ຄະນະສະເພາະກິດວາງ 6 ມາດຕະການໃຫ້ປະຕິບັດ ພ້ອມຮຽກຮ້ອງສັງຄົມເຂົ້າສັກວັກຊິນປ້ອງກັນໂຄວິດ

156

ອີງໃສ່ສະພາບການລະບາດ ຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດ ທີ່ີມີຊາຍແດນຕິດຈອດກັບປະເທດເຮົາ, ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ, ດັ່ງນັ້ນ ເພື່ອປ້ອງກັນບັນຫາການລະບາດຂອງພະຍາດໂຄວິດ-19, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວມື້ນີ້ວ່າ: ແຕ່ນີ້ຕໍ່ໄປພວກເຮົາ ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດເຂັ້ມງວດໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດັ່ງນີ້:

1. ສືບຕໍ່ປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ ໂດຍສະເພາະ ຄຳສັ່ງເພີ່ມເຕີມ ກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍເດືອນເມສາ.

2. ຈັດຕັ້ງການສັກວັກຊີນກັນພະຍາດ COVID-19 ຢ່າງເລັ່ງດ່ວນ ໂດຍສະເພາະສຸມໃສ່ສັກໃຫ້ກຸ່ມອາຊີບທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້. ສະນັ້ນ ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ ຊຶ່ງຢາວັກຊີນ ແມ່ນໄດ້ຮັບການຢັ້ງຢືນ ຈາກອົງການສາກົນ, ຫຼາຍປະເທດໃນໂລກ ກໍ່ໄດ້ນຳໃຊ້. ຜ່ານການສັກຢາວັນຊີນ ໃຫ້ກຸ່ມເປົ້າໝາຍໃນໄລຍະຜ່ານມາ ບໍ່ມີການລາຍງານກ່ຽວກັບຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ.


3. ພ້ອມກັນນີ້ ກໍ່ສະເໜີໃຫ້ພາກທຸລະກິດ ເປັນເຈົ້າການປະກອບສ່ວນສະໜັບສະໜູນແຜນການສັກວັກຊີນ ໂດຍຜ່ານກະຊວງສາທາລະນະສຸກ.
4. ເພີ່ມທະວີການຕິດຕາມ, ກວດກາ ບໍລິເວນລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລັກລອບເຂົ້າປະເທດ ຂອງພົນລະເມືອງລາວ ແລະ ຊາວຕ່າງຊາດ ໂດຍສະເພາະ ຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍ ມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດ ກຳນົດໄວ້ ໃຫ້ຄົບ 14 ວັນ ຕາມລະບຽບການ. ພ້ອມກັນນີ້, ກໍ່ຈະປະຕິບັດມາດຕະການ ເດັດຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ກຳນົດ.

5. ສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເພີ່ມທະວີ ໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
6. ປັບປຸງມາດຕະຖານສູນຈຳກັດບໍລິເວນ, ກວດວິເຄາະຫາເຊື້ອພະຍາດ ໃນກຸ່ມຄົນທີ່ມີອາການສົງໄສ ແລະ ມີຄວາມສ່ຽງ.