ຕາມຕິດກວດກາເຂັ້ມງວດຕາມລຳນ້ຳຂອງ

311

ເພື່ອຮັບປະກັນຄວາມປອດໄພຕາມຊາຍແດນລາວ-ໄທ ໂດຍສະເພາະຈຸດຂ້າມລອຍ ບໍ່ໃຫ້ມີການລັກລອບເຂົ້າເມືອງແບບຜິດກົດໝາຍ ໃນສະຖານະການທີ່ພະຍາດອັກເສບປອດກຳລັງລະບາດຢູ່ປະເທດໄທ ແລະລາວເຮົາກໍ່ຕິດເພີ່ມຂຶ້ນໃນທຸກໆວັນ ເຈົ້າໜ້າທີ່ຈິ່ງໄດ້ອອກກວດກາລາດຕາເວັນຢ່າງເຄັ່ງຄັດ.


ໂດຍປະຕິບັດຕາມທິດຊີ້ນຳຂອງກົມໃຫຍ່ ສັນຕິບານ ກະຊວງ ປກສ ແລະ ໄດ້ຮັບການຊີ້ນຳຈາກກອງບັນຊາການ ປກສ ນວ ໃນຕອນເຊົ້າຂອງວັນທີ 20 ເມສາ 2021 ພັທ ສັງວານ ຂາວປະເສີດ ຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໄດ້ລົງສົມທົບກັບ ປກສ ເມືອງຫາດຊາຍຟອງ ແລະ ທະຫານຊາຍແດນ ລົງຊຸກຍູ້ຕິດຕາມກວດກາວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຈຸດຂາມລອຍຊາຍແດນ ລາວ-ໄທ ໃນຂອບເຂດຂອງເມືອງຫາດຊາຍຟອງ.


ໃນການລົງຄັ້ງນີ້ ໄດ້ນຳເອົາບັນດານິຕິກຳ ຫຼື ຄຳສັ່ງ ແລະ ແຈ້ງການຕ່າງໆ ໄປແຈ້ງໃຫ້ກຳລັງປ້ອງກັນຄວາມສະຫງົບລຽບຕາມຊາຍແດນ, ກຳລັງ ປກສ ກຸ່ມຮັບຊາບ ເພື່ອສົມທົບກັບທະຫານຊາຍແດນ 243 ແຕ່ລະຈຸດ ແລະ ຊຸກຍູ້ໃຫ້ກໍາລັງ ປກສ-ປກຊ 243 ເອົາໃຈໃສ່ລາດຕະເວນຕາມຊາຍແດນລຳແມ່ນ້ຳຂອງ ລາວ-ໄທ ແລະ ປະຕິບັດຕາມແຈ້ງການຂອງເຈົ້າເມືອງຫາດຊາຍຟອງ ເລກທີ 107/ຈມຫຊຟ ລົງວັນທີ 19 ເມສາ 2021 ຫ້າມເຮືອຫາງຍາວທຸກລຳອອກເຄື່ອນໄຫວຫາປາຕາມລຳແມ່ນ້ຳຂອງໂດຍເດັດຂາດ ເພື່ອເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ ແລະ ຄວບຄຸມ, ແກ້ໄຂການແຜ່ລະບາດຂອງພະຍາດ Covid-19 ໃນໄລຍະນີ້ຈົນຮອດທ້າຍເດືອນ ເມສາ 2021.


ພັທ ສັງວານ ຂາວປະເສີດ ໃຫ້ຮູ້ຕື່ມວ່າ: ໃນການລົງຄັ້ງນີ້ເຫັນວ່າແຕ່ລະຈຸດກັງປ້ອງກັນແຕ່ລະ ປກສ ກຸ່ມ ໃນຂອບເຂດລຽບຕາມຊາຍແດນແມ່ນ້ຳຂອງໄດ້ຮັບຮູ້ ແລະ ຮ່ວມມືພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ເພື່ອສະກັດກັ້ນ ການຂ້າມລອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມກັນເອົາໃຈໃສ່ມີສະຕິຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນຜູ້ລະເມີດໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ຄຽງ ຫຼື ແຈ້ງມາທີ່ເບີວອດແອັບ 02028899774 ຫຼື ແຈ້ງມາທີ່ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຂ່າວຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງ