ຄະນະສະເພາະກິດ ກຽມພ້ອມໂຮງໝໍສະໜາມ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ລວມ3ໂຮງໝໍເດີມມີ 1.200ຕຽງ ຮອງຮັບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

2467

ຄະນະສະເພາະກິດ  ໄດ້ກຽມພ້ອມໂຮງໝໍທີ່ມີແລ້ວ ແລະ ໂຮງໝໍສະໜາມ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ລວມ1.200ຕຽງ ເພື່ອຮອງຮັບກໍລະນີຜູ້ຕິດເຊື້ອໂຄວິດ-19 ມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ; ສ່ວນທີ່ແຂວງຈຳປາສັກກໍກຽມໂຮງໝໍສະໜາມ1 ແຫ່ງມີ300ຕຽງ.

ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ27 ເມສາ 2021 ວ່າ:ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃຫ້ຄະນະສະເາພະກິດແຕ່ລະຕັ້ນກໍຄືຂະແໜງການສາທາລະນຸສກໃນແຕ່ລະຂັ້ໜໃຫ້ກຽມຄວາມພ້ອມຮອບດ້ານໂດຍສະເພາະ

1.ຄວາມສາມາດໃນການວິເຄາະ ຄົ້ນຫາຜູ້ຕິດເຊື້ອ ເພື່ອນຳສົ່ງໄປໂຮງໝໍແຍກປ່ຽວປິ່ນປົວ

2.ການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມ ຮອງຮັບກໍລະນີມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ

3.ກຽມເຄື່ອງມືອຸປະກອນການແພດຮັບໃຊ້ໃຫ້ພຽງພໍ

4.ກຽມພ້ອມທາງດ້ານບຸກຕະລາກອນ ເພື່ອຕອບສະໜອງໃຫ້ແກ່ວຽກງານເຝົ້າລະວັງ ວຽກກງານປິ່ນປົວຜູ້ຕິດເຊື້ອໃຫ້ທມີປະສິເດທິພາບ ແລະມີຜົນສຳເລັດໃນຕໍ່ໜ້າ.

ສະນັ້ນນະຄອນຫຼວງວຽງຈັນ ນອກຈາກກຽມພ້ອມໂຮງໝໍທີ່ມີແລ້ວເປັນຕົ້ນໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິລາດ ແລະໂຮງໝໍ103 ກອງທັບ ເພື່ອຮອງຮັບເອົາຄົນເຈັບຕິດເຊື້ອແລ້ວ ຍັງໄດ້ກຽມໂຮງໝໍພາກສະໜາມ3ແຫ່ງສຳຮອງໄວ້; ໃນນີ້ມີ ສູນຝືກກິີລາຫ້ວຍຫົງ, ສະໜາມກີລາລ້ານຊ້າງ ແລະ ສູນຝຶກຊ້ອມກອງທັບຫຼັກ27,  ສັງລວມແລ້ວຢູ່ນະຄອນຫຼວງວຽງຈັນມີ1.200ຕຽງ.

ສຳລັບແຂວງຈຳປາສັກ ໄດ້ນຳໃຊ້ເໂຮງໝໍເມືອງໂພນທອງ ແລະ ໂຮງໝໍ106  ລວມມີ 105ຕຽງ; ນອກຈາກນັ້ນກໍກຽມໂຮງໝໍສະໜາມສຳຮອງໄວ້ ໂດຍເອົາຫໍພັກນັກສຶກສາວິທະຍາໄລການເງິນ ເຊິ່ງມີຕຽງນອນປະມານ300ຕຽງ. ນອກນັ້ນກໍແຈ້ງບັນດາແຂວງອື່ນກຽມພ້ອມໄວ້.