u-money ສົມທົບກັບໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ກະກຽມການເບີກຈ່າຍເງິນອຸດໜູນ

257

ໃນໄລຍະເດືອນກຸມພາ 2021 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊັນສັນຍາກັບ u-money ເພື່ອເບີກຈ່າຍເງິນອຸດໜູນແບບມີເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ໂຄງການດັ່ງກ່າວນີ້ເປັນໜຶ່ງໃນຫຼາຍໂຄງການຂອງທຶນກູ້ຢືມຈາກທະນາຄານໂລກ ( World Bank ) ໂດຍໂຄງການຈະປະຕິບັດຢູ່ໃນ 4 ແຂວງພາກເໜືອ ເຊັ່ນ: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງແຂວງ ດ້ວຍເປົ້າໝາຍການເບີກຈ່າຍໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ເຊິ່ງເປັນຄອບຄົວທີ່ທຸກຍາກ ແລະ ຫາກໍພົ້ນທຸກ ຈຳນວນ 42.000 ຄົນ ຕົກເປັນມູນຄ່າທັງໝົດ 14 ລ້ານກວ່າໂດລາສະຫະລັດ ພາຍໃນ 4 ປີ.

อาจเป็นรูปภาพของ 7 คน และผู้คนกำลังยืน

ການປະສານງານກັບ u-money ໃນການເບີກຈ່າຍເງິນແກ່ປະຊາຊົນ ຈະຊ່ວຍໃຫ້ປະຊາຊົນທີ່ດໍາລົງຊີວິດໃນເຂດຕ່າງແຂວງໄດ້ຮັບເງິນອຸດໜູນດັ່ງກ່າວໂດຍກົງ ເນື່ອງຈາກປະຊາຊົນໃນໂຄງການດັ່ງກ່າວ ແມ່ນອາໄສຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ, ການເດີນທາງໄປ – ມາແມ່ນຂ້ອນຂ້າງມີຄວາມຫຍຸ້ງຍາກດ້ານພາຫະນະ, ເສັ້ນທາງ ແລະ ອື່ນໆ ການນໍາໃຊ້ຊ່ອງທາງ u-money ຈະຊ່ວຍໄດ້ຫຼາຍແກ່ປະຊາຊົນໃນໂຄງການໄດ້ຮັບຜົນປະໂຫຍດທັນເວລາ ແລະ ປອດໄພບໍ່ເສຍເວລາຫຼາຍ.

อาจเป็นรูปภาพของ 9 คน และผู้คนกำลังยืน

ລະຫວ່າງວັນທີ 9 – 15 ມີນາ 2021 ທີມງານ u-money ສົມທົບກັບໂຄງການຫຼຸດຜ່ອນ ຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດໄດ້ຈັດຕັ້ງປະຕິບັດລົງເຮັດວຽກຕົວຈິງພົບປະກັບ ກົມພັດທະນາຊົນນະບົດ ແລະ ສະຫະກອນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອສໍາຫຼວດເອົາຂໍ້ມູນໃນການຈັດຕັ້ງປະຕິບັດກຸ່ມບ້ານເປົ້າໝາຍທີ່ກະກຽມທົດລອງການເບີກຈ່າຍເງິນຊ່ວຍເຫຼືອຄັ້ງທຳອິດ ລວມມີທັງໝົດ 12 ບ້ານ, ນອນໃນ 12 ເມືອງ 4 ແຂວງ ( ແຂວງຫົວ ພັນ, ຊຽງຂວາງ, ອຸດົມໄຊ, ຜົ້ງສາລີ ) ໃນການເບີກຈ່າຍເງິນອຸດໜູນແບບມີເງື່ອນໄຂໃນຄັ້ງນີ້ ຈະເລີ່ມຕົ້ນທົດລອງການເບີກຈ່າຍ ເລີ່ມແຕ່ເດືອນມີນາ ປີ 2021 ເຊິ່ງສະເລ່ຍການເບີກຈ່າຍເງິນໂດຍຜ່ານຊ່ອງທາງ ຢູມັນນີ ເຊິ່ງບັນດາຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອໃນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການນີ້ຈະໄດ້ຮັບ 180.000 ກີບຕໍ່ເດືອນຕໍ່ 1 ຄົນ.

อาจเป็นรูปภาพของ 1 คน และกำลังนั่ง

ການຮ່ວມມືກັບ u-money ເຂົ້າມານຳໃຊ້ ຈະຊ່ວຍເຮັດໃຫ້ກຸ່ມເປົ້າໝາຍທີ່ໄດ້ຮັບເງິນອູດໜູນໂດຍກົງ, ໄດ້ຕາມກຳນົດເວລາ ແລະ ປອດໄພ ເພາະເງິນອຸດໝູນທີ່ໄດ້ຮັບແມ່ນຈະໂອນເຂົ້າເບີໂທລະສັບໂດຍກົງຂອງຜູ້ຮັບ ປະຊາຊົນສາມາດຖອນເງິນໄດ້ດ້ວຍຕົນເອງຜ່ານໂທລະສັບມືຖື ກັບບັນດາຮ້ານຕົວແທນບໍລິການທີ່ມີເຖິງຂັ້ນບ້ານ, ພະນັກງານ unitel, ປ່ອງບໍລິການໄດ້ຢ່າງສະດວກ ເຊິ່ງນີ້ເປັນອີກບາດກ້າວໜຶ່ງຂອງການສະໜອງບໍລິການ – ການເບີກຈ່າຍເງິນອຸດໜູນ, ຊ່ວຍເຫຼືອຕາມເງື່ອນໄຂຜ່ານບໍລິການ u-money ໃນເຂດຫ່າງໄກ, ເຂດຊົນນະບົດ, ຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນການຊ່ວຍເຫຼືອໄດ້ງ່າຍດາຍ, ປອດໄພ, ທັນເວລາ ເຊິ່ງແນ່ນອນຈະສາມາດປະກອບສ່ວນເຂົ້າໃນວຽກງານ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ຊ່ວຍໃຫ້ການດຳລົງຊີວິດຂອງປະຊາຊົນນັບມື້ດີຂຶ້ນ.