ການຄ້ານະຄອນຫຼວງ ຄຸມເຂັ້ມ ລາຄາສິນຄ້າໄລຍະປີໃໝ່ລາວ

398

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ( ອຄ.ນວ ) ໄດ້ຄຸມເຂັ້ມລາຄາສິນຄ້າໃນໄລຍະປີໃໝ່ລາວ ໂດຍອອກແຈ້ງການ 2 ສະບັບ; ໃນນັ້ນແຈ້ງປັບລາຄາຊີ້ນໝູ ແລະ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະປີໃໝ່ລາວ ພສ 2564 ເພື່ອເຮັດໃຫ້ລາຄາສິນຄ້າ ແລະ ຄ່າບໍລິການມີ ຄວາມສະຫງົບ, ຫຼີກລຽງການເອົາລັດເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ.

ພະແນກ ອຄ.ນວ ອອກແຈ້ງການເລກທີ 0452/ອຄ.ນວຄພນ ລົງວັນທີ 1 ເມສາ 2021 ເລື່ອງປັບປຸງລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູຢູ່ນະຄອນຫຼວງວຽງຈັນ, ອີງຕາມມະຕິກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການເຫັນດີຮັບຮອງເອົາການປັບປຸງໂຄງປະກອບລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູ ຄັ້ງວັນທີ 19 ມີນາ 2021, ມີລາຍລະອຽດດັ່ງນີ້:

1. ລາຄາຊີ້ນໝູຢືນໜ້າຟາມຊື້ – ຂາຍລາຄາສູງສຸດບໍ່ເກີນ 28.500 ກີບຕໍ່ກິໂລ.

2. ລາຄາຂາຍຍົກໝົດໂຕທີ່ໄດ້ຂ້າ, ຄົວ ແລະ ຊໍາແຫຼະເປັນຊີ້ນ ລວມນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດລາຄາສູງສຸດບໍ່ເກີນ 34.000 ກີບຕໍ່ກິໂລ.

3. ລາຄາຂາຍຍ່ອຍລູກຂຽງ ຊີ້ນໝູປະເພດ 1 ລາຄາສູງສຸດບໍ່ເກີນ 48.000 ກີບຕໍ່ກິໂລ, ຊີ້ນໝູປະເພດ 2 ລາຄາສູງສຸດບໍ່ເກີນ 44.000 ກີບຕໍ່ກິໂລ.

4. ລາຄາຊີ້ນໝູປະເພດ 1 ທີ່ຂາຍຕາມຮ້ານຊຸບເປີມາກເກັດ, ຮ້ານຄ້າທົ່ວໄປຂອງ ບໍລິສັດ ລາຄາສູງສຸດບໍ່ເກີນ 48.000 ກີບຕໍ່ກິໂລ.

อาจเป็นรูปภาพของ 1 คน

ການຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 2 ເມສາ 2021 ເປັນຕົ້ນໄປ ( ກ່ອນໜ້ານີ້ ອຄ.ນວ ອອກແຈ້ງການເລກທີ 1482 ລົງວັນທີ 14 ກັນຍາ 2020 ກໍານົດລາຄາຊີ້ນໝູ ປະເພດ 1 ສູງສຸດບໍ່ເກີນ 44.000 ກີບຕໍ່ກິໂລ ).

ນອກນັ້ນ, ຍັງໄດ້ອອກແຈ້ງການ 0465/ອຄ.ນວ.ຄພນ ລົງວັນທີ 5 ເມສາ 2021 ເລື່ອງຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໄລຍະບຸນປີໃໝ່ລາວ ໂດຍໃຫ້ຜູ້ປະກອບການທຸລະກິດຊາວຄ້າຂາຍນໍາສິນຄ້າຂອງຕົນອອກມາຈໍາໜ່າຍໃນລາຄາທີ່ກໍານົດໃຫ້ ໂດຍສະເພາະແມ່ນລາຄາສິນຄ້າຄວບຄຸມ ເປັນຕົ້ນແມ່ນເຂົ້າກິນ, ຊີ້ນ, ປາ; ສ່ວນສິນຄ້າປະເພດອື່ນໆແມ່ນຂາຍໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ.

ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ, ຖ້າມີການພັກຫຼິ້ນບຸນປີໃໝ່ ໃຫ້ຄະນະຈັດສັນຕະຫຼາດຊຸກຍູ້ໃຫ້ຊາວຄ້າຂາຍມາຂາຍໃຫ້ເປັນປົກກະຕິ ແລະ ຂໍຄວາມຮ່ວມມືນໍາຊາວຄ້າຂາຍໃຫ້ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສະໜອງສິນຄ້າມີ ຄວາມພຽງພໍ, ສັງຄົມມີຄວາມສະຫງົບ, ມີສະຖຽນລະພາບດ້ານລາຄາ ປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ລາວມີຄວາມເບີກບານມ່ວນຊື່ນ, ພ້ອມກັນນັ້ນຮັບປະກັນມາດຕະການປ້ອງກັນພະຍາດໂຄວິດ – 19 ຢ່າງເຂັ້ມງວດ.

อาจเป็นรูปภาพของ 3 คน

ກໍານົດລາຄາຂາຍຍ່ອຍເຂົ້າໜຽວ ປະເພດ 2 ສູງສຸດບໍ່ເກີນ 7.400 ກີບຕໍ່ກິໂລ, ປານິນກະຊັງ 20.000 ກີບຕໍ່ກິໂລ.

ຖ້າເຈົ້າໜ້າທີ່ລົງກວດພົບເຫັນຫົວໜ່ວຍທຸລະກິດ, ຊາວຄ້າຂາຍຜູ້ໃດລະເມີດລະບຽບການ ແລະ ແຈ້ງການສະບັບນີ້ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ ແລະ ປົດສິດຕາມແຕ່ລະກໍລະນີ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ ກ່າວວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພວກເຮົາເນັ້ນໃສ່ດໍາລັດ 474/ນຍ ເປັນນິຕິກໍາຫຼັກ ທັງເປັນແມ່ເຫຼັກອັນສໍາຄັນສໍາລັບການປະຕິບັດລະບຽບການຄຸ້ມຄອງລາຄາສິນຄ້າຢູ່ ສປປ ລາວ. ຈາກນັ້ນ, ກໍໄດ້ມີການຜັນຂະຫຍາຍອອກເປັນແຕ່ລະປີ ແຕ່ລະໄລຍະ ເພື່ອຈັດຕັ້ງປະຕິບັດໃຫ້ເໝາະກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.

อาจเป็นรูปภาพของ 1 คน

ສໍາລັບນະຄອນຫຼວງວຽງຈັນ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ ພວກເຮົາກໍໄດ້ອອກແຈ້ງການສອງສະບັບ ຄື: ແຈ້ງການປັບປຸງລາຄາຊີ້ນໝູ ແລະ ແຈ້ງການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ.

ທົ່ວນະຄອນຫຼວງວຽງຈັນ ມີຕະຫຼາດ 108 ແຫ່ງ, ໃນນັ້ນຕະຫຼາດໃຫຍ່ 9 ແຫ່ງ, ໃນໄລຍະບຸນປີໃໝ່ລາວໄດ້ແຕ່ງຕັ້ງເຈົ້າໜ້າທີ່ການຄ້າລົງສົມທົບກັບເຈົ້າຂອງຕະຫຼາດ, ຈັດສັນຕະຫຼາດ ເພື່ອເຮັດແນວໃດເຮັດໃຫ້ການຄ້າຂາຍມີຄວາມສະຫງົບ ຮັບປະກັນໄດ້ ບໍ່ໃຫ້ມີການເອົາລັດເອົາປຽບກັນ.

ພ້ອມຮຽກຮ້ອງໃຫ້ສັງຄົມມີສະຕິ ຢ່າເສບຂ່າວທາງອອນລາຍທີ່ບໍ່ເປັນທາງການທີ່ສ້າງຄວາມວຸ່ນວາຍ ເຮັດໃຫ້ສັງຄົມບໍ່ສະຫງົບ ຕ້ອງເສບຂ່າວຢ່າງມີສະຕິ ແລະ ເປັນຂ່າວຂອງທາງການ.