ເປີດເປັນທາງການ ງານວາງສະແດງ ສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 5

428

ສະມາຄົມເຟີນີເຈີລາວ ( ສຟລ ) ໄດ້ເປີດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 5 ປະຈຳປີ 2021 ຂຶ້ນລະຫວ່າງວັນທີ 20 – 28 ມີນາ 2021 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ນະຄອນຫຼວງວຽງຈັນ ເພື່ອໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ, ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ແລະ ກ້າວເຂົ້າສູ່ການສ້າງຕານ່າງການວາງສະແດງຂາຍສິນຄ້າເຟີນີເຈີໄມ້ກັບພາກພື້ນ ແລະ ສາກົນໃນອະນາຄົດ.

อาจเป็นรูปภาพของ 1 คน และสถานที่ในร่ม

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ຜູ້ຊີ້ນຳວຽກງານວາງສະແດງ ກ່າວວ່າ: ການຈັດງານຄັ້ງນີ້ກໍເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທິງວາງອອກໃຫ້ປາກົດຜົນເປັນຈິງໄປເທື່ອລະກ້າວ, ຜັນຂະຫຍາຍຕາມເນື້ອໃນຂອງຄຳສັ່ງເລກທີ 15/ນຍ ເພື່ອເປັນການອະນຸຮັກປ່າ ໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກ ໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ; ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກ ຄວາມທຸກຍາກ.

อาจเป็นรูปภาพของ สถานที่ในร่ม

ທ່ານ ກອງມາລາ ພົມມາໄລ ກ່າວຕື່ມວ່າ: ເພື່ອເປັນການສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ເຮັດໃຫ້ສັງຄົມຮູ້ຈັກກັບຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ແລະ ກວ້າງຂວາງໄປເລື້ອຍໆ, ສົ່ງເສີມງານວາງສະແດງສິນຄ້າເຟີນີເຈີໄມ້ລາວໃຫ້ໂດດເດັ່ນມີຊື່ສຽງ ເປັນທີ່ຮູ້ຈັກ ແລະ ທັງເປັນການດຶງດູດເອົາລູກຄ້າເຂົ້າມາຊື້ – ຂາຍສິນຄ້າເຟີນີເຈີໃນ ສປປ ລາວ ຫຼາຍຂຶ້ນ.

ສຳລັບຜະລິດຕະພັນທີ່ນຳມາວາງສະແດງຈະມີເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆ, ຜະລິດຕະພັນຫັດຖະກຳ ແລະ ເຄື່ອງແກະສະຫຼັກ, ເຄື່ອງປະດັບຕົກແຕ່ງ ແລະ ເອ້ຢ້ອງພາຍໃນເຮືອນ ແລະ ອື່ນໆ.

อาจเป็นรูปภาพของ สถานที่ในร่ม

ສຳລັບຫ້ອງວາງສະແດງມີທັງໝົດ ເກືອບ 200 ຫ້ອງ ສິນຄ້ານັບ 1.000 ລາຍການ ຈາກ 100 ກວ່າຫົວໜ່ວຍໂຮງງານ ແລະ ຫົວໜ່ວຍທຸລະກິດໂອດ໊ອບ ຈາກພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊິ່ງຄາດຄະເນຕະຫຼອດການຈັດງານຈະມີການຈໍລະຈອນຊື້ – ຂາຍສິນຄ້າພາຍໃນງານ ປະມານ 10 ຕື້ກີບ ແລະ ຈະມີຜູ້ເຂົ້າທ່ຽວຊົມ ປະມານ 10 ພັນຄົນ.

ນອກຈາກນີ້, ພາຍໃນງານວາງສະແດງນັບແຕ່ວັນທີ 20 – 28 ມີນາ ຍັງມີກິດຈະກຳຕ່າງໆ ເປັນຕົ້ນວາງສະແດງ ຊື້ – ຂາຍສິນຄ້າ, ສະແດງດົນຕີລາວ, ສະແດງກາຍະສິນ, ມິນິຄອນເສີດ, ຈັບສະຫຼາກມອບລາງວັນ ລວມມູນຄ່າຫຼາຍກວ່າ 30 ລ້ານກວ່າກີບ ແລະ ອື່ນໆ.