ປີນີ້ອຸດົມໄຊ ຈະສູ້ຊົນເກັບລາຍຮັບໃຫ້ໄດ້142 ຕື້ກວ່າກີບ

372

ປີ2020 ຜ່ານມາ ແຂວງອຸດົມໄຊ ເກັບລາຍຮັບໄດ້ 153 ຕື້ກີບ ທຽບໃສ່ປີ 2019 ຫລຸດລົງ 17,38%. ຂະນະທີ່ປີິນີ້ ຈະສູ້ຊົນເກັບລາຍຮັບໃຫ້ໄດ້142 ຕື້ກວ່າກີບ


ກອງປະຊຸມ ສະຫຼຸບວຽກງານແຜນການ ແລະ ການເງິນ ປະຈຳປີ 2020 ທີ່ຈັດຂຶ້ນໃນທ້າຍເດືອນ ມີນາ ຜ່ານມາ ໄດ້ຍົກໃຫ້ເຫັນ ກ່ຽວກັບການ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍອີງໃສ່ຕົວເລກຄາດຫມາຍ ແມ່ນ 164,29 ຕື້ກີບ ແຕ່ການຈັດຕັ້ງປະຕິບັດຕົວຈິງ ໄດ້ 153,48 ຕື້ກີບ ເທົ່າກັບ 93,42% ຂອງແຜນດັດແກ້ ທຽບໃສ່ປີ 2019 ຫລຸດລົງ 17,38%.
ໃນນັ້ນ ຕົວເລກລາຍຮັບພູດສູນກາງ 42,09 ຕື້້ ປະຕິບັດໄດ້ ຈໍານວນ 19,79 ຕື້ກີບ ເທົ່າກັບ 47,02%ຂອງແຜນດັດແກ້ ທຽບໃສ່ປີຜ່ານມາຫຼຸດລົງ 57,5 %; ລາຍຮັບພູດທ້ອງຖິ່ນ ຕົວເລກແຜນ 122,2ຕື້ກີບ ປະຕິບັດໄດ້ 133,69 ຕື້ກີບ ເທົ່າກັບ 109,40% ຂອງແຜນດັດແກ້ ທຽບໃສ່ປີຜ່ານເພີ່ມຂຶ້ນ 1,02 % ເທົ່າກັບ 11,44 ຕື້ກີບ.


ສຳລັບສ່ວຍສາອາກອນ ຕົວເລກແຜນດັດແກ້ 107 ຕື້ກີບ ສາມາດປະຕິບັດໄດ້ 115,57 ຕື້ກີບ ເທົ່າກັບ 108,01% ຂອງແຜນດັດແກ້, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,16% ຫຼື ເທົ່າກັບ 1,32 ຕື້ກີບ.
ຄຸ້ມຄອງຊັບສິນຂອງລັດ ຕົວເລກແຜນ 15 ຕື້ກີບ ສາມາດປະຕິບັດໄດ້ 17,97 ຕື້ກີບ, ເທົ່າກັບ 119,8% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 285,23% ເທົ່າກັບ 10,41 ຕື້ກີບ; ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ຕົວເລກແຜນ 200 ລ້ານກີບ, ປະຕິບັດໄດ້ 206,87 ລ້ານກີບ ເທົ່າກັບ 103,44% ຂອງແຜນປີ, ທຽບໃສ່ປີຜ່ານມາຢູ່ໃນລະດັບເກົ່າ.

ສ່ວນລາຍຮັບຂອງ 7 ເມືອງ ໃນທົ່ວແຂວງອຸດົມໄຊ ເຫັນວ່າ: ສາມາດປະຕິບັດລາຍຮັບໄດ້ທັງໝົດ 47,56 ຕື້ກີບ ເກີນແຜນທັງໝົດ 2,04 ຕື້ກີບ ແລະ ເກີນແຜນທຸກເມືອງ ໂດຍລວມແລ້ວສາມາດກຸ້ມຕົນເອງສູງສຸດ 32% ແລະ ຕໍ່າສຸດ 13,17%.
ສຳລັບປີ 2021 ນີ້ທົ່ວແຂວງ ອຸດົມໄຊ ຈະຕ້ອງໄດ້ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານພູດສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ທັງໝົດ 142,20 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2020 ຫຼຸດລົງ 13,44% ເທົ່າກັບ 22,09 ຕື້ກີບ, ໃນນີ້ລາຍຮັບພູດສູນກາງ ຕາມແຜນການທັງໝົດ 15 ຕື້ກີບ ທຽບໃສ່ແຜນດັດແກ້ປີຜ່ານມາ ຫຼຸດລົງ 64,36% ເທົ່າກັບ 27,09 ຕື້ກີບ ລາຍຮັບພູດທ້ອງຖິ່ນ ຕົວເລກແຜນການປີ ແມ່ນ 127,20 ຕື້ກີບ ທຽບໃສ່ແຜນດັດແກ້ປີຜ່ານມາ ເພີ່ມຂື້ນ 4,09% ເທົ່າກັບ 4,8 ຕື້ກີບ.

ຂ່າວ: ຄານມະນີ ຮຽນດໍຈັນ