ນະຄອນຫຼວງໃຫ້ນາຍບ້ານຂຶ້ນບັນເຮືອທຸກລຳ ພ້ອມເອົາຂຶ້ນຝັ່ງຢຸດການເດີນເຮືອ

429

ມາເຖິງຂັ້ນນີ້ແລ້ວພວກເຮົາຕ້ອງຍອມຮັບວ່າ ການທີ່ມີພະຍາດມາແຜ່ລະບາດຢູ່ບ້ານເຮົານະປະຈຸບັນ ນອກຈາກແຮງງານທີ່ຂໍກັບບ້ານຕາມລະບຽບແລ້ວ ແມ່ນມາຈາກຜູ້ທີ່ລັກລອບໂດຍບໍ່ຜ່ານການກວດກາກັກຕົວຕາມມາດຕະການປ້ອງກັນພະຍາດໂຄວິດ-19 ເຊິ່ງການລັກລອບເຂົ້າມາຂອງຄົນກຸ່ມດັ່ງກ່າວແມ່ນເພີ່ມຄວາມສ່ຽງໃຫ້ແກ່ປະຊາຊົນພາຍໃນປະເທດຫຼາຍທີ່ສຸດ ແຕ່ສ່ວນໜຶ່ງແມ່ນຍ້ອນມີຜູ້ເດີນເຮືອເປັນຄົນຮັບສົ່ງ ດັ່ງນັ້ນ, ເພື່ອປ້ອງກັນບັນຫາການລອບລັກເຂົ້າເມືອງຢ່າງຂາດຕົວ ຄະນະສະເພາະກິດ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການໃຫ້ນາຍບ້ານທຸກບ້ານຕາມເມຶືອງຕ່າງໆທີ່ມີຊາຍແດນຕິດກັບປະເທດໃກ້ຄຽງຂຶ້ນບັນຊີເຮືອທຸກລຳພ້ອມໃຫ້ເອົາຂຶ້ນຝັ່ງໃສ່ກະແຈໄວ້ບໍ່ໃຫ້ເຄື່ອນໄຫວເດີນເຮືອຈົນກວ່າຈະມີການຜ່ອນຜັນຈາກຄະນະສະເພາະກິດ.

ໂດຍອີງໃສ່ແຈ້ງການຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດອັກເສບປອດສາຍພັນໃຫມ່ COVID-19
ເລກທີ 005 /ສພກ.ນວ ວັນທີ 20 ເມສາ 2021 ແມ່ນໃຫ້ທຸກພາກສ່ວນ ເພີ່ມທະວີການຕິດຕາມ, ກວດກາ ຜູ້ລັກລອບເຂົ້າເມືອງ ແບບຜິດກົດຫມາຍ ຕາມຊາຍແດນແມ່ນໍ້າຂອງເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເນື່ອງຈາກມີກໍລະນີຜູ້ຕິດເຊື້ອເປັນແຮງງານລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ຈໍານວນຫຼາຍ, ລັກລອບ ຂີ່ເຮືອເຂົ້າມານະຄອນຫຼວງວຽງຈັນ.

ດັ່ງນັ້ນ, ເພື່ອຢຸດຕິບໍ່ໃຫ້ນໍາໃຊ້ເຮືອ ຮັບ-ສົ່ງຄົນເຂົ້າເມືອງ ແບບບໍ່ຖືກກົດຫມາຍ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ COVID-19 ເຂົ້າສູ່ຊຸມຊົນນະຄອນຫຼວງວຽງຈັນ. ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ coVID-19 ຂັ້ນນະຄອນຫຼວງ ວຽງຈັນ ຂໍແຈ້ງການມາຍັງບັນດາທ່ານ ແລະ ທຸກພາກສ່ວນກ່ຽວຂ້ອງ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນນະຄອນຫຼວງວຽງຈັນ ຮັບຊາບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ດັ່ງນີ້:


1. ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດບັນດາມາດຕະການ ຕາມແຈ້ງການຂອງຄະນະສະເພາະກິດ ກ່ຽວກັບການເພີ່ມ ທະວີການປະຕິບັດມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຢູ່ ນະຄອນຫຼວງວຽງຈັນ ສະບັບເລກທີ 003/ສພກ.ນວ, ລົງວັນທີ 13 ເມສາ 2021 ຢ່າງເຂັ້ມງວດ.
2. ໃຫ້ບັນດາທ່ານເຈົ້າເມືອງ 5 ເມືອງ ທີ່ມີຊາຍແດນລຽບແມ່ນ້ໍາຂອງ (ເມືອງປາກງື່ມ, ຫາດຊາຍຟອງ, ສີສັດຕະນາກ, ສີໂຄດຕະບອງ ແລະ ສັງທອງ) ສົ່ງຫນັງສືທາງລັດຖະການ ໄປຍັງນາຍອໍາເພີ ທີ່ມີຊາຍແດນລຽບຕາມແມ່ນ້ໍາຂອງເຊິ່ງກັບ ເມືອງຂອງຕົນ ເພື່ອປະສານງານ ແລກປ່ຽນຂໍ້ມູນ, ຂໍຄວາມຮ່ວມມື ແລະ ອໍານວຍຊ່ວຍເຫຼືອ ຢັບຢັ້ງຄົນລາວ ແລະ ຄົນຕ່າງປະເທດ ບໍ່ໃຫ້ລັກລອບຂີ່ເຮືອຂ້າມແມ່ນ້ໍາຂອງ ເຂົ້າມາຍັງນະຄອນຫຼວງວຽງຈັນ ແບບບໍ່ຖືກຕ້ອງຕາມກົດຫມາຍ, ທັງເປັນການຊ່ວຍເຫຼືອກັນ ເພື່ອປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ພະຍາດ coVID-19 ແຜ່ລະບາດສູ່ຊຸມຊົນ ຂອງ ເມືອງ-ອໍາເພີຂອງຕົນ ກໍ່ຄືສອງປະເທດ.


3. ໃຫ້ນາຍບ້ານ ລຽບຕາມຊາຍແດນແຄມແມ່ນໍ້າຂອງ ຂື້ນບັນຊີເຮືອ, ສັ່ງໃຫ້ເອົງເຮືອທຸກລໍາຂຶ້ນຝັ່ງ ຫຼື ລ່ອກ ກະແຈໄວ້, ສັ່ງໃຫ້ປະຊາຊົນຢຸດຕິການເດີນເຮືອທຸກລໍາ ພ້ອມທັງຄຸ້ມຄອງ, ກວດກາເຮືອ ແລະ ເຈົ້າຂອງເຮືອ ຢ່າງເຂັ້ມງວດ, ຍົກເວັ້ນເຮືອເຈົ້າຫນ້າທີ່ ປກຊ-ປກສ.
4. ໃຫ້ນາຍບ້ານທົ່ວນະຄອນຫຼວງວຽງຈັນແຈ້ງໃຫ້ປະຊາຊົນ ທີ່ມີລູກຫຼານ, ຍາດຕິພີ່ນ້ອງໄປອອກແຮງງານຢູ່ ປະເທດໃກ້ຄຽງ, ຫາກມີຈຸດປະສົງຈະເດີນທາງກັບຄືນມານະຄອນຫຼວງວຽງຈັນ ແມ່ນໃຫ້ໄປລົງທະບຽນເຂົ້າມາຜ່ານ ທາງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ແລ້ວນໍາສົ່ງໄປຈໍາກັດບໍລິເວນ ຢູ່ສູນຫຼັກ 27 ຫຼື ໂຮງແຮມທີ່ຄະນະສະເພາະກິດ ໄດ້ກໍານົດໄວ້; ຫ້າມບໍ່ໃຫ້ບຸກຄົນໃດໄປອອກແຮງງານ ຢູ່ປະເທດທີ່ກໍາລັງມີການລະບາດຂອງພະຍາດ COVID-19 ຈົນກວ່າສະພາບການລະບາດຂອງພະຍາດຈະຫຼຸດຜ່ອນລົງ ແລະ ມີການຜ່ອນຜັນຂອງຄະນະສະເພາະກິດ.


5. ມອບໃຫ້ກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ ຊີ້ນໍາ-ບັນຊາກໍາລັງຂອງຕົນ, ຂອງເມືອງ, ທະຫານ ຊາຍແດນ ເພີ່ມທະວີການກວດກາລາດຕະເວນ ປ້ອງກັນ ແລະ ສະກັດກັ້ນ ການລັກລອບເຂົ້າ-ອອກເມືອງ ຂອງຄົນລາວ ແລະ ຄົນຕ່າງປະເທດ ຕາມລໍາແມ່ນໍ້າຂອງ, ຖ້າຫາກກວດກາພົບເຫັນຜູ້ລະເມີດຮັບ-ສົ່ງຄົນ ເຂົ້າ-ອອກເມືອງ ແມ່ນ ໃຫ້ຢຶດເຮືອ, ກັກຕົວເຈົ້າຂອງເຮືອ ແລະ ຜູ້ລັກລອບເຂົ້າເມືອງ ມາດໍາເນີນຄະດີຕາມລະບຽບກົດຫມາຍ.

6. ໃຫ້ເຈົ້າຫນ້າທີ່ ປກຊ-ປກສ ສົມທົບກັບອົງການປົກຄອງບ້ານ ເອົາໃຈໃສ່ຕິດຕາມບຸກຄົນລັກລອບເຂົ້າ-ອອກເມືອງ, ມາພັກເຊົາຢູ່ເຮືອນບຸກຄົນ, ຫ້ອງແຖວ, ຫໍພັກ, ອາພາດສ໌ເມັ້ນ, ເຮືອນພັກ, ໂຮງແຮມ ຢູ່ພາຍໃນບ້ານ, ຖ້າພົບເຫັນ ໃຫ້ລາຍງານຕໍ່ຄະນະສະເພາະກິດ ຂັ້ນເມືອງ, ຂັ້ນນະຄອນຫຼວງວຽງຈັນ ດ່ວນ, ເພື່ອເອົາຜູ້ກ່ຽວໄປກວດຫາເຊື້ອ ແລະ ສົ່ງເຂົ້າສູນຈໍາກັດບໍລິເວນ.


7. ຖ້າຜູ້ໃດມີເຈດຕະນາ, ປະຫມາດເລີ້ນເດີ້ ເປັນຕົ້ນເຫດຂອງການແຜ່ເຊື້ອພະຍາດ COVID-19 ໃສ່ຜູ້ອື່ນ ຫຼື ຊຸມຊົນ ຜູ້ນັ້ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕໍ່ຜົນເສຍຫາຍທີ່ເກີດຂຶ້ນທັງຫມົດ ແລະ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ ຢ່າງເຂັ້ມງວດ.