ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ປິດລົງດ້ວຍຜົນສຳເລັດພ້ອມຮັບເອົາຫຼາຍບັນຫາສຳຄັນ

368

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ພາຍຫຼັງທີ່ດຳເນີນມາເປັນເວລາ 5 ວັນ, ມາຮອດວັນທີ 26 ມີນາ 2021 ນີ້ແມ່ນໄດ້ປິດລົງຢ່າງເປັນທາງການແລ້ວ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມຮອງປະທານສະພາ, ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ບັນດາທ່ານຜູ້ນຳພັກ-ລັດ, ອາດີດການນຳ ຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປິດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ພາຍຫຼັງໄດ້ດຳເນີນມາເປັນເວລາ 5 ວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນການພິຈາລະນາຮັບຮອງບັນຫາສຳຄັນພື້ນຖານຂອງປະເທດຊາດ ກໍຄືທ້ອງຖິ່ນຂອງກອງປະຊຸມໄດ້ດຳເນີນການເລືອກຕັ້ງເອົາຕຳແໜ່ງສໍາຄັນຕ່າງໆຂອງອົງການອຳນາດແຫ່ງລັດເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ.

ພ້ອມດຽວກັນນັ້ນ, ໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ໂຄງປະກອບກົງຈັກຂອງລັດຖະບານ; ຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ປະທານກຳມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກຳມາທິການຂອງສະພາແຫ່ງຊາດ ແລະ ສະມາຊິກລັດຖະບານ ຕາມກົດໝາຍກຳນົດໄວ້. ການເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສຳຄັນຂອງລັດ, ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການລັດດັ່ງກ່າວມາຂ້າງເທິງນັ້ນ ເປັນບາດກ້າວສໍາຄັນໃນການສືບຕໍ່ບູລະນະລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການ ໃນ 5 ປີ ຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍຫັນເປັນແຜນງານໂຄງການອັນລະອຽດຂອງແຕ່ລະຂະແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ.

ກອງປະຊຸມ ໄດ້ຮັບຟັງການປະກອບຄວາມເຫັນທີ່ສໍາຄັນ ກ່າວຮັບໜ້າທີ່ຂອງທ່ານປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານກວດກາແຫ່ງລັດ ທີ່ໄດ້ຮັບການເລືອກຕັ້ງ ຊຶ່ງສະແດງເຖິງຄວາມມຸ້ງໝັ້ນ, ການຕັດສິນໃຈຂອງບັນດາທ່ານການນຳຂັ້ນສູງ ໃນການເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດໜ້າຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ; ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມທີ່ຈະເຮັດໜ້າທີ່ອັນສູດທີ່ມີຄວາມໝາຍສຳຄັນນີ້ ຕາມການມອບໝາຍຂອງຊາດ ແລະ ປະຊາຊົນ ເພື່ອພ້ອມກັນສຸມໃສ່ ແກ້ໄຂສະພາບຄວາມຫຍຸ້ງຍາກ-ເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນນີ້ໃຫ້ໄດ້ ເພື່ອສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ແຂງແຮງ ນຳເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.

ກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ IX (2021-2025), ກອງປະຊຸມ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານ ໃນສະພາບການພາກພື້ນ, ສາກົນ ມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ແຕ່ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກຳນົດໃນແຜນ 5 ປີ ຜ່ານມາ ສຳເລັດຫຼາຍຄາດໝາຍ ອັນໄດ້ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ມີການຂະຫຍາຍຕົວ, ເສດຖະກິດມະຫາພາກມີສະຖຽນລະພາບ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ມີໝາກຜົນດີຂຶ້ນເທື່ອລະກ້າວ, ຄຽງຄູ່ກັບການຕີລາຄາຜົນສຳເລັດດັ່ງກ່າວ, ກອງປະຊຸມຍັງໄດ້ ສະເໜີໃຫ້ລັດຖະບານ ເພີ່ມທະວີການຊີ້ນຳ ບັນຊາ ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດທິດທາງ, ເເຜນງານ, ໂຄງການ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ 5 ປີ (2021-2025) ດ້ວຍບັນດານະໂຍບາຍ, ມາດຕະການແບບບຸກທະລຸທີ່ແທດເໝາະກັບຕົວຈິງ ເຮັດໃຫ້ການຈັດຕັ້ງປະຕິບັດມີໝາກມີຜົນຕົວຈິງ.

ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2021-2025) ຂອງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ. ກອງປະຊຸມ ໄດ້ສະເໜີໃຫ້ອົງການດັ່ງກ່າວ ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ໃຫ້ມີຄຸນນະພາບ, ມີຄວາມເຂັ້ມແຂງ ຕິດພັນກັບການຍົກລະດັບຄວາມຮູ້, ຄວາມສາມາດ, ແນວຄິດ, ຄຸນສົມບັດ, ຈັນຍາທຳ-ຈັນຍາບັນ, ລວມທັງ ການປັບປຸງ ລະບອບແບບແຜນວິທີເຮັດວຽກ ເພື່ອຮັບປະກັນ ການປະຕິບັດພາລະບົດບາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກວ່າເກົ່າ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ແລະ ສຸມໃສ່ປະກອບຄວາມເຫັນ ແລະ ຮັບຮອງເອົາແຜນເຄື່ອນໄຫວວຽກງານ ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນ 5 ປີຕໍ່ໜ້າ, ຮັບປະກັນການເຄື່ອນໄຫວຂອງຕົນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການອັນຈຳເປັນ ໃນການພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ ແລະ ມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ.