ທີມແພດແຂວງສາລະວັນ ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດຂອງແຂວງ(ກໍລະນີ 54) ໄດ້ອອກໂຮງໝໍແລ້ວ

475

ອີງຕາມການລາຍງານຂອງໜັງສືພິມສາລະວັນໃຫ້ຮູ້ວ່າ: ທີມແພດໂຮງໝໍແຂວງສາລະວັນ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທໍາອິດຂອງແຂວງ, ເຊິ່ງເປັນກໍລະນີຜູ້ຕິດເຊື້ອທີ 54 ຂອງປະເທດ.

ຕາມການລາຍງານຂອງ ທ່ານ ດຣ ວັນທອງ ບຸນວິໄລ ໃຫ້ຮູ້ວ່າ: ທ້າວນຽມ ໃສສູນທອນ ກວດພົບເຊື້ອໂຄວິດ-19 ໃນວັນທີ 15 ເມສາ 2021 ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍກໍຄືການຊີ້ນຳ, ຕິດຕາມຂອງການນໍາແຕ່ລະຂັ້ນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ.

ຜ່ານການກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ ສ່ວນກວດອີກ 3 ຄັ້ງພາຍຫຼັງແມ່ນບໍ່ພົບເຊື້ອ, ອາການຂອງຜູ້ກ່ຽວກໍປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ,​ ປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ.ສ່ວນຜູ້ທີ່ໃກ້ຊິດກັບທ້າວນຽມແມ່ນໄດ້ມີການຕິດຕາມຜົນກວດຕາມຂັ້ນຕອນ ແລະ ໄດ້ກັບເມືອກັກໂຕຢູ່ບ້ານຂອງຕົນເອງຕາມລະບຽບການຕື່ມອີກ.


ສໍາລັບແພດທີ່ເຂົ້າປິ່ນປົວທ້າວນຽມແມ່ນຈະໄດ້ສືບຕໍ່ກັກບໍລິເວນຈຳນວນ 14 ວັນ. ໂອກາດນີ້ທ້າວນຽມໄດ້ກ່າວຄວາມຂອບໃຈຢ່າງສູງຕໍ່ການນຳແຕ່ລະຂັ້ນ ກໍ່ຄືທິມງານແພດໝໍທີ່ເອົາໃຈໃສ່ສຸມທຸກເຮື່ອແຮງເຂົ້າໃນການປິ່ນປົວຈົນຫາຍດີ.​


ພິທີສົ່ງທ້າວ ນຽມ ໃສສູນທອນ ປະຊາຊົນບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂຶ້ນຕອນແລງວັນທີ 29 ເມສາ 2021 ທີ່ໂຮງໝໍແຂວງສາລະວັນ ໂດຍມີິທ່ານດຣ ອາຄົມ ລໍ່າວິຈິດ  ຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຂວງວສາລະວັນມີກໍລະນີຕິດເຊື້ອໂຄວີດ-19ສະສົມທັງໝົດ6 ຄົນ, ມາຮອດປັດຈຸບັນປິ່ນປົວດີ1 ກໍລະນິ, ຍັງນອນຕິດຕາມປິ່ນປົວ5 ກໍລະນີ.

ສະໜັບສະໜູນຂ່າວໂດຍ

ຂ່າວ: ກິນດາວັນ ອ້ວນນາຄູ