ພະແນກອຸດສະຫະກໍາການຄ້າແຂວງ ຮ່ວມກັບຫ້ອງການອຸດສະຫະກໍາການຄ້າເມືອງອະນຸວົງ ລົງກວດກາສິນຄ້າອຸປະໂພກ ແລະ ບໍລິໂພກ ພາຍໃນແຂວງໄຊສົມບູນ

1042

ໃນຕອນບ່າຍ ວັນທີ 26 ເມສາ 2021 ນີ້ ທ່ານ ທອງດໍາ ຂຸນອຸດົມ ຫົວໜ້າພະແນກ ອຸດສະຫະກໍາການຄ້າ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງສົມທົບກັບຫ້ອງການອຸດສະຫະກໍາການຄ້າ ເມືອງອະນຸວົງ ລົງກວດກາສິນຄ້າ ເຄື່ອງອຸປະໂພກ – ບໍລິໂພກ ຢູ່ຕະຫຼາດໂຊກໄຊ ເມືອງອະນຸວົງ ແຂວງໄຊສົມບູນ.


ຈຸດປະສົງການລົງກວດກາໃນຄັ້ງນີ້ ກໍເພື່ອຜັນຂະຫຍາຍຕາມຄໍາສັ່ງຂອງຄະນະສະເພາະກິດ ຂອງແຂວງໄຊສົມບູນ ສະບັບເລກທີ 017/ສພກ.ຊບ ລົງວັນທີ 22 ເມສາ 2021ໃນຂໍ້ 5 ຫ້າມໃຫ້ພໍ່ຄ້າຊາວຂາຍສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ ເຄື່ອງອຸປະໂພກ ແລະ ບໍລິໂພກເປັນຕົ້ນ ຜ້າອັດປາກ-ດັງ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ນໍ້າດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ ພ້ອມນັ້ນຍັງເປັນການລົງຊຸກຍູ້ ແລະ ເອົາໃຈໃສ່ເປັນພິເສດໃນການກວດກາຄວບຄຸມລາຄາສິນຄ້າປະເພດເຄື່ອງອຸປະໂພກ ແລະ ບໍລິໂພກ ທີ່ມີຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນຕະຫຼາດ ໂຊກໄຊ ເມືອງອະນຸວົງ ແລະ ຮ້ານຂາຍຍົກ-ຂາຍຍ່ອຍ ພາຍໃນເທດສະບານແຂວງ;

ບໍ່ໃຫ້ບັນດາຮ້ານມີການກັກຕຸນສິນຄ້າ ແລະ ຂຶ້ນລາຄາຕາມລໍາພັງ ທັງນີ້ກໍເພື່ອເຮັດໃຫ້ຜູ້ບໍລິໂພກເສຍຜົນປະໂຫຍດ ໂດຍໃຫ້ປະຕິບັດຕາມແຈ້ງການຕາມຂັ້ນເທິງໄດ້ກໍານົດໄວ້. ນອກນີ້ສະພາບລວມຂອງສີນຄ້າຢູ່ພາຍໃນເທດສະບານແຂວງໄຊສົມບູນ ໂດຍລວມແມ່ນບໍ່ທັນພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າເພື່ອກໍາໄລເທື່ອ.

ຄ່ຽງຄູ່ກັນນີ້ ສໍາລັບການສະໜອງສິນຄ້າຕາມທ້ອງຕະຫຼາດໃນການກວດກາເບື້ອງຕົ້ນເຫັນວ່າຍັງມີຄວາມພຽງພໍກັບຄວາມຕ້ອງການ ໂດຍສະເພາະສິນຄ້າປະເພດສະບຽງອາຫານ ເປັນຕົ້ນ ຊີ້ນງົົວ-ຊີ້ນຄວາຍ ເປັນຊີ້ນກ້ອນສົດ ປະເພດ1 ລາຄາ 60.000 ກີບຕໍ່ກິໂລ, ຊີ້ນໜູ່ ປະເພດ 1 ລາຄາ 45.000 ກີບ ຕໍ່ກິໂລ, ໄກ່ລາດປອກ 50.000 ກີບຕໍ່ກິໂລ, ປານິນະສັງ 27.000 ກີບ ຕໍ່ກິໂລ, ປາດຸກພັນ 22.000 ກີບຕໍ່ກິໂລ ແລະ ເຄື່ອງອຸປະໂພກ – ບໍລິໂພກປະເພດອື່ນໆກໍໄດ້ຂາຍເປັນປົກກະຕິຕາມລາຄາທ້ອງຕະຫຼາດ ແລະ ປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດ ໄດ້ກໍານົດໄວ້.


ໃນໂອກາດລົງກວດກາ ແລະ ຊຸກຍູ້ສິນຄ້າຄັ້ງນີ້ ທ່ານ ທອງດໍາ ຂຸນອຸດົມ ໄດ້ເນັ້ນໜັກໃຫ້ພໍ່ຄ້າຊາວຂາຍ, ຫົວໜ່ວຍທຸລະກິດໃນຕະຫຼາດໂຊກໄຊ ເມືອງອະນຸວົງ ແຂວງໄຊສົມບູນ ໃຫ້ເອົາໃຈໃສ່ເປັນເຈົ້າການນໍາກັນ ໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດວາງອອກ ບໍ່ໃຫ້ພາກສ່ວນໃດສວຍໃຊ້ໂອກາດດັ່ງກ່າວ ເພື່ອປັບລາຄາສິນຄ້າຕາມລໍາພັງ ແລະ ໃຫ້ປະຕິບັດຕາມຄະນະສະເພາະກິດ ໃນການປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ເຂັ້ມງວດ.

ພ້ອມດຽວກັນນີ້ທ່ານຍັງໄດ້ແນະນໍາໃຫ້ບັນດາພໍ່ຄ້າຊາວຂາຍຕ້ອງຕິດປ້າຍລາຄາສິນຄ້າເປັນເງິນກີບ ເພື່ອໃຫ້ສັງຄົມໄດ້ເຫັນ ແລະ ຮູ້ເຖິງລາຄາສິນຄ້າຕົວຈິງ ທີ່ໄດ້ວາງຂາຍຢູ່ພາຍໃນຮ້ານຂາຍຍ່ອຍ-ຂາຍສົ່ງ ແລະ ພາຍໃນທ້ອງຕະຫຼາດ ຕື່ມອີກ.

ຂ່າວ:ນາງຕູດ ຄໍາພໍໃຈ