ສ່ວຍສາອາກອນ ອັດຕະປື ເນັ້ນພະນັກງານລັດ ຕ້ອງເປັນແບບຢ່າງ ໃນການຊໍາລະຄ່າທຳນຽມທາງ ແລະ ພາສີທີ່ດິນ

181

ໃນວັນທີ 16 ມີນາ 2021 ນີ້ ສ່ວຍສາອາກອນປະຈຳແຂວງ ຮ່ວມກັບ ພະແນກການເງິນແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່,ແນະນຳ ແລະເອກະພາບດ້ານວິທີການຈັດຕັ້ງປະຕິບັດ ການຊໍາລະຄ່າທຳນຽມທາງ ແລະ ການຊໍາລະພາສີທີ່ດິນ ປະຈຳປີ 2021 ຂຶ້ນ ທີ່ຫ້ອງປະຊຸມພະແນກການເງິນແຂວງ ໂດຍການເປັນປະທານຂອງທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື, ມີພະແນກ, ກົມກອງ ແລະ ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ຂະແໜງການອ້ອມຂ້າງພະແນກການເງິນແຂວງ ເຂົ້າຮ່ວມ.


ທ່ານ ສຸລິພອນ ຟອງສະໜຸດ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ ໄດ້ເຜີຍແຜ່, ແນະນຳແຈ້ງການຂອງທ່ານເຈົ້າແຂວງ ສະບັບເລກທີ 222/ຈຂ.ອປ ແລະ 223/ຈຂ.ອປ, ລົງວັນທີ 15 ກຸມພາ 2021 ກ່ຽວກັບການຊໍາລະຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2021, ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງຂັ້ນຕ່າງໆໄດ້ຮັບຮູ້,ເຂົ້າໃຈ ແລະ ມີຄວາມເອກະພາບໃນການຈັດຕັ້ງປະຕິບັດ ໂດຍເລັງໃສ່ບັນດາອົງການຈັດຕັ້ງລັດ ແລະ ພະນັກງານ-ລັດຖະກອນຕ້ອງເປັນແບບຢ່າງ ໃນການປະກອບສ່ວນ ຊຳລະຄ່າທຳນຽມທາງ ແລະ ພາສີທີ່ດິນຢ່າງຕັ້ງໜ້າ,ຮັບປະກັນໃນການຄຸ້ມຄອງເກັບລາບຮັບໃຫ້ບັນລຸຕາມທິດ ທາງແຜນການທີ່ກຳນົດໄວ້ ດ້ວຍການມີສ່ວນຮ່ວມໃນການຊຸກຍູ້,ປິ່ນອ້ອມຈາກທຸກພາກສ່ວນກ່ຽວຂ້ອງ.


ນອກນັ້ນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນແລກປ່ຽນ ເພື່ອໃຫ້ມີຄວາມເອກະພາບໃນການຈັດຕັ້ງປະຕິບັດ ແລະ ໃນຕອນທ້າຍກອງປະຊຸມກໍ່ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະ ແນກການເງິນແຂວງອັດຕະປື ໄດ້ກ່າວວ່າ: ບັນດາພະແນກການ ແລະ ອົງການທຽບເທົ່າຂັ້ນຕ່າງໆ ຕ້ອງໄດ້ຖືສຳຄັນໃນການຈັດຕັ້ງປະຕິບັດແຈ້ງການຂອງທ່ານເຈົ້າແຂວງ ກ່ຽວກັບການຊຳລະຄ່າທຳນຽມທາງ ແລະ ພາສີທີ່ປິນ ປະຈຳປີ 2021 ດ້ວຍຄວາມຮັບຜິດຊອບສູງ ດ້ວຍການເຮັດໜ້າທີ່ໂຄສະນາ,ເຜີຍແຜ່ ແລະ ຊຸກຍູ້,ແນະນຳໃຫ້ບັນດາຂະແໜງການ ແລະ ພະນັກງານ-ລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສິດ ແລະ ພັນທະຂອງພົນລະເມືອງລາວ, ໃນນີ້: ສິ່ງທີ່ສຳຄັນ ແລະ ຮີບດ່ວນ ແມ່ນການຊຳລະຄ່າທຳນຽມທາງ ປະຈຳປີ 2021 ຈະໝົດເວລາຊຳລະໃນວັນທີ 31 ມີນາ 2021 ນີ້ ແລະ ການຊຳລະພາສີທີ່ດິນ ກໍ່ມີຄາດໝາຍໃຫ້ຊຳເລັດກ່ອນວັນທີ 30 ມິຖຸນາ 2021 ນີ້.


ສະນັ້ນ,ທຸກພາກສ່ວນ ທີ່ມີພາຫະນະທຸກປະເພດ ເປັນຕົ້ນ: ພາຫະນະປ້າຍຟ້າ,ປ້າຍແດງ ປກສ, ປ້າຍແດງກອງທັບ ແລະ ພາຫະນະຂອງພະນັກງານ ຫລື ກຳລັງພົນ(ປ້າຍເຫລືອງ ຫລື ປ້າຍຂາວ) ຕ້ອງໄດ້ນຳເອົາທະບຽນ ຫລື ປື້ມຕິດຕາມການຂຶ້ນທະບຽນ(ປື້ມເຫລືອງ)ແລ້ວໄປຊຳລະຄ່າທຳນຽມທາງ ປະຈຳປີ 2021 ຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້ ໃຫ້ທວງທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ຂ່າວ: ວັດທະນາ