ອະດີດປະທານປະເທດປອດໄພ ຈາກເຫດເຮືອຫລົ້ມທີ່ອ່າງນໍ້າງື່ມ

322

ຕາມການລາຍງາຂອງສຳນັກຂ່າວສານປະເທດລາວ(ຂປລ) ໃຫ້ຮູ້ວ່າ: ອຸບັດເຫດທາງເຮືອຢູ່ເຂດທ່ອງທ່ຽວອ່າງນໍ້າງື່ມ ແດນສະຫວັນ ແຂວງວຽງຈັນ ເປັນເຫດບັງເອີນ ຍ້ອນມີພາຍຸ ແລະ ລົມມາແຮງກະທັນຫັນຈົນເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ, ທ່ານ ອະດີດປະທານປະເທດ ຈູມມາລີ ໄຊຍະສອນ ຢູ່ໃນເຮືອລໍາດັ່ງກ່າວ ໄດ້ຮັບການຊ່ວຍເຫລືອຢ່າງປອດໄພ ພ້ອມດ້ວຍ ຜູ້ໂດຍສານ 30 ຄົນ ລວມເປັນ 31 ຄົນ ຊຶ່ງທັງໝົດພວມໄດ້ຮັບການປິ່ນ ປົວເປັນຢ່າງດີທີ່ໂຮງໝໍໃນນະຄອນ ຫລວງວຽງຈັນ.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ເຫດການຄັ້ງນີິ້ເກີດຂຶ້ນຍ້ອນມີລົມແຮງກະທັນຫັນ, ອະດີດປະທານປະເທດ ໄດ້ຮັບການຊ່ວຍເຫລືອປອດໄພ. ເຮືອນີ້ມີຜູ້ໂດຍສານ 39 ຄົນ, ພາຍຫລັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໄປປິ່ນປົວຢູ່ໂຮງໝໍນະຄອນຫລວງວຽງຈັນ. ສ່ວນຜູ້ເສຍຊີວິດ 8 ຄົນ, ສົບໄດ້ບໍາເພັນກຸສົນຢູ່ທີ່ສະໂມສອນໃຫຍ່ກະຊວງການປ້ອງກັນປະເທດ.

ຂ່າວຈາກ: ຂປລ