ອົງການກວດກາແຫ່ງລັດກວດພົບ ການເສຍຫາຍກວ່າ 5 ພັນຕື້ກີບ

470

5 ປີຜ່ານມາ ອົງການກວດກາແຫ່ງລັດ ກວດ 4.129 ເປົ້າໝາຍ, ພົບເຫັນການເສຍຫາຍ 5.689 ຕື້ກວ່າກີບ, 31,7 ລ້ານກວ່າໂດລາສະຫະລັດ ກັບ 36,8 ລ້ານກວ່າບາດ.

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນາ 2021 ວ່າ: ການເຄື່ອນໄຫວວຽກງານກວດກາແຫ່ງລັດ 5 ປີ ( 2016 – 2020 ) ຜ່ານມາ ແມ່ນໄດ້ດໍາເນີນການຕິດຕາມ – ກວດກາປົກກະຕິ, ກວດກາຕາມຄໍາສັ່ງ, ຄຳຮ້ອງ – ຄຳສະເໜີ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະ ຕາມຜົນການກວດສອບ ເປັນຕົ້ນ: ຕິດຕາມ – ກວດກາການປະຕິບັດພາລະບົດບາດ, ສິດ – ໜ້າທີ່, ການປະຕິບັດກົດໝາຍ, ຂໍ້ກຳນົດ, ຄຳສັ່ງ, ການປະຕິບັດແຜນງົບປະມານ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງ – ນຳໃຊ້ຊັບສິນຂອງລັດ ເຊັ່ນ: ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດ – ຂຸດຄົ້ນແຮ່ທາດ ແລະ ອື່ນໆ ລວມທັງໝົດທີ່ໄດ້ກວດກາໃນ 5 ປີຜ່ານມາ ມີ 4.129 ເປົ້າໝາຍ.

อาจเป็นรูปภาพของ 2 คน, ผู้คนกำลังยืน และดอกไม้

ໃນນີ້, ຕິດຕາມ – ກວດກາປົກກະຕິ 1.435 ເປົ້າໝາຍ, ກວດກາຕາມຄຳສັ່ງ 1.014 ເປົ້າໝາຍ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 535 ເປົ້າໝາຍ ແລະ ກວດກາຕາມຜົນການກວດສອບ 1.145 ເປົ້າໝາຍ. ນອກນັ້ນ, ຍັງໄດ້ເກັບກໍາ ແລະ ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານໃນທົ່ວປະເທດ ຈໍານວນ 4.601 ໂຄງການ, ໃນນີ້ກວດກາສໍາເລັດແລ້ວ 692 ໂຄງການ ມີມູນຄ່າ 44.612 ຕື້ກີບ, ຜ່ານການຕິດຕາມກວດກາພົບເຫັນການເສຍຫາຍທັງໝົດ 5.689 ຕື້ກວ່າກີບ, 31,7 ລ້ານກວ່າໂດລາສະຫະລັດ, 36,8 ລ້ານກວ່າບາດ, ລົດໃຫຍ່ໄດ້ 5 ຄັນ ເຊິ່ງສາມາດເກັບກູ້ເງິນຄືນມາໃຫ້ລັດໄດ້ທັງໝົດ 1.064 ຕື້ກວ່າກີບ, 2,9 ລ້ານກວ່າໂດລາ, 11,1 ລ້ານກວ່າບາດ ແລະ ລົດໃຫຍ່ 4 ຄັນ.

ພ້ອມນັ້ນ, ຍັງໄດ້ກວດກາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ພົບເຫັນການລະເມີດກົດໝາຍ ເປັນຕົ້ນ:ມີການລັກລອບຕັດໄມ້, ລັກສົ່ງໄມ້ເຂົ້າໂຮງງານ ແລະ ສົ່ງຜະລິດຕະພັນໄມ້ໄປຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງພົວພັນນຳພະນັກງານລັດ, ຜູ້ປະກອບການ ແລະ ປະຊາຊົນທັງໝົດ 1.119 ຄົນ; ໃນນີ້ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ; ຢຶດໄມ້ໄດ້ 11.351 ກວ່າແມັດກ້ອນ ແລະ 33,17 ໂຕນ ປັບໃໝ 22,29 ຕື້ກີບ; ພົບເຫັນໄມ້ ຈໍານວນ 121.120 ແມັດກ້ອນ, ເງິນຄ້າງພັນທະ ແລະ ຄ່າຊື້ໄມ້ນໍາລັດ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.

ພ້ອມທັງໄດ້ກວດກາ ແລະ ດຳເນີນການສືບສວນ – ສອບສວນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ທັງໝົດ 762 ຄົນ ( ພະນັກງານລັດ 310 ຄົນ, ພະນັກງານລັດວິສາຫະກິດ 338 ຄົນ, ພະນັກງານບໍລິສັດ 103 ຄົນ, ປະຊາຊົນ 11 ຄົນ ); ຖືກດໍາເນີນຄະດີ 140 ຄົນ ( ພະນັກງານລັດ 58 ຄົນ, ພະນັກງານລັດວິສາຫະກິດ 42 ຄົນ, ບໍລິສັດເອກະຊົນ 34 ຄົນ, ປະຊາຊົນ 6 ຄົນ ).

ໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການ 107 ຄົນ ( ພະນັກງານລັດ 49 ຄົນ, ພະນັກງານລັດວິສາຫະກິດ 26 ຄົນ, ພະນັກງານບໍລິສັດ 27 ຄົນ, ປະຊາຊົນ 5 ຄົນ ); ສານຕັດສິນແລ້ວ 79 ຄົນ ( ພະນັກງານລັດ 40 ຄົນ, ພະນັກງານລັດວິສາຫະກິດ 16 ຄົນ, ບໍລິສັດເອກະຊົນ 22 ຄົນ, ປະຊາຊົນ 1 ຄົນ ); ແກ້ໄຂທາງບໍລິຫານທັງໝົດ 614 ຄົນ ( ພະນັກງານລັດ 254 ຄົນ, ພະນັກງານລັດວິສາຫະກິດ 288 ຄົນ, ບໍລິສັດເອກະຊົນ 72 ຄົນ ); ພົບເຫັນການເສຍຫາຍ ທັງໝົດ 378,7 ຕື້ ກວ່າກີບ, 362,5 ລ້ານກວ່າບາດ, 14,9 ລ້ານກວ່າໂດລາ, ເກັບກູ້ຄືນໄດ້ 370,9 ຕື້ກວ່າກີບ, 26 ລ້ານກວ່າບາດ, 11 ພັນກວ່າໂດລາ ເຫຼືອນັ້ນແມ່ນຍັງຄ້າງ.