ປະທານປະເທດອວຍພອນປີໃໝ່ ພ.ສ 2564 “ຈົ່ງເປັນປີທີ່ນຳເອົາຜົນສໍາເລັດ ແລະ ຄວາມ ຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດ”

516

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ! ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ ” ແລະ ຕ້ອນຮັບປີໃໝ່“ ປີສະຫຼູ ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາລືກງາມຍາມດີ ວັນທີ່ເປັນມຸງຄຸນນີ້ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດໂຄວິດ – 19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.

ໃນປີເກົ່າ ພ.ສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນເຂົ້າໃນການພັດທະນາ, ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນສະເໝີມາ. ເຫດການທີ່ພົ້ນເດັ່ນກວ່າໝູ່ແມ່ນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຈາກນັ້ນປວງຊົນລາວທັງຊາດທີ່ມີສິດຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ພ້ອມພຽງຮຽງໜ້າກັນອອກມາໃຊ້ສິດຂອງຕົນໃນການປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ເຊິ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຢ່າງເຕັມສ່ວນ. ຕໍ່ຈາກນັ້ນ, ສະພາແຫ່ງຊາດ ກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະ ໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງຊາດເຮົາ. ເຫດການດັ່ງກ່າວ, ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດເຮົາ ໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ສະແດງເຖິງ ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າຕໍ່ກັບການນໍາພາຂອງພັກ – ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

อาจเป็นรูปภาพของ 1 คน และกำลังยืน

ເຖິງວ່າປີຜ່ານມາ, ປະເທດເຮົາຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ກະທົບເຂົ້າໃສ່ປະເທດເຮົາກໍຕາມ, ແຕ່ພາຍໃຕ້ການນໍາຂອງພັກ – ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວໃນທົ່ວປະເທດ, ພວກເຮົາມີຄວາມພາກພູມໃຈທີ່ເຫັນວ່າ ສປປ ລາວ ສາມາດປະຕິບັດຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ – ສັງຄົມ ທີ່ວາງໄວ້ດ້ວຍຜົນສໍາເລັດທີ່ສໍາຄັນຈໍານວນບໍ່ໜ້ອຍ ເປັນຕົ້ນ: ປະເທດເຮົາສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີ ຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ວັດທະນະທໍາ – ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ລະບົບການເມືອງ – ການປົກຄອງໄດ້ຮັບການປັບປຸງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ; ປະຊາຊົນລາວເຮົາມີຄວາມສາມັກຄີປອງດອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫຼາຍ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ไม่มีคำอธิบายรูปภาพ

ນະໂອກາດອັນລືກງາມຍາມດີ ແລະ ເປັນສີລິມຸງຄຸນນີ້, ຂ້າພະເຈົ້າຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ໃນນາມສ່ວນຕົວຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ແພດໝໍ ແລະ ຄູ – ອາຈານ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງຮ່ວມຊາດທຸກຖ້ວນໜ້າ, ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ, ລວມທັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດເຮົາໃນແຕ່ລະດ້ານຢ່າງຕັ້ງໜ້າ ໂດຍສະເພາະໃນສະໜາມຮົບຕໍ່ສູ້ອັນດຸເດືອດຂອງການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດໂຄວິດ – 19, ຈົນເຮັດໃຫ້ປະເທດເຮົາມີຜູ້ຕິດເຊື້ອສະສົມຈຳນວນຈຳກັດ ແລະ ບໍ່ທັນມີຜູ້ເສຍຊີວິດ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

อาจเป็นรูปภาพของ 4 คน

ປີສະຫຼູ ພ.ສ 2564 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ ເຮົາ ເຊິ່ງພວກເຮົາຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນຂອງພັກ ແລະ ຂອງຊາດ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ ສູ້ຊົນພັດທະນາປະເທດເຮົາໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເພື່ອກ້າວໄປສູ່ບາດກ້າວຕໍ່ໄປທີ່ໜັກແໜ້ນ, ພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແຕ່ນີ້ເຖິງປີ 2030 ”.

อาจเป็นรูปภาพของ 2 คน

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ປະຊາຊົນລາວໃນທົ່ວປະເທດ ຕ້ອງໄດ້ພ້ອມກັບ ພັກ ແລະ ລັດເຮົາ ຮ່ວມແຮງຮ່ວມໃຈກັນອອກແຮງສູ້ຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂອງລັດ ໃຫ້ປາກົດຜົນເປັນຈິງ, ສ້າງວິຖີຊີວິດແບບໃໝ່, ສ້າງການຫັນປ່ຽນໃໝ່ໃນການທຳມາຫາກິນ, ການດຳລົງຊີວິດທີ່ກ້າວໜ້າທັນສະໄໝຂຶ້ນ, ຈຳກັດປັດເປົ່າສິ່ງຫຍໍ້ທໍ້ໃນສັງຄົມເຮົາໃຫ້ກາຍເປັນສັງຄົມທີ່ປອດໃສ, ສະອາດ, ຈົບງາມ ເປັນສັງຄົມທີ່ໂອບເອື້ອອາລີ, ຍຸຕິທຳ ແລະ ສີວິໄລ ຕາມມູນເຊື້ອອັນດີງາມຂອງຊາດ ທັງໃຫ້ມີຄວາມຄິດປະດິດສ້າງ ແລະ ກ້າວໜ້າທັນຍຸກທັນເຫດການດ້ວຍ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ไม่มีคำอธิบายรูปภาพ

ກ້າວເຂົ້າສູ່ປີໃໝ່ ປີສະຫຼູ ພ.ສ 2564 ນີ້, ຂໍຖືໂອກາດທີ່ເປັນມຸງຄຸນ ແລະ ລືກງາມຍາມດີນີ້, ຂ້າພະເຈົ້າ ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ ຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ, ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການທີ່ຈະເກີດຂຶ້ນໃນປີຈະມາເຖິງນີ້, ພ້ອມພາກັນສ້າງສາພັດທະນາປະເທດເຮົາໃຫ້ກ້າວໜ້າຈະເລີນຂຶ້ນໄປບໍ່ຢຸດຢັ້ງ.

อาจเป็นรูปภาพของ 1 คน

ພ້ອມກັນນີ້, ຂ້າພະເຈົ້າກໍຂໍຝາກຄວາມຄິດເຖິງພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ຂໍຈົ່ງພ້ອມກັນອວ່າຍໜ້າມາຫາປະເທດ ທີ່ເປັນບ້ານເກີດຂອງເຊື້ອເຜົ່າພົງພັນຂອງຕົນ ເພື່ອຮ່ວມກັບປະຊາຊົນພາຍໃນຊາດສ້າງສາ ແລະ ພັດທະນາປະເທດຊາດອັນແສນຮັກຂອງພວກເຮົາໃຫ້ມັ່ງຄັ່ງ, ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນໄປ.

ไม่มีคำอธิบายรูปภาพ

ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ຊາວຕ່າງປະເທດ ແລະ ຊາວຕ່າງດ້າວທີ່ກໍາລັງດຳລົງຊີວິດຢູ່ ສປປ ລາວ ຈົ່ງມີຄວາມສຸກ, ຄວາມຈະເລີນຕະຫຼອດປີໃໝ່ ພ.ສ 2564 ນີ້.

ທ້າຍສຸດນີ້, ຂໍອວຍພອນໃຫ້ປີໃໝ່ “ ປີສະຫຼູ ” ພ.ສ 2564 ນີ້ ຈົ່ງເປັນປີທີ່ນຳເອົາຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ!.

ສະບາຍດີປີໃໝ່!

( ຂໍຂອບໃຈ )