ຄົ້ນພົບຄວາມມັກຂອງຕົນເອງແຕ່ນ້ອຍ ລົ້ມແລ້ວລຸກລ່າຕາມຝັນບວກກັບຄວາມໃສ່ໃຈຈົນສໍາເລັດ

809

ຫຼາຍໆຄົນຄົງຄຸ້ນເຄີຍກັບຄໍາເວົ້າທີ່ວ່າ: “ ເມື່ອບໍ່ສາມາດເຮັດໃນສິ່ງທີ່ມັກ ກໍຈົ່ງຮັກໃນສິ່ງທີ່ເຮັດ ” ເພື່ອ ຄວາມຢູ່ລອດ ແຕ່ກໍປະຕິເສດບໍ່ໄດ້ວ່າ ຫາກເຮົາສາມາດເຮັດວຽກກ່ຽວຂ້ອງກັບພອນສະຫວັນທີ່ຕົນເອງມີ ແລະ ເຮັດດ້ວຍຄວາມຈິງຈັງ ກໍຈະສົ່ງຜົນໃຫ້ຊີວິດມີຄວາມສຸກພ້ອມທັງສາມາດປະກອບອາຊີບນັ້ນຍືນຍົງດ້ວຍຮອຍຍິ້ມຈົນລືມຄວາມອິດເມື່ອຍ.

ດັ່ງທ່ານ ນາງ ນ້ອຍກີ່ ໄຊຍະລາດ ຄົ້ນພົບຄວາມມັກຂອງຕົນເອງຕັ້ງແຕ່ຍັງນ້ອຍ ແລະ ເລີ່ມປະກອບອາຊີບເສີມຄວາມງາມຕັ້ງແຕ່ອາຍຸ 10 ກວ່າປີ ແມ່ນຈະມີຕົ້ນທຶນ ແລະ ຄວາມຮູ້ພຽງເລັກໜ້ອຍກໍຕາມ; ຈາກຈຸດນັ້ນໄດ້ເຮັດໃຫ້ມີປະສົບການ ແລະ ຄ່ອຍຕາມຫາຝັນຈົນສໍາເລັດ.

ນ້ອຍກີ່ ໄຊຍະລາດ ເລົ່າເຖິງເບື້ອງຫຼັງວ່າ: ເປັນເດັກນ້ອຍບ້ານນອກຄົນໜຶ່ງ ແລະ ຮູ້ວ່າຕົນເອງມັກດ້ານຄວາມສວຍຄວາມງາມມາຕັ້ງແຕ່ນ້ອຍ, ພໍອາຍຸໄດ້ 18 ປີ ກໍເປີດຮ້ານເສີມຄວາມງາມເປັນຂອງຕົນເອງຕາມທີ່ຕັ້ງໃຈໄວ້ ແຕ່ຍ້ອນຂາດຄວາມຮູ້ ຂາດປະສົບການຈຶ່ງບໍ່ສາມາດບໍລິຫານໄປຕໍ່ໄດ້; ຈາກຄວາມຫຼົ້ມແຫຼວໃນຄັ້ງນັ້ນ, ຕໍ່ມາກໍໄດ້ໄປໃຊ້ຊີວິດຢູ່ກຸງເທບ ( ປະເທດໄທ ) ອາໄສຢູ່ນໍາພີ່ນ້ອງ ແລະ ໂອກາດນັ້ນເອງຄວາມຝັນກໍເປັນຈິງ ເຊິ່ງໄດ້ຮຽນຮູ້ ແລະ ເຮັດດ້ານ ຄວາມສວຍຄວາມງາມ ໂດຍສະເພາະກ່ຽວກັບຜົມ ລວມມາເປັນເວລາ 10 ກວ່າປີ.

อาจเป็นรูปภาพของ 1 คน, เครื่องสำอาง และสถานที่ในร่ม

ປັດຈຸບັນ ນ້ອຍກີ່ ໄຊຍະລາດ ເປັນຜູ້ບໍລິຫານຮ້ານອາມິນ່າ ແຮ ແອນ ບິວຕີ້ ຊາລອນ ຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈາກປະສົບການຜ່ານມາພາໃຫ້ຄິດຢາກເຮັດຫຼາຍຢ່າງ ເຊັ່ນ: ຢາກເຜີຍແຜ່ຄວາມຮູ້ໃຫ້ກັບຄົນຮຸ່ນໃໝ່ ໂດຍສະເພາະຢາກຖ່າຍທອດປະສົບການໃຫ້ນ້ອງໆຍິງສາວ, ຢາກມີສ່ວນຮ່ວມພັດທະນາຊ່ວຍໃຫ້ຮ້ານເສີມຄວາມງາມໃນລາວເປັນມືອາຊີບຫຼາຍຂຶ້ນ ແຕ່ບົນເງື່ອນໄຂທີ່ວ່າ: ຜູ້ຮຽນຕ້ອງມີຄວາມມັກດ້ານນີ້ ເພາະ ນ້ອຍກີ່ ມີຄວາມເຊື່ອມາຕະຫຼອດວ່າ ຫາກເຮັດໃນສິ່ງທີ່ມັກຍ່ອມມີຄວາມສຸກ ແລະ ຈະເຮັດໃຫ້ມີຄວາມໝັ້ນຄົງໃນອາຊີບ ຄຽງຄູ່ກັບ ຄວາມສະບາຍໃຈໃນການເຮັດວຽກ.

ທັດສະນະຂອງ ນ້ອຍກີ່ ໃນອາຊີບເສີມຄວາມງາມ: ແມ່ນວຽກບໍລິການຢ່າງໜຶ່ງທີ່ຂ້ອນຂ້າງລະອຽດ ແລະ ພິຖີພິຖັນ, ດັ່ງນັ້ນຄົນທີ່ຈະປະກອບອາຊີບດ້ານນີ້ຕ້ອງມີ ຄວາມມັກ, ມີຄວາມໃຈເຢັນ ຈຶ່ງຈະເຮັດໄດ້ດີ ເພາະຈະເຮັດແນວໃດໃຫ້ຜູ້ອື່ນຮູ້ສຶກພໍໃຈໃນການບໍລິການຂອງເຮົາ.

อาจเป็นรูปภาพของ สถานที่ในร่ม

ປັດຈຸບັນຮ້ານ ອາມິນ່າ ແຮ ແອນ ບິວຕີ້ ຊາລອນ ຫຼື ທີ່ຫຼາຍຄົນຮູ້ຈັກ ຄື: ຮ້ານອາມີນ່າ ເປີດບໍລິການທຸກໆມື້ ເຊິ່ງພະນັກງານຈະປ່ຽນກັນພັກວຽກ ແລະ ທີ່ສໍາຄັນໃນແຕ່ລະເດືອນກໍຈະມີນະໂຍບາຍພິເສດ ຫຼື ໂປຣໂມຊັນສໍາລັບລູກຄ້າ ໂດຍພະນັກງານທຸກໆຄົນແມ່ນໄດ້ຜ່ານການຝຶກຝົນຊີ້ນໍາຢ່າງໃກ້ຊິດຈາກຜູ້ຈັດການ “ ເນັ້ນການບໍລິການແບບມືອາຊີບ ” ລາຄາບໍ່ແພງ ພາຍໃຕ້ຄໍາຂວັນ “ ຖືກ ແລະ ດີທີ່ນີ້ທີ່ດຽວ ” ທີ່ອາມີນ່າ.

อาจเป็นรูปภาพของ 2 คน และสถานที่ในร่ม

ຈາກບໍລິການດ້ວຍຄວາມຮັກດ້ວຍຄວາມຮັບຜິດຊອບ ຕະຫຼອດໄລຍະທີ່ໂຄວິດລະບາດມານີ້ ຮ້ານອາມີນ່າ ສາມາດຄົງຕົວຢູ່ໄດ້ ແລະ ຮັບຜົນກະທົບເບື້ອງຕົ້ນພຽງເລັກໜ້ອຍ ປັດຈຸບັນສາມາດເພີ່ມຂອດບໍລິການທັງເດັກນ້ອຍ ແລະ ຜູ້ໃຫຍ່.
ສ່ວນທັດສະນະດ້ານທຸລະກິດເສີມຄວາມງາມໃນລາວ, ຜູ້ຈັດການຮ້ານອາມີນ່າ ບອກວ່າ: ກໍາລັງເປັນໂອກາດທີ່ດີຮັບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມ ແຕ່ວ່າຕ້ອງມີການບໍລິການທີ່ເປັນມືອາຊີບຫຼາຍຂຶ້ນ.

ທຸກໆອາຊີບວຽກງານຍ່ອມມີຄວາມຫຍຸ້ງຍາກ ແຕ່ຫາກເຮັດດ້ວຍຄວາມມັກ ຄວາມອົດທົນ ຊີວິດຈະຜ່ານພົ້ນຄໍາວ່າ “ ຈົນ ” ບໍ່ວັນໃດກໍວັນໜຶ່ງ ຄືດັ່ງ ທ່ານ ນາງ ນ້ອຍນ່າ ຄົນນີ້ ທີ່ເຄີຍລົ້ມແລ້ວລຸກບືນສູ້ສູ່ເສັ້ນທາງທີ່ຕົນເອງຝັນ ແລ້ວຕື່ມເຕັມດ້ວຍຄໍາວ່າ “ ຂະຫຍັນ ” ໃນການປະກອບອາຊີບຈົນກາຍເປັນຜູ້ຈັດການ ແລະ ສາມາດຖ່າຍທອດສູ່ຜູ້ອື່ນໄດ້ນໍາອີກ.