ກຳປູເຈຍ ແລະ ຟີລິບປິນ ໂຈະຖ້ຽວບິນລະຫວ່າງປະເທດ ແລະ ປະຊາຊົນທີ່ເດີນທາງມາຈາກປະເທດອິນເດຍຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19

359

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນພຸດ ທີ 28 ເມສາ ວ່າ ລັດຖະບານກຳປູເຈຍ ປະກາດ ເມື່ອຄືນວັນອັງຄານ ຜ່ານມາ ໂຈະທຸກຖ້ຽວບິນທີ່ເດີນທາງມາຈາກປະເທດອິນເດຍທຸກສະໜາມບິນທົ່ວປະເທດ. ໂດຍມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ພາຍໃນ 48 ຊົ່ວໂມງ ຈົນກວ່າຈະມີການປ່ຽນແປງ ແລະ ງົດອອກວີຊາໃຫ້ຕະຫຼອດຈົນການກວດກາ ແລະ ຈ້ຳກາຜ່ານແດນໜ້າດ່ານ ໃຫ້ແກ່ຄົນຕ່າງປະເທດທີ່ມີປະຫວັດອາໄສ ແລະ ເດີນທາງຜ່ານອິນເດຍ ໃນຮອບ 3 ອາທິດ ຜ່ານມາ.

ມາດຕະການດັ່ງກ່າວແມ່ນເພື່ອຫຼຸດຄວາມສ່ຽງຂອງກຳປູເຈຍທີ່ຜະເຊີນກັບການແຜ່ລະບາດຂອງໂຄວິດ-19 ສາຍພັນອິນເດຍ ເຊິ່ງມີອັດຕາການຕິດເຊື້ອ ແລະ ການເສຍຊີວິດຮ້າຍແຮງກວ່າສາຍພັນອັງກິດ ທີ່ຍັງສືບຕໍ່ແຜ່ລະບາດພາຍໃນປະເທດ.

ໃນ​ເວ​ລາ​ດຽວ​ກັນ ລັດຖະບານຟີລິບປິນໄດ້ປະກາດໂຈະການອອກວີຊາ ແລະ ຈ້ຳກາຜ່ານດ່ານ ສຳລັບຜູ້ທີ່ມີປະຫວັດອາໄສ ແລະ ເດີນທາງຜ່ານປະເທດອິນເດຍ ໃນໄລຍະ 14 ມື້ຫຼ້າສຸດ ລະຫວ່າງວັນທີ 29 ເມສາ – 14 ພຶດສະພາ ດ້ວຍເຫດຜົນ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ຈາກປະເທດອິນເດຍ ໂດຍມາດຕະການດັ່ງກ່າວຍັງກວມເອົາຊາວຟີລິບປິນທີ່ອາໄສຢູ່ໃນປະເທດອິນເດຍນຳອີກ.