ມອບ – ຮັບໜ້າທີ່ລັດຖະມົນຕີກະຊວງ ຖວທ

290

ພິທີມອບ – ຮັບເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ລະຫວ່າງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ ( ຜູ້ເກົ່າ ) ກັບ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ ( ຜູ້ໃໝ່ ) ມີຂຶ້ນໃນວັນທີ 7 ເມສາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ໃນໄລຍະຜ່ານມາຕົນເອງໄດ້ຕັ້ງໃຈປະຕິບັດໜ້າທີ່ໃຫ້ສົມເຫື່ອແຮງ, ຄວາມຮູ້, ຄວາມສາມາດ ແລະ ຄວາມຫ່ວງໄຍຂອງຕົນເຂົ້າໃສ່ວຽກງານທີ່ພັກ – ລັດມອບໝາຍ ແລະ ຮ່ວມກັບບັນດາສະຫາຍ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງເຮັດສຳເລັດໜ້າທີ່ການເມືອງແຫ່ງການເຄື່ອນໄຫວວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ນຳພາກໍ່ສ້າງພັກດ້ານແນວຄິດ, ເອົາໃຈໃສ່ຈັດຕັ້ງສຶກສາອົບຮົມການເມືອງ – ແນວຄິດ ແນໃສ່ປັບປຸງຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງພະນັກງານສະມາຊິກພັກ, ຈັດຕັ້ງການຝຶກອົບຮົມຍົກລະດັບທາງດ້ານທິດສະດີການເມືອງ – ການປົກຄອງໄປຄຽງຄູ່ກັບການຍົກລະດັບວິຊາສະເພາະ ແລະ ຄວາມຊຳນານງານ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານ ພັນຄໍາ ວິພາວັນ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະພັກ ຄະນະນຳກະຊວງ ຖວທ ສືບຕໍ່ສຸມໃສ່ພັດທະນາວຽກງານຖະແຫຼງຂ່າວ – ສື່ມວນຊົນໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ເປັນກະບອກສຽງອັນແຫຼມຄົມຂອງພັກ ແລະ ລັດຖະບານທີ່ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອໂຄສະນາແນວທາງຂອງພັກ – ລັດ ແລະ ເປັນກຳລັງແຮງໂຄສະນາຕອບຕ້ານ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ຍາມໃດກໍຍັງບໍ່ຫຼຸດລະເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ – ລັດ ແລະ ຕໍ່ລະບອບໃໝ່ຂອງພວກເຮົາ.

ສຸມໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ, ອະນຸຮັກ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫຼາກຫຼາຍ, ສ້າງມູນຄ່າເພີ່ມ ໂດຍການຫັນເປັນອຸດສາຫະກໍາ ວັດທະນະທໍາໃນໄລຍະໃໝ່ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ, ເດັດດ່ຽວຕ້ານສະກັດກັ້ນວັດທະນະທໍາທີ່ບໍ່ສອດຄ່ອງ; ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດທະນາການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ທ່ອງທ່ຽວກະສິກຳໃຫ້ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ.