ເລີໂນໂວ ເປີດໂຕ ThinkBook ລຸ້ນໃໝ່ລ່າສຸດ ຮັບເທຣນ “work-from-anywhere”

2026

ກຸງເທບ ປະເທດໄທ,   25 ມີນາ 2021  ເລີໂນໂວ (Lenovo) ເປີດໂຕແລັບທັອບ ThinkBook ລຸ້ນໃໝ່ລ່າສຸດທີ່ອອກແບບມາເພື່ອເປັນຕົວຊ່ວຍໃຫ້ຄົນເຮັດວຽກໃນປັດຈຸບັນກ້າວຜ່ານຄວາມທ້າທາຍແຫ່ງຍຸກທີ່ເກີດຂຶ້ນດ້ວຍການປະສົມປະສານປັດຊະຍາການອອກແບບສະໄໝໃໝ່ເຂົ້າກັບຄຸນສົມບັດທີ່ສັນສ້າງຂຶ້ນເພື່ອຕອບຮັບເທຣນ “ເຮັດວຽກໄດ້ຈາກທຸກບ່ອນ ” ຫຼື “work-from-anywhere”.

ແລັບທັອບລຸ້ນໃໝ່ໃນຕະກູນ ThinkBook ປະກອບດ້ວຍ ThinkBook Plus Gen 2 i, ThinkBook 13s Gen 2 i, ThinkBook 13x i, ThinkBook 14s Yoga i, ThinkBook 14p Gen 2, ThinkBook 15 Gen 2 i ແລະ ThinkBook 16p Gen 2.

ໃນຂະນະທີ່ອົງກອນທຸລະກິດຂະໜາດໃຫຍ່ຕ່າງກຳລັງປັບໂຕເພື່ອໃຫ້ເຂົ້າກັບວິຖີການເຮັດວຽກແບບໃໝ່ ທຸລະກິດຂະໜາດນ້ອຍແລະກາງຫຼື SMB ຕ້ອງປະເຊີນກັບການປັບໂຕໃນການນຳໂມເດວທຸລະກິດແບບໄຮບຣິດມາໃຊ້ໄດ້ຍາກຍິ່ງກວ່າ ເລີໂນໂວຈຶ່ງຕັ້ງໃຈອອກແບບເຕັກໂນໂລຊີທີ່ຈະຊ່ວຍໃຫ້ທຸລະກິດຂະໜາດນ້ອຍແລະກາງສາມາດເດີນໜ້າຕໍ່ໃນຍຸກແຫ່ງການປ່ຽນແປງນີ້ໄດ້

ໄຮໄລຂອງຜະລິດຕະພັນ ThinkBook ລຸ້ນໃໝ່ມີດັ່ງນີ້ :

ThinkBook Plus Gen 2 i

• ຈໍສະແດງຜົນ e-Ink ມາພ້ອມກັບອັດຕາ screen-to-body (STB) ເພິ່ມຂຶ້ນຈາກ 48% ເປັນ 68% ແລະມີພື້ນທີ່ໃຊ້ງານທີ່ໃຫຍ່ຂຶ້ນເປັນ 12 ນິ້ວ ຂະນະທີ່ຄວາມລະອຽດຂອງຈໍສະແດງແບບ top cover ກໍເພິ່ມຂຶ້ນເພື່ອໃຫ້ສອດຄ່ອງກັບຄວາມລະອຽດ 2560×1600 ຂອງຈໍສະແດງຜົນຫຼັກ

• ດ້ານປະສິດທິພາບກໍສູງຂຶ້ນດ້ວຍອັດຕາການຣີເຟສທີ່ດີຂຶ້ນແລະ e-Ink User Interface (UI) ໄດ້ຮັບການຄິດຄົ້ນແລະອອກແບບໃໝ່ເພື່ອໃຫ້ເຂົ້າເຖິງແອັບພິເຄເຊິນເພີ່ມຜະລິດຕະພາບ (productivity) ໄດ້ສະດວກງ່າຍດາຍຂຶ້ນໂດຍບໍ່ຕ້ອງເປີດຝາ

• ແລັບທັອບລຸ້ນໃໝ່ນີ້ບາງຂຶ້ນກວ່າເກົ່າ (13.9 ມມ.) ແລະເບົາຂຶ້ນ (1.3 ກກ.) ແລະປ່ຽນໄປເປັນຈໍສະແດງຜົນແສງສີຟ້າຕ່ຳ 16:10 ແບບໃໝ່ ເຊິ່ງຍັງເຫັນວ່າອັດຕາສ່ວນ STB ເພີ່ມຂຶ້ນຈາກ 78% ເປັນເກືອບ 90% ເພື່ອມອບປະສົບການໃຊ້ງານໜ້າຈໍແບບເກືອບຂອບຈຳຂອບ (edge-to-edge screen experience)

• ປະສິດທິພາບການໂຕ້ຕອບຂອງໜ້າຈໍແບບສຳຜັດ (touch interaction) ຖືກຍົກລະດັບດ້ວຍບິກແບບໃໝ່ເຮັດໜ້າທີ່ເປີດແອັບພິເຄເຊິນທີ່ເລືອກໂດຍອັດຕະໂນມັດເພື່ອໃຫ້ໃຊ້ງານໄດ້ງ່າຍຂຶ້ນ

• ລະບົບການເຊື່ອມຕໍ່ (connectivity) ປະກອບດ້ວຍພອດ Intel Thunderbolt ™ 4, Wi-Fi 61 ແລະ ThinkBook Charging Mat (ເປັນອຸປະກອນເສີມທີ່ເພີ່ມມາໃໝ່) ເຊິ່ງຂັບເຄື່ອນໂດຍເຕັກໂນໂລຊີ Power by Contact® ຂອງ Energysquare ສາມາດສາກແບັດເຕີຣີຂະໜາດໃຫຍ່ແບບໄຮ້ສາຍ ເຊິ່ງສາມາດໃຊ້ງານໄດ້ຕໍ່ເນື່ອງສູງສຸດ 15 ຊົ່ວໂມງ2 ຫຼືດົນສຸດເຖິງ 24 ຊົ່ວໂມງ2 ສຳລັບການສາກຄັ້ງຕໍ່ຄັ້ງ ເມື່ອໃຊ້ສະເພາະຈໍສະແດງຜົນແບບ e-Ink

ThinkBook 13x i

• ThinkBook 13x i ມາພ້ອມຂະໜາດກະທັດຮັດ ມີສີ Storm Grey ຫຼື Cloud Grey ໃຫ້ເລືອກ ນັບເປັນໜຶ່ງໃນແລັບທັອບເພື່ອໃຊ້ງານທຸລະກິດຂະໜາດ 13 ນິ້ວ ທີ່ບາງທີ່ສຸດເທົ່າທີ່ມີຢູ່ໃນຕະຫຼາດ ໂດຍມີຄວາມບາງພຽງ 12.9 ມມ. ແລະນ້ຳໜັກພຽງ 1.2 ກກ.

• ແລັບທັອບທີ່ບາງແລະທັນສະໄໝນີ້ມາພ້ອມກັບພອດ Dolby Vision, Dolby Atmos ແລະ Thunderbolt 4

• ອອກແບບເທິງແພຣດຟອມ Intel Evo ແລະຂັບເຄື່ອນໂດຍໂປເຊສເຊີ 11th Gen Intel Core Processor ທີ່ໃຊ້ພະລັງງານຕ່ຳ

• ThinkBook Plus Gen 2 i ແລະ 13x i ໃຫ້ຄວາມໄວທີ່ດີເລີດແລະຄວາມສະຫຼາດຫຼັກແຫຼມ ພ້ອມຍືດອາຍຸການໃຊ້ງານທີ່ດີເລີດຂອງແບັດເຕີຣີໄວ້3

• ການເພີ່ມ wireless LAN ໄຮ້ສາຍຄວາມໄວສູງດ້ວຍ Wi-Fi 61 ແລະແບັດເຕີຣີ 53 ວັດຕໍ່ຊົ່ວໂມງ ນັ້ນໝາຍຄວາມວ່າຜູ້ໃຊ້ສາມາດປັບເຂົ້າກັບສະຖານະການການໃຊ້ງານສ່ວນໃຫຍ່ ທັງໃນແລະນອກພື້ນທີ່ເຮັດວຽກຫຼັກໄດ້

ThinkBook 14p and 16p

• ThinkBook 14p ແລະ 16p ຂັບເຄື່ອນດ້ວຍ AMD Ryzen™ 9 5000 H Series Mobile Processors ເວີຊັ້ນລ່າສຸດ ຈຶ່ງເປັນທີ່ສົນໃຈຂອງຜູ້ໃຊ້ງານລະດັບສູງທີ່ຕ້ອງການລຸ້ນປະສິດທິພາບພ້ອມຄຸນນະພາບການສະແດງຜົນລະດັບມືອາຊີບ ໜ່ວຍຄວາມຈຳທີ່ປະມວນຜົນວ່ອງໄວ ແລະການເຊື່ອມຕໍ່ດ້ວຍຄວາມໄວສູງ

• ຜູ້ໃຊ້ຈະມ່ວນຊື່ນໄປກັບແລັບທັອບທີ່ພັດທະນາມາເພື່ອຮອງຮັບການປະຊຸມຜ່ານ video conference ຜ່ານ webcam ລະດັບ Full HD ເຊິ່ງເປັນອຸປະກອນເສີມທີ່ໄດ້ຮັບການປົກປ້ອງໂດຍຝາປິດ ThinkShutter ພ້ອມ Touchpad ທີ່ໃຫຍ່ຂຶ້ນແລະຄີບອດສະທ້ອນແສງທີ່ກວດຈັບແສງໂດຍຮອບທີ່ໃຊ້ງານສະດວກສະບາຍ ເຊິ່ງມີປຸ່ມລັດສຳລັບເຂົ້າເຖິງລະບົບເອີ້ນປະຊຸມ video conference ໄດ້ຢ່າງວ່ອງໄວ

• ອັນກໍຣິທຶມການຕັດສຽງລົບກວນທີ່ໃຊ້ AI ຈະລະງັບສຽງລົບກວນອ້ອມຂ້າງ ແລະຜູ້ໃຊ້ສາມາດສະຫຼັບໂໝດສຽງທີ່ຢູ່ລະຫວ່າງໂໝດ Private ເພື່ອການປະຊຸມແບບເປັນລາຍບຸກຄົນ ໂໝດ Shared ສຳລັບໂໝດການເອີ້ນປະຊຸມເປັນກຸ່ມ ຫຼືໂໝດ Environmental ເມື່ອຜູ້ໃຊ້ຕ້ອງການແຊສຽງຈາກອຸປະກອນອື່ນໆ

• ThinkBook 14p ທັງບາງແລະເບົາ (16.9 ມມ. ແລະ 1.4 ກກ.) ແລະສາມາດກຳນົດຄ່າດ້ວຍຈໍສະແດງຜົນ OLED 2.8K ສູງສຸດ 14 ນິ້ວ ພ້ອມມາດຕະຖານ VESA® DisplayHDR ™ True Black

• ThinkBook 16p ຈະມາພ້ອມກັບກຣາບຟິກແຍກ NVIDIA GeForce RTX ລຸ້ນໃໝ່ທີ່ເປັນອຸປະກອນເສີມ ເພື່ອເສີມພະລັງການປະມວນຜົນຂອງ AMD Ryzen ໃຫ້ແລັບທັອບປະສິດທິພາບສູງພ້ອມຈໍສະແດງຜົນຂະໜາດ 16 ນິ້ວຂະໜາດ 2560×1600 ທີ່ສາມາດຍົກລະດັບງານສ້າງສັນ ລວມເຖິງການຕິດຕາມລັງສີ ຕະຫຼອດຈົນ AI ແລະວີດີໂອຄວາມລະອຽດສູງ

• ເພື່ອຄວາມຖືກຕ້ອງແລະຄວາມສະໝ່ຳສະເໝີຂອງສີທີ່ແທ້ຈິງ ThinkBook 16p ຍັງສາມາດກຳນົດຄ່າດ້ວຍຈໍສະແດງຜົນທີ່ປັບທຽບລ່ວງໜ້າ (pre-calibrated display) ເຊິ່ງໄດ້ຮັບການຮັບຮອງມາດຕະຖານ X-Rite™ Pantone®

ThinkBook 13s Gen 2 i

• ThinkBook 13s Gen 2 i ເກີດຈາກການອອກແບບຮ່ວມກັບ Intel® ມາພ້ອມຈໍສະແດງຜົນ WQXGA ເຊິ່ງເປັນນອຸປະກອນເສີມທີ່ຜ່ານການທົດສອບ ປັບແຕ່ງ ແລະກວດສອບເພື່ອໃຫ້ເປັນໄປຕາມຂໍ້ກຳນົດຂອງ ແພດຟອມ Intel® Evo™ ໃນທຸກຄຸນສົມບັດຂອງຮາດແວແລະເປົ້າໝາຍດ້ານການສ້າງປະສົບການການໃຊ້ງານຫຼັກໆ ເພື່ອໃຫ້ເອື້ອຕໍ່ການຕອບສະໜອງຂອງອຸປະກອນ ຄວາມພ້ອມໃນການເຮັດວຽກຢ່າງວ່ອງໄວ (instant wake) ອາຍຸການໃຊ້ງານແບັດເຕີຣີ ແລະການສາກໄວ3 ນັບເປັນແລັບທັອບທີ່ດີເລີດສຳລັບການເຮັດສິ່ງຕ່າງໆ ໃຫ້ສຳເລັດ

• Thunderbolt™ 4 ອຸປະກອນຈັດເກັບຂໍ້ມູນ PCIe Gen 4 ທີ່ເປັນອຸປະກອນເສີມ ແລະອາຍຸການໃຊ້ງານແບັດເຕີຣີທີ່ຍາວນານ2 ຊ່ວຍໃຫ້ທ່ານເຮັດວຽກໄດ້ຢ່າງມີປະສິດທິພາບສູງຕະຫຼອດຈົນໝົດມື້

• ຈໍສະແດງຄວາມລະອຽດສູງ 13.3 ນິ້ວ ພ້ອມອັດຕາສ່ວນ aspect ratio 16:10 ເຊິ່ງໃຫ້ອັດຕາສ່ວນ screen-to-body ສູງເຖິງ 90% ພ້ອມຂອບຈໍທີ່ແຄບເປັນພິເສດແລະມີລະບົບສຳຜັດໃຫ້ເລືອກໃຊ້ເປັນຄຸນສົມບັດເສີມ

• ການປະຊຸມສະເໝືອນຈິງ (virtual meeting) ໄດ້ຮັບການປັບປຸງດີຂຶ້ນດ້ວຍລະບົບສຽງທີ່ສະຫຼາດກວ່າ ໂດຍມີໄມໂຄໂຟນທີ່ສາມາດສະຫຼັບໄປມາລະຫວ່າງໂໝດສຽງ 3 ໂໝດ ໄດ້ແກ່ Private, Shared ແລະ Environmental ເພື່ອໃຫ້ແນ່ໃຈວ່າຈະໄດ້ຮັບປະສົບການການປປະຊຸມທີ່ດີທີ່ສຸດບໍ່ວ່າທ່ານຈະຢູ່ບ່ອນໃດ

ThinkBook 14s Yoga i

• ບິກອັດສະລິຍະ (Smart Pen) ຈະຊິງກັບອຸປະກອນຂອງທ່ານ ເມື່ອດຶງບິກດັ່ງກ່າວອອກມາໃນໂໝດ Modern Standby ແລະແອັບຈົດບັນທຶກ (note-taking app) ຈະເປີດຂຶ້ນໂດຍອັດຕະໂນມັດ ເມື່ອເຂົ້າສູ່ລະບົບ Windows 10 ຊັອດຄັດ Windows Ink ຈະພ້ອມໃຊ້ງານທັນທີທີ່ທ່ານຈັບບິກຂຶ້ນມາ

• ພະລັງຂອງໂປເຊັດເຊີ 11th Gen Intel® Core™ ແລະຄວາມຢືດຢຸ໋ນຂອງ Yoga form factor ຊ່ວຍໃຫ້ສາມາດປ່ຽນລະຫວ່າງໂໝດຕ່າງໆ ໄດ້ຢ່າງລື່ນໄຫຼເພື່ອຜະລິດພາບທີ່ຫຼາຍຍິ່ງຂຶ້ນ ພອດ Thunderbolt™ 4 ແລະ USB-C ຊ່ວຍອຳນວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງອຸປະກອນເຊື່ອມຕໍ່ແລະຈໍພາບໄດ້ຢ່າງວ່ອງໄວເປັນພິເສດ

• ລຸ້ນ 14s Yoga ມີໃຫ້ເລືອກທັງສີຄຣາສສິກແບບ ThinkBook mineral grey ແລະ limited-edition ແບບ Abyss Blue ເຊິ່ງເພີ່ມການປະສົມປະສານທີ່ລົງຕົວຂອງສີທີ່ສື່ເຖິງຄວາມມີໄຫວພິບແລະຄວາມສະຫງ່າງາມ

ThinkBook 15 Gen 2 i

• ຫູຟັງໄຮ້ສາຍ ThinkBook ໃນຕົວ ເຊິ່ງສາມາດຈັດເກັບໄວ້ໃນແລັບທັອບ ຈະມອບປະສົບການຂອງພະລັງສຽງໃໝ່ທີ່ສົມບູນແບບ7 ຫູຟັງເຫຼົ່ານີ້ຈະສາກໂດຍອັດຕະໂນມັດເມື່ອຈັດເກັບແລະເຊື່ອມຕໍ່ກັບລະບົບສຽງຂອງແລັບທັອບທັນທີເມືອນຳອອກມາ ການປິດສຽງຫຼືເປີດສຽງລະຫວ່າງການໂທເຮັດໄດ້ງ່າຍພຽງແຕ່ສຳຜັດທີ່ຫູຟັງສອງຄັ້ງ ຫູຟັງນີ້ມາພ້ອມກັບໄມໂຄໂຟນຄູ່ແລະລະບົບຕັດສຽງລົບກວນຈາກສິ່ງແວດລ້ອມ ເຮັດໃຫ້ການປະຊຸມອອນລາຍມີປະສິດທິພາບຫຼາຍຂຶ້ນກວ່າທີ່ເຄີຍເປັນມາ

• ຕົວເລືອກການຈັດເກັບທີ່ຢືດຢຸ໋ນ ເຊິ່ງລວມເຖິງການປະສານກັນຂອງ Hard disk drive (HDD) ແລະ Solid-state drive (SSD) ຫຼື dual SSD

• Modern Standby ເປີດປະສົບການເຊື່ອມຕໍ່ແບບ always-on ແລະ always-connected ເພື່ອໃຫ້ແນ່ໃຈວ່າພີຊີຂອງທ່ານພ້ອມໃຫ້ທ່ານໃຊ້ງານເມື່ອທ່ານຢູ່ແລະດາວໂຫຼດອີເມວເຖິງວ່າຝາຈະປິດຢູ່ກໍຕາມ

• ທ່ານເຮັດວຽກຈາກໄລຍະໄກແລະຕ້ອງການຄວາມຊ່ວຍເຫຼືອແມ່ນບໍ່ ? ຖ້າແມ່ນ service hot key ຈະຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງຝ່າຍສະໜັບສະໜູນລູກຄ້າຂອງເລີໂນໂວໄດ້ດ້ວຍການກົດປຸ່ມ ເຊິ່ງທຸກຢ່າງຈະເກີດຂຶ້ນໂດຍອັດຕະໂນມັດ ລວມເຖິງລາຍລະອຽດຂອງອຸປະກອນ ເຊັ່ນ serial number ເພື່ອໃຫ້ໄດ້ຮັບການສະໜັບສະໜູນແລະຄວາມຊ່ວຍເຫຼືອທີ່ວ່ອງໄວທັນໃຈ

1 ຕ້ອງໃຊ້ເຣົາເຕີ Wi-Fi ທີ່ຊື້ແຍກຕ່າງຫາກແລະແພັກເກັດອາດແຕກຕ່າງກັນໄປຕາມທຳເລທີ່ຕັ້ງ ທັງນີ້ ເປັນໄປຕາມຂໍ້ກຳນົດ ເງື່ອນໄຂ ແລະ/ຫຼືອາດຈະມີຄ່າທຳນຽມເພິ່ມຕື່ມ

2 ອາຍຸການໃຊ້ງານແບັດເຕີຣີຈະແຕກຕ່າງກັນໄປແລະຂຶ້ນຢູ່ກັບປັດໃຈຫຼາຍປະການ

3 ທີ່ມາ: Intel ສຳລັບຂໍ້ມູນເພິ່ມຕື່ມກ່ຽວກັບປະສິດທິພາບແລະຜົນການວັດປະສິດທິພາບ ກະລຸນາເຂົ້າໄປທີ່ www.intel.com/Evo

4 ລະຫວ່າງເດືອນມັງກອນເຖິງເມສາຂອງປີ 2021 ການອັບເດດ Vantage ເຫຼົ່ານີ້ຈະພ້ອມໃຊ້ງານເທິງພີຊີຂອງຜູ້ບໍລິໂພກທົ່ວໄປ ຫຼື SMB ທີ່ກຳນົດຄ່າສຳລັບ “ໃຊ້ໃນບ້ານແລະສຳນັກງານ” ໃນລະຫວ່າງການຕັ້ງຄ່າອຸປະກອນ ທັງນີ້ ສາມາດດາວໂຫຼດອັບເດດໄດ້ໃນ Microsoft Store (ດາວໂຫຼດດ້ວຍຕົນເອງ)

5 ເວລາໃນການໂຫຼດຈິງອາດຈະແຕກຕ່າງກັນໄປຕາມພູມິພາກແລະການກຳນົດຄ່າທີ່ແຕກຕ່າງກັນ

6 ລາຄາອາດຈະປ່ຽນແປງໄດ້ໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ ໂດຍເປັນໄປຕາມຂໍ້ກຳນົດແລະເງື່ອນໄຂເພີ່ມຕື່ມ

7ຈາກການວິໄຈຂອງ Lenovo ໃນເດືອນມິຖຸນາປີ 2020 ກ່ຽວກັບຄອມພິວເຕີທີ່ຈຳໜ່າຍໂດຍຜູ້ຜະລິດພີຊີລາຍໃຫຍ່ທີ່ມີຍອດຂາຍຫຼາຍກວ່າ 1 ລ້ານເຄື່ອງທົ່ວໂລກຕໍ່ປີ