ບ້ານພາຍໃນນະຄອນ-ຫຼວງພະບາງ ປະຕິບັດແຈ້ງການປິດບ້ານຢ່າງເຄັ່ງຄັດ

505

ມາຮອດວັນທີ 27 ເມສາ 2021 ແຂວງຫຼວງພະບາງ ມີກໍລະນີຕິດພະຍາດໂຄວິດ-19 ສະສົມຈຳນວນ2 ຄົນ, ເຖິງວ່າຈຳນວນຜູ້ຕິດເຊື້ອຍັງບໍ່ທັນຫຼາຍ ແຕ່ມີຄວາມສ່ຽງສູງ ທີ່ຈະເກີດມີການແຜ່ລະບາດໃນຊຸມຊົນ; ດັ່ງນັ້ນ, ຄະນະສະເພາະກິດຂັ້ນແຂວງ, ເມືອງ ແລະ ນະຄອນ-ຫຼວງພະບາງ ໄດ້ສຸມໃສ່ການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານ ການລະບາດຂອງພະບາດໂຄວິດ-19 ຢ່າງເຄັ່ງຄັດ ແນໃສ່ບໍ່ໃຫ້ມີການແຜ່ລະບາດອອກເປັນວົງກວ້າງ.

ໃນວັນທີ 27 ເມສາ  ບັນດາບ້ານພາຍໃນເທດສະບານນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດຕັ້ງປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງຫຼວງພະບາງ ແລະ ເຈົ້ານະຄອນ-ຫຼວງພະບາງ ວ່າດ້ວຍ ການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດ ພະບາດໂຄວິດ-19 ໂດຍໄດ້ຕັ້ງຈຸດກວດກາຄົນເຂົ້າ-ອອກບ້ານ, ຈຳກັດການເດີນທາງຂອງປະຊາຊົນພາຍໃນ ບ້ານ, ກວດກາຄົນມາພັກເຊົາ ແລະ ອື່ນໆ, ໂອກາດນີ້, ສື່ມວນຊົນແຂວງຫຼວງພະບາງ ໄດ້ເຄື່ອນໄຫວ ເກັບຂ່າວສໍາພາດ, ການປະຕິບັດມາດຕະການຂອງອົງການປົກຄອງບ້ານບາງຈຸດ ຊຶ່ງເຫັນວ່າແຕ່ລະບ້ານແມ່ນ ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ໂດຍສະເພາະບໍ່ໃຫ້ປະຊາຊົນອອກຈາກບ້ານ ຫາກບໍ່ມີຄວາມຈຳເປັນ.

ທ່ານ ພັນຕີ ສອນວິໄລ ໂຊກສຳພັນ ຫົວໜ້າຈຸດກວດກາຄົນເຂົ້າ-ອອກເມືອງເຂດສະຖານີວິທະຍຸກະ ຈາາຍສຽງແຂວງຫຼວງພະບາງ ຫຼັກ 4 ໄດ້ໃຫ້ສໍ​າພາດວ່າ: ສະເພາະຈຸດສະຖານີຫຼັກ 4 ໄດ້ເລີ່ມລົງ ມືປະຕິບັດໜ້າທີ່ແຕ່ວັນທີ 23 ເມສາຜ່ານມາ ໃນນັ້ນໄດ້ກວດກາຄົນເຂົ້າ-ອອກ, ວັດແທກອຸນຫະພູມ, ກວດ ເອກະສານລົດ ແລະ ອື່ນໆ ຜ່ານການປະຕິບັດເຫັນວ່າປະຊາຊົນຍັງບໍ່ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ແຈ້ງການທີ່ກ່ຽວຂ້ອງໄດ້ດີເທົ່າທີ່ຄວນ ເຫັນໄດ້ຈາກການເຂົ້າ-ອອກ ຍັງມີຈຳນວນຫຼາຍ ແລະ ບາງຄົນຍັງບໍ່ໃສ່ ຜ້າປິດປາກ-ດັງ ຈຶ່ງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ພ້ອມກັນປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ.

ຂ່າວ-ພາບ: ​ແຂວງຫຼວງພະບາງ