ບໍລິສັດບົວລະພາ ເລີ່ມທົດລອງຜະລິດໄມ້ອັດ ຄາດເປີດໂຮງງານເປັນທາງການເດືອນມິຖຸນາ

984

ໂຮງງານໄມ້ອັດ ບໍລິສັດ ບົວລະພາ ສ້າງຕັ້ງມາແຕ່ກາງປີ 2019 ປັດຈຸບັນສໍາເລັດ 100% ໂດຍໄດ້ທົດລອງການຜະລິດ ເພື່ອກຽມຄວາມພ້ອມດ້ານເຄື່ອງຈັກ ແລະ ລະບົບຕ່າງໆຄາດວ່າໃນເດືອນມິຖຸນາທີ່ຈະມາເຖິງ ຈະໃຫ້ສາມາດເປີດການຜະລິດຢ່າງເປັນທາງການ ໂດຍຕ້ອງການວັດຖຸດິບ 1 ແສນແມັດກ້ອນຕໍ່ປີ ແລະ ສາມາດຜະລິດໄມ້ອັດໄດ້ 50 ພັນແມັດກ້ອນຕໍ່ປີ ຜະລິດຕະພັນ 95% ແມ່ນສົ່ງອອກ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອໍານວຍການ ບໍລິສັດ ບົວລະພາ ກະສິກໍາ ຈໍາກັດ ກ່າວວ່າ: ປັດຈຸບັນ ບໍລິສັດ ບົວລະພາ ໄດ້ສໍາເລັດການກໍ່ສ້າງໂຮງງານໄມ້ອັດແລ້ວ ແລະ ເລີ່ມທົດລອງການຜະລິດໄມ້ອັດ ນັບແຕ່ທ້າຍເດືອນມີນາ 2021 ເປັນຕົ້ນມາ ເພື່ອທົດລອງລະບົບເຄື່ອງຈັກໃຫ້ໄດ້ມາດຕະຖານ ແລະ ຜະລິດໄມ້ອັດໃຫ້ມີຄຸນນະພາບ ເພື່ອກຽມຄວາມພ້ອມຮອບດ້ານໃນການເປີດການຜະລິດຕົວຈິງທີ່ຈະມີຂຶ້ນໃນລະຫວ່າງເດືອນມິຖຸນາທີ່ຈະມາເຖິງ.

อาจเป็นรูปภาพของ 1 คน, กำลังนั่ง, เครื่องประดับ และสถานที่ในร่ม

ທ່ານກ່າວຕື່ມວ່າ: ໃນສ່ວນຂອງເຄື່ອງກົນຈັກໃນການຕັດໄມ້ ເພື່ອປ້ອນໂຮງງານບໍລິສັດໄດ້ກຽມແຕ່ທ້າຍປີຜ່ານມາ ເຊິ່ງນໍາລົດຕັດໄມ້ທັນສະໄໝເຂົ້າມາ 2 ຄັນ ເຊິ່ງປັດຈຸບັນມີຄວາມພ້ອມ ບໍ່ວ່າຈະເປັນພະນັກງານຂັບລົດ ແລະ ອື່ນໆ. ສ່ວນແຮງງານທີ່ຈະນໍາໃຊ້ເຂົ້າໃນການຜະລິດປັດຈຸບັນກະກຽມແລ້ວ 100 ກວ່າຄົນ, ໃນນັ້ນ 50 ຄົນທີ່ຜ່ານການຝຶກງານ ແລະ ໄດ້ເຊັນຢັ້ງຢືນເປັນພະນັກງານແລ້ວ, ສ່ວນອີກ 50 ກວ່າຄົນ ແມ່ນກໍາລັງຜ່ານການຝຶກງານໄດ້ເດືອນກວ່າ ຄາດວ່າຈະໃຫ້ສາມາດເຊັນຮັບເປັນພະນັກງານໃນໄວໆນີ້.

อาจเป็นรูปภาพของ ต้นไม้ และธรรมชาติ

ໂຮງງານຜະລິດໄມ້ອັດ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ຕັ້ງຢູ່ບ້ານໂພນສູງ ແລະ ບ້ານຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ ເຊິ່ງບໍລິສັດ CAMCE ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 12,42 ລ້ານໂດລາສະຫະລັດ, ມີຄວາມຕ້ອງການວັດຖຸດິບ 1 ແສນແມັດກ້ອນຕໍ່ປີ ແລະ ສາມາດຜະລິດໄມ້ອັດຂະໜາດຕ່າງໆຕາມຕະຫຼາດຕ້ອງການໄດ້ 50 ພັນແມັດກ້ອນ ຜະລິດຕະພັນ 95% ແມ່ນສົ່ງຂາຍໄປຕ່າງປະເທດ ແລະ 5% ແມ່ນຈໍາໜ່າຍຕະຫຼາດພາຍໃນ. ສ່ວນສິ່ງເສດເຫຼືອຈາກຂະບວນການຜະລິດຂອງໂຮງງານ ເປັນຕົ້ນແມ່ນແກ່ນຂອງໄມ້ ກໍຈະນໍາໄປຂາຍໃນຮ້ານອຸປະກອນກໍ່ສ້າງ ເປັນຕົ້ນແມ່ນດ້າມຊວ້ານ, ດ້າມສຽມ ເຊິ່ງໃນຕໍ່ໜ້າຈະພັດທະນາເປັນຜະລິດຕະພັນ ເພື່ອສົ່ງອອກໄປຕ່າງປະເທດ, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວ.

อาจเป็นรูปภาพของ 1 คน และกำลังยืน

ຖ້າໂຮງງານສໍາເລັດສົມບູນ ມີຄວາມຕ້ອງການພະນັກງານເປັນຈໍານວນຫຼາຍ ແລະ ສ້າງຕ່ອງໂສ້ທຸລະກິດປິ່ນອ້ອມພາຍໃນທ້ອງຖິ່ນສ້າງຜົນປະໂຫຍດມະຫາສານຕໍ່ເສດຖະກິດຂອງປະເທດ, ສ້າງວຽກເຮັດງານທໍາໃຫ້ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.