ແລກປ່ຽນບົດຮຽນການຜະລິດຂອງໂຮງງານທີ່ສະອາດ ເພື່ອຄວາມຍືນຍົງ

379

ກົມອຸດສາຫະກຳ ແລະ ຫັດຖະກໍາ ( ອຫ ) ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຈັດກອງປະຊຸມເສວະນາ ຫົວຂໍ້: “ ການຜະລິດທີ່ສະອາດ ເພື່ອຮັກສາສິ່ງແວດລ້ອມ ແລະ ຄວາມຍືນຍົງໃນອຸດສາຫະກຳຂອງລາວ ”, ທັງນີ້ເພື່ອຢໍ້າເຖິງນະໂຍບາຍອຸດສາຫະກຳສີຂຽວຂອງປະເທດເຮົາ.

ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 18 ມີນາ 2021 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນປະທານຂອງ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ທ່ານ ສະຫວາດ ຂຸນດາວົງ ຮອງກົມອຸດສາຫະກຳ ແລະ ຫັດຖະກໍາ, ມີຕາງໜ້າຈາກພາກລັດ – ທຸລະກິດເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังยืน, ดอกไม้ และสถานที่ในร่ม

ທ່ານ ບົວວັນ ວິລະວົງ ກ່າວວ່າ: ກອງປະຊຸມເສວະນາຈັດຂຶ້ນເພື່ອສ້າງເວທີການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຜະລິດຂອງບັນດາໂຮງງານ ທີ່ອາດຈະກ່ຽວພັນເຖິງວຽກງານການຜະລິດທີ່ສະອາດ ການນຳໄປສູ່ການສ້າງໂອກາດທີ່ຈະເພີ່ມປະສິດທິພາບການຜະລິດ, ຫຼຸດຜ່ອນການສ້າງສິ່ງເສດເຫຼືອ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ບັນຫາຕ່າງໆທີ່ກ່ຽວພັນເຖິງສິ່ງແວດລ້ອມ, ເງື່ອນໄຂການເຮັດວຽກຂອງພະນັກງານ, ກຳມະກອນ ແລະ ຄຸນນະພາບຜະລິດຕະພັນ.

ໃນເວທີເສວະນານີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງປະສົບການໃນການຈັດຕັ້ງປະຕິບັດໂຄງການການຜະລິດທີ່ສະອາດ ສປປ ລາວ ໃນໄລຍະທີ່ຜ່ານມາ ຈາກທາງຊ່ຽວຊານຂອງສູນການຜະລິດທີ່ສະອາດ ແລະ ການນຳສະເໜີຂອງໂຮງງານໂຕໂຢ ກ່ຽວກັບການຜະລິດ ແລະ ລັກສະນະໂດດເດັ່ນຂອງຜະລິດຕະພັນທໍ່ນໍ້າໂຕໂຢ ໃນການນໍາໃຊ້ເພື່ອສຸຂະພາບທີ່ດີຂອງຕົວທ່ານ ແລະ ສັງຄົມ.

อาจเป็นรูปภาพของ 18 คน, ผู้คนกำลังยืน และสถานที่ในร่ม

ທ່ານ ທອງເພັດ ໂພນສະຫວັດ ຕາງໜ້າສູນການຜະລິດທີ່ສະອາດລາວ ກ່າວວ່າ: ຜົນປະໂຫຍດຂອງການຜະລິດທີ່ສະອາດ ແມ່ນເຮັດໃຫ້ຜູ້ປະກອບການ ຫຼື ບໍລິສັດທີ່ຈັດຕັ້ງປະຕິບັດມີລາຍຮັບທີ່ສູງຂຶ້ນ, ຄຸນນະພາບຂອງຜະລິດຕະພັນທີ່ສູງຂຶ້ນ, ການບໍາບັດສິ່ງເສດເຫຼືອໄດ້ງ່າຍຂຶ້ນ, ຫຼຸດຜ່ອນຕົ້ນທຶນໃນການບໍາບັດ ແລະ ປັບປຸງທັງສ້າງເງື່ອນໄຂໃນການເຮັດວຽກດີຂຶ້ນ.

ທ່ານ ໂທນີ ທອງຄໍາ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດ ໂຮງງານອຸດສາຫະກຳ ໂຕໂຢລາວ ຈໍາກັດຜູ້ດຽວ ກ່າວວ່າ: ພວກເຮົາສະໜັບສະໜູນນະໂຍບາຍການຜະລິດສະອາດຂອງລັດຖະບານ ໂດຍນໍາເຂົ້າມາເປັນວິໄສທັດຂອງໂຮງງານອຸດສາຫະກຳໂຕໂຢລາວ ຈໍາກັດຜູ້ດຽວ ເຊິ່ງເປົ້າໝາຍຮອດປີ 2030 ຈະສູ້ຊົນປະຕິບັດແຜນນໍ້າປະປາປອດໄພໃຫ້ໄດ້ ປະຊາຊົນສາມາດດື່ມນໍ້າຈາກກັອກນໍ້າໄດ້ທຸກທີ່ທຸກເວລາ ຈະເຮັດໄດ້ແນວນັ້ນຜະລິດຕະພັນຕ້ອງສະອາດ ແລະ ຄຸນນະພາບມາດຕະຖານ, ຂະບວນການຜະລິດ ແລະ ການຄຸ້ມຄອງທີ່ສະອາດ, ການອອກແບບໂຮງງານທີ່ທັນສະໄໝ, ການເລືອກເຄື່ອງຈັກໃໝ່ຫຼ້າສຸດປະສິດທິພາບສູງ, ຄຸ້ມຄອງການຜະລິດຕາມມາດຕະຖານສາກົນ ISO 9001:2005, ວິໄສທັດສະອາດ, ວັດຖຸດິບທີ່ສະອາດນໍາເຂົ້າຈາກໂຮງກັ່ນນໍ້າມັນຊັ້ນນໍາຂອງໂລກ.