ອາເມຣິກາ-ຈີນ-ຍີ່ປຸ່ນ-ເຢຍລະມັນ ຢຶດ 4 ອັນດັບທຳອິດ ເສດຖະກິດໃຫຍ່ທີ່ສຸດໃນໂລກ

516

ສຳນັກຂ່າວ CNBC ໄດ້ລາຍງານບົດວິເຄາະເສດຖະກິດຂອງປະເທດຕ່າງໆໃນຊ່ວງກ່ອນ ແລະ ຫຼັງການລະບາດຂອງພະຍາດໂຄວິດ-19 ໂດຍອ້າງອີງຂໍ້ມູນຈາກ ກອງທຶນການເງິນສາກົນ (IMF) ໃຫ້ຮູວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຈັດອັນດັບປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດຖືກສັ່ນຄອນ ຫຼັງຈາກເສດຖະກິດຂອງຫຼາຍປະເທດຫົດຕົວຮຸນແຮງທີ່ສຸດໃນປະຫວັດສາດ.

ແຕ່ ສະຫະລັດອາເມຣິກາ, ຈີນ, ຍີ່ປຸ່ນ ແລະ ເຢຍລະມັນ ຍັງຄອງ 4 ອັນດັບທຳອິດ ທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກ (ຕາມລຳດັບ) ແຕ່ການຈັດອັນດັບຄັ້ງນີ້ ມີ 1 ປະເທດທີ່ຫຼຸດອອກຈາກ 10 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ.


ລາຍງານຂອງຊີເອັນບີຊີ ໄດ້ປຽບທຽບລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ) ໃນຮູບແບບສະກຸນເງິນໂດລາສະຫະລັດຂອງປະເທດຕ່າງໆໃນຖານຂໍ້ມູນຂອງໄອເອັມເອຟ, ໂດຍ ຈີດີພີ ທີ່ກຳນົດຈະຄາດການຈາກມູນຄ່າຕະຫຼາດ ແລະ ບໍລິການສຳເລັດຮູບທັງໝົດທີ່ຜະລິດໃນລະບົບເສດຖະກິດ ແຕ່ບໍ່ໄດ້ຕັດຮອນການປ່ຽນແປງຂອງລະດັບລາຄາ ຫຼື ອັດຕາເງິນເຟີ້ ແລະ ນີ້ຄືການປ່ຽນແປງທີ່ສຳຄັນໃນການຈັດອັນດັບ 10 ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກໃນຊ່ວງກ່ອນ ແລະ ຫຼັງໂຄວິດ-19.

ອິນເດຍຫຼຸດຈາກອັນດັບ 5 ຂອງໂລກລົງໄປຢູ່ ອັນດັບ 6 ຕາມຫຼັງສະຫະຣາຊະອານາຈັກ ໂດຍລາຍງານຂອງ ຊີເອັນບີຊີ ລະບຸວ່າ ອິນເດຍເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 5 ຂອງໂລກໃນປີ 2019 ແຕ່ປີ 2020 ເສດຖະກິດອິນເດຍໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກມາດຕະການຄວບຄຸມໂຄວິດ-19 ເຮັດໃຫ້ຫຼຸດລົງມາຢູ່ອັນດັບ 6 ຂອງໂລກ ໄປຈົນຮອດປີ 2023 ເນື່ອງຈາກສົກປີ 2020 ຜ່ານມາເສດຖະກິດອິນເດຍຕິດລົບເຖິງ 8%, ກ່ອນຈະກັບມາຂະຫຍາຍຕົວ 12,5% ໃນປີນີ້ ແຕ່ຫາກເບິ່ງພາບລວມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ໃນອິນເດຍຍິ່ງຮຸນແຮງຂຶ້ນນັບມື້ ມີຜູ້ຕິດເຊື້ອລາຍໃໝ່ສູງເປັນປະຫວັດສາດ ແລະ ຍາກຕໍ່ການຄວບຄຸມ, ຖ້າຫາກອິນເດຍປະກາດລັອກດາວອີກຄັ້ງ ຈະເຮັດໃຫ້ຄະແນນ ຈີດີພີ ຂອງອິນເດຍຫຼ໌ດລົງ 100-200 ຄະແນນ.

ບຣາຊິນ ປ່ຽນຈາກປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 9 ຂອງໂລກໃນປີ 2019 ແຕ່ຫຼຸດລົງໄປຢູ່ອັນດັບທີ 12 ຂອງໂລກໃນປີ 2020 ແລະ ເປັນປະເທດໜຶ່ງດຽວທີ່ຫຼຸດອອກຈາກ ທ໊ອບ 10 ຂອງໂລກ ແລະ ລາຍງານລະບຸວ່າ ບຣາຊິນຈະບໍ່ຢູ່ໃນທ໊ອບ 10 ຂອງໂລກຈົນຮອດປີ 2026 ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າທີວ່າຈະຄວບຄຸມໄດ້ງ່າຍໆ ໂດຍໄອເອັມເອຟປະເມີນວ່າ ເສດຖະກິດບຣາຊິນຕິດລົບ 4,1% ໃນປີ 2020 ກ່ອນຈະກັບມາຂະຫຍາຍຕົວ 3,7% ໃນປີ 2020.

ສ. ເກົາຫຼີຂຶ້ນມາຢູ່ອັນດັບ 10 ຂອງໂລກ ໂດຍລາຍງານລະບຸວ່າ ສາທາລະນະລັດເກົາຫຼີຈະຢູ່ອັນດັບ 10 ຂອງໂລກຈົນຮອດປີ 2026 ເປັນຢ່າງໜ້ອຍ ໂດຍໄອເອັມເອຟ ວິເຄາະວ່າ ສ. ເກົາຫຼີສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດໄດ້ຢ່າງໄວວາ ເຮັດໃຫ້ເສດຖະກິດກັບມາຟື້ນຕົວໄວ ບວກກັບການສົ່ງອອກຂະຫຍາຍຕົວຢ່າງໝັ້ນທ່ຽງ ເຮັດໃຫ້ເສດຖະກິດປີ 2020 ຕິດລົບພຽງແຕ່ 1%.

ແນວໃດກໍຕາມ ໃນເດືອນເມສາ ສ. ເກົາຫຼີໄດ້ກວດພົບຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ລັດຖະບານອອກມາດຕະການເວັ້ນໄລຍະຫ່າງທາງສັງຄົມ ລວມເຖິງການລວມກຸ່ມຈັດກິດຈະກຳຕ່າງໆ ໄປຈົນຮອດຕົ້ນເດືອນພຶດສະພາ. ນັກເສດຖະສາດໄດ້ວິເຄາະວ່າ ເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຈະສ້າງຄວາມບໍ່ແນ່ນອນໃຫ້ເສດຖະກິດ ສ. ເກົາຫຼີ ແຕ່ພາກການຜະລິດອຸດສາຫະກຳ ແລະ ການສົ່ງອອກຍັງຂະຫຍາຍຕົວຢ່າງແຂງແກ່ນ.

10 ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນປີ 2021 ປະກອບມີ: ສະຫະລັດອາເມຣິກາ, ຈີນ, ຍີ່ປຸ່ນ, ເຢຍລະມັນ, ສະຫະຣາຊະອານາຈັກ, ອິນເດຍ, ຝຣັ່ງ, ອິຕາລີ, ການາດາ ແລະ ສ. ເກົາຫຼີ.