕະວົງ ອຳນວຍການໂຮງຫມໍແຂວງຫລວງນໍ້າທາ ແລະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຊ່ວງວິດກິດຂອງການລະບາດພະຍາດໂຄວິດ-19 ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ LS ກໍ່ສ້າງ-ຂົວທາງຊົນລະປະທານ ຕື່ມອີກ.

ຂ່າວ: ກິ່ນນາລົມ ແອ່ນຖ່າຍໄທ