ເດືອນກຸມພາ ສປປ ລາວ ເກີນດຸນ 42 ລ້ານໂດລາ ດ້ວຍຍອດສົ່ງອອກ 446 ລ້ານໂດລາ

347

ຍອດສົ່ງອອກປະຈໍາເດືອນກຸມພາ ປີ 2021 ຂອງ ສປປ ລາວ ບັນລຸ 446 ລ້ານໂດລາ, ເກີນດຸນການຄ້າ ປະມານ 42 ລ້ານໂດລາ, ສິນຄ້າສົ່ງອອກຫຼັກແມ່ນມັນຕົ້ນ 67 ລ້ານໂດລາ ຮອງມາແມ່ນຄໍາປະສົມ 40 ລ້ານໂດລາ.

ສູນຂໍ້ມູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນກຸມພາ ປີ 2021 ບັນລຸໄດ້ປະມານ 849 ລ້ານໂດລາສະຫະລັດ.

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 446 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 404 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 42 ລ້ານໂດລາ.

อาจเป็นรูปภาพของ กลางแจ้ง

ໝວດສິນຄ້າສົ່ງອອກຫຼັກ ມີ: ມັນຕົ້ນ 67 ລ້ານໂດລາ, ຮອງມາແມ່ນຄໍາປະສົມ ( ຄໍາແທ່ງ ) ມູນຄ່າປະມານ 40 ລ້ານໂດລາ, ແຮ່ທອງ ມູນຄ່າປະມານ 35 ລ້ານໂດລາ, ໝາກກ້ວຍ 23 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ, ໂຄງຮ່າງ ( ຊິ້ນສ່ວນກ້ອງບັນທຶກພາບ ) ມີມູນຄ່າ 14 ລ້ານໂດລາ, ໝາກໄມ້ ( ໝາກໂມ, ໝາກໜອດ, ໝາກຂາມ… ) ມີມູນຄ່າປະມານ 9 ລ້ານໂດລາ, ຢາງພາລາ ມູນຄ່າປະມານ 8 ລ້ານໂດລາ, ກາເຟ ( ບໍ່ທັນໄດ້ປຸງແຕ່ງ ) ມູນຄ່າ 7 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າ 4 ລ້ານໂດລາ.

อาจเป็นรูปภาพของ ธรรมชาติ และต้นไม้

ດ້ານໝວດສິນຄ້ານໍາເຂົ້າຫຼັກ ມີ: ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມີມູນຄ່າປະມານ 39 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າ 33 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ມີມູນຄ່າປະມານ 23 ລ້ານໂດລາ. ນອກນັ້ນ, ຍັງມີເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 20 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ມີມູນຄ່າ 14 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) ມີມູນຄ່າປະມານ 12 ລ້ານໂດລາ, ນ້ຳມັນແອັດຊັງ/ແອັດຊັງພິເສດ ມູນຄ່າ 9 ລ້ານໂດລາ, ນໍ້າຕານ ມີມູນຄ່າ 8 ລ້ານໂດລາ, ຜະລິດຕະພັນທາງເຄມີ 7 ລ້ານໂດລາສະຫະລັດ ແລະ ກາດ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 8 ລ້ານໂດລາ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ສປ ຈີນ ມູນຄ່າປະມານ 151 ລ້ານໂດລາ, ໄທ 106 ລ້ານໂດລາ, ສສ ຫວຽດນາມ 99 ລ້ານໂດລາ, ອິນເດຍ 8 ລ້ານໂດລາ ແລະ ຍີ່ປຸ່ນ ມີມູນຄ່າ ປະມານ 8 ລ້ານໂດລາ. ສ່ວນ 5 ປະເທດທີ່ນໍາເຂົ້າຫຼັກມີ: ປະເທດໄທ ມູນຄ່າປະມານ 243 ລ້ານໂດລາ, ສປ ຈີນ 78 ລ້ານໂດລາ, ສສ ຫວຽດນາມ 37 ລ້ານໂດລາ, ຍີ່ປຸ່ນ 9 ລ້ານໂດລາ ແລະ ອາເມຣິກາ 10 ລ້ານໂດລາ.