ເຊັກດ່ວນ ມີເຂດໃດທີ່ທີ່ຈະຖືກ ມອບໄຟ ເພື່ອສ້ອມແປງລະບົບ ໃນວັນທີ 18 ມີນານີ້

259

ຝ່າຍລະບົບຈຳໜ່າຍ ສາຂາໄຟຟ້ານະຄອນຫຼວງ1 ໄດ້ອອກແຈ້ງການມອດໄຟ ເພື່ອເຮັດວຽກງຕາມຄຸ້ມບ້ານ ໂຮງຈັກໂຮງງານາຕ່າງໆ ແລະ ເອກະຊົນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ມອດໄຟຟ້າ. ຢູ່ບາງເຂດໃນນະຄອນຫຼວງວຽງຈັນ ເຊິ່ງຈະມອດໄຟລົງ 22 ກິໂລໂວນ, ມອດແຕ່ PTP ແພດສາດ ຫາ PTP ນາຄຳຜົ່ງ ດັ່ງນັ້ນຈຶ່ງແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າທຸກພາກສ່ວນຮັບຮູ້ລ່ວງໜ້າ.


ໃນວັນທີ 17 ມີນາ 2021 ຈະໄດ້ມອດໄຟ 22 KV Hotline Clamp ຫາແລວໄຟສຸດ ເຊິ່ງຈະມອດເວລາ 6:00-8:30ໂມງ ຈະມີການມອດໄຟເພື່ອປະກອບຄອນສາຍຕໍ່ເຊື່ອມ ລົງໝໍ້ແປງ 50 KVA ຮັບໃຊ້ບໍລິສັດ ແອວຊີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຢູ່ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ: ບ່ອນຈະມອດ ມີ: ຮ້ານອາຫານ ສະບາຍດີວຽງຈັນ.


ເຊິ່ງໃນວັນທີ 18 ມີນາ 2021 ເວລາ 6:00-7:30 ໂອງຈະໄດ້ມອດໄຟເຮັດວຽກປະກອບຄອນດົງສາຍຕໍ່ເຊື່ອມ ລົງໝໍ້ແປງ 400 KVA ຮັບໃຫ້ການກໍ່ສ້າງໂຮງຮຽນ ມສ ເພຍວັດ ຢູ່ເຂດບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍຈະມອດໄຟຈຸດນີ້: ສະຖາບັນອາຫານ ແລະ ຢາ; ສູນສຳເນົາ ພິມຮູບເງົາ ແລະ ວິດີໂອແຫ່ງຊາດ; ສະຖາບັນຄົ້ນຄວ້າວັດທະນະທຳ ແລະ ພາສາສາດ; ສະຖາບັນສື່ມວນຊົນ; ອາພາດເມັ້ນ ທ່ານ ສີສິພັນ; ສູນການຄ້າຄົບວົງຈອນ ໜອງຈັນ; ບໍລິສັດ ພັດທະນາສູນການຄ້າ ວຽງຈັນເຊັນເຕີ; ເວີເທດ ເຊັນເຕີ; ບໍລິສັດ ສາກົນວັນນາ; ກຸ່ມບໍລິສັດ ລາວກອນສິນ ສາກົນ; Lao ITE academy; ບໍລິສັດ ພັດທນະາສູນເສດຖະກິດຄົບວົງຈອນ; ໂຮງຮຽນແພດສາດ; ເຮືອນທ່ານ ບຸນລໍ້າ; ວັດກາໂຕລິກ; ອົງການອາຫານ ແລະ ຢາ; ສະພາບັນແພດເຂດຮ້ອນ; ສະຖາບັນ ປັດສເຕີລາວ; ສູນວິໄຈ ພະຍາດຊຶມເຊື້ອລາວ; ສະຖາບັນ ວິທະຍາສາດສັງຄົມແຫ່ງຊາດ ແລະ ມສ ເພຍວັດ.