ລມຕ ກະຊວງ ອຸດສາຫະກຳ ແລະ ການຄ້າ ລົງຢ້ຽມຢາມ ໂຄງການຮ່ວມໃຈສາຍໄຍໂລມາຄຳ

307

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ແລະ ທ່ານ ໂພສີສ້ອຍ ກຸທິລາດ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ, ພ້ອມດ້ວຍທ່ານເຈົ້າເມືອງໆນອງ, ຫົວຫນ້າຫ້ອງການກະສິກຳເມືອງ, ສະຫະພັນແມ່ຍິງເມືອງ ພ້ອມຄະນະ ລົງຢ້ຽມຢາມໂຄງການ ຮ່ວມໃຈສາຍໄຍໂລມາຄຳ ທີ່ເມືອງນອງ ແຂວງສະຫວັນນະເຂດ, ໃນວັນທີ 11 ມີນາ 2021 ຜ່ານມາ.


ໂດຍການຕ້ອນຮັບຂອງທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ ນໍ້າກ້ອນໂລມາຄໍາ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສຳພັນ ທີ່ເປັນຜູ້ມີສ່ວນຮ່ວມໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ 2 ບ້ານ ບ້ານຕະຢົງ ແລະ ບ້ານປາແນະ ເມືອງນອງ ແຂວງສະຫວັນນະເຂດ.


ຂະນະທີ່ລົງຢ້ຽມຢາມ ທ່ານ ນາງ ເຂັມມະນີ ພົນເສນາ ພ້ອມຄະນະກໍ່ໄດ້ໄປເບິ່ງການຜະລິດແຜ່ນຜ້າທີ່ປະຊາຊົນພື້ນທີ່ດັ່ງກ່າວຜະລິດເອງ, ພ້ອມເບິ່ງຈຸດປ່ຽນແປງຂອງບ້ານ ແລະ ສິ່ງອຳນວຍຄວາມສະດວກພື້ນຖານໃນການດຳລົງທີ່ ທ່ານ ເກຍ ແລະ ທ່ານ ສາຍສະໝອນ ກໍ່ຄືໂຄງການ ຮ່ວມໃຈສາຍໄຍ ໂລມາຄຳ ຊ່ວຍເຫຼືອແກ່ປະຊາຊົນ ອີກດ້ວຍ.