ການາດາ ກຣັງປຣີ ໂຈະແຂ່ງເປັນປີທີ 2 ຈາກການລະບາດຂອງ ໂຄວິດ-19

365

ການແຂ່ງຂັນລົດສູດໜຶ່ງຊີງແຊັມໂລກ ( F1 ) ລາຍການ ການາດາ ກຣັງປຮີ ຍົກເລີກການແຂ່ງຂັນເປັນທີ່ຮຽບຮ້ອຍ ແລະ ເປັນປີທີ 2 ຕິດຕໍ່ກັນທີ່ບໍ່ໄດ້ແຂ່ງຂັນໃນລາຍການນີ້ ເນື່ອງຈາກບໍ່ສາມາດຈັດຂຶ້ນໄດ້ ເພາະການລະບາດຂອງ ໂຄວິດ-19.

F1 ຖະແຫຼງການວ່າ: ຂໍ້ຈໍາກັດດ້ານການເດີນທາງ ເຮັດໃຫ້ບັນດານັກແຂ່ງ ແລະ ທີມງານ ບໍ່ສາມາດເຂົ້າປະເທດການາດາ ໂດຍປະສະຈາກການກັກຕົວ 14 ວັນ.

ຈາກຜົນດັ່ງກ່າວເຮັດໃຫ້ ລາຍການທີ່ປະເທດຕວັກກີ ກັບສູ່ການແຂ່ງຂັນຄັ້ງທໍາອິດນັບຕັ້ງແຕ່ປີ 2011 ເຊິ່ງຈະມາແທນທີຂອງລາຍການດັ່ງກ່າວ ລະຫວ່າງວັນທີ 11-13 ມິຖຸນາ 2021.