ທ່ານທອງລຸນ ສີສຸລິດ ເນັ້ນໃຫ້ສະມາຊິກລັດຖະບານ ຕ້ອງກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ,

455

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ເມສາ 2021 ແລະ ໄດ້ອັດລົງ ໃນຕອນແລງວັນທີ 9 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາສະມາ ຊິກລັດຖະບານ ຊຸດທີ IX ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳ ຈາກສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ໄດ້ເນັ້ນ ໃຫ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ, ກົມກອງ ແລະ ພະແນກການ ໃຫ້ເໝາະສົມ ລວມທັງ ຄົ້ນຄວ້າ ປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ສອດຄ່ອງກັນ ບົນຈິດໃຈກະທັດຮັດ, ມີປະສິດທິພາບສູງ ແລະ ສາມາດກວດກາໄດ້, ລົບລ້າງການບໍລິຫານລັດ ທີ່ເປັນຂອດລະຫວ່າງກາງ, ມອບໜ້າທີ່ຮັບຜິດຊອບ ໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງ ໃຫ້ລະອຽດຂຶ້ນກວ່າເກົ່.

ຫັນການບໍລິຫານວຽກງານຂອງລັດ ໃຫ້ເຂົ້າສູ່ລະບຽບກົດໝາຍ ຢ່າງເຂັ້ມງວດ. ສະມາຊິກລັດຖະບານ ຕ້ອງເປັນຜູ້ຄິດ, ຄົ້ນຫາສິ່ງໃໝ່ໆ ໃນການບໍລິຫານວຽກ, ບໍລິຫານຄົນ ໃຫ້ຄ່ອງແຄ້ວ, ທັງຕ້ອງເປັນແບບຢ່າງທີ່ດີ, ເຮັດວຽກຍາມໃດກໍໃກ້ຊິດຕິດແທດຕົວຈິງກັບຮາກຖານ, ເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ ທີ່ຕົນຊີ້ນຳບັນຊາໃຫ້ເຂົາກ້າຄິດ, ກ້າເຮັດໃນສິ່ງທີ່ຖືກກົດໝາຍ.

ສະມາຊິກລັດຖະບານ ຕ້ອງກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແນໃສ່ເພີ່ມຄວາມເຫຼື້ອມໃສສັດທາຂອງປະຊາຊົນ ຕໍ່ພັກ-ລັດເຮົາ. ໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂຄວາມໂປ່ງໃສຂອງພະນັກງານ ຢ່າງແຂງແຮງກວ່າເກົ່າ.

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ