ເທດສະການຮູບເງົາດີເດັ່ນ ລາວ-ຈີນ ປະຈຳປີ 2021 ໄຂຂຶ້ນ ຢ່າງເປັນທາງການ

337

ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນລາວ-ຈີນ ປະຈໍາປີ 2021 ຂຶ້ນຢ່າງເປັນທາງການ ທີ່ ຫໍວັດທະນະທໍາແຫ່ງຊາດ ໃນວັນທີ 15 ມີນາ 2021 ໂດຍເປັນການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ແສງອາລຸນ ທີ່ປຶກສາສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລາວ-ຈີນ ແລະ ສື່ມວນຊົນ ເຂົ້າຮ່ວມຫຼາຍກວ່າ 500 ກວ່າຄົນ ເພື່ອຊົມຮູບເງົາຈີນທີ່ພາກເປັນພາສາລາວຢ່າງຄຶກຄື້ນ.

ໂອກາດນີ້, ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາໄດ້ຕາງໜ້າຝ່າຍລາວຂຶ້ນມີຄຳເຫັນວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງຕັ້ງໜ້າຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຜົນສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX, ພ້ອມດຽວກັນນີ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ກໍກຳລັງພ້ອມກັນກະກຽມ ແລະ ຈັດຕັ້ງກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດລະຫວ່າງສອງປະເທດຄົບຮອບ 60 ປີ ປະເທດລາວ ແລະ ປະເທດຈີນ ໄດ້ມີມູນເຊື່ອແຫ່ງການພົວພັນມິດຕະພາບມາແຕ່ບູຮານນະການ ຊຶ່ງການພົວພັນດັ່ງກ່າວໄດ້ຮັບການປົກປັກຮັກສາ ແລະ ສົ່ງເສີມຈາກສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຕະຫຼອດມາ

ໂດຍສະເພາະໃນໄລຍະຊຸມປີຜ່ານມານີ້ ການນຳພັກ-ລັດຂັ້ນສູງຂອງສອງປະເທດ ກໍໄດ້ມີການພົວພັນໄປມາຫາສູ່ກັນຢ່າງເປັນປົກກະຕິ ເພື່ອເສີມສ້າງ ແລະ ຍົກລະດັບການພົວພັນໃຫ້ເຂົ້າສູ່ລວງເລີກ ແລະ ມີໝາກຜົນຂຶ້ນເລື້ອຍໆ, ທີ່ສຳຄັນ ແລະ ພົ້ນເດັ່ນ ໃນວັນທີ 30 ເມສາ ປີ 2019 ຜ່ານມາ ຜູ້ນຳພັກ-ລັດຂອງສອງປະເທດ ໄດ້ຮ່ວມກັນລົງນາມ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ແຜນແມ່ບົດດັ່ງກ່າວ ໄດ້ກວມເອົາຫຼາຍຂົງເຂດວຽກງານ ຊຶ່ງຮູບເງົາກໍແມ່ນວຽກໜຶ່ງທີ່ນອນໃນແຜນແມ່ບົດທີ່ເປັນປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງລາວ-ຈີນ ໃນຖານະທີ່ຮູບເງົາເປັນສື່ໜຶ່ງທີ່ໃຫ້ທັງຄວາມຮູ້ ແລະ ຄວາມບັນເທິງ ເຊື່ອໝັ້ນວ່າ ເທດສະການສາຍຮູບເງົາດີເດັ່ນລາວ-ຈີນ ປີ 2021 ຈະກາຍເປັນເວທີ ແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳ ລະຫວ່າງສອງຊາດ ໂດຍຜ່ານການຊົມຮູບເງົາຈີນທີ່ພາກເປັນພາສາລາວ ໂດຍສະເພາະ ຈະສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ເຖິງການພັດທະນາເຕັກໂນໂລຊີ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳຈີນເພີ່ມຂຶ້ນ ຜ່ານການຊົມຮູບເງົາດີເດັ່ນທີ່ຈະສາຍໃນມື້ນີ້ ແລະ ສາຍເຄື່ອນທີ່ໄປ 8 ແຂວງ ຂອງ ສປປ ລາວ ໃນລະຫວ່າງວັນທີ 15 ມີນາ ເຖິງ 6 ເມສາ 2021.

ທ່ານ ນາງ ແສງແກ້ວ ໂມສຽວຫຼິງ ຫົວໜ້າອຳນວຍການວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວໄດ້ກ່າວວ່າ: ສໍາລັບການຈັດເທດສະການສາຍຮູບເງົາດີເດັ່ນ ລາວ-ຈີນ ປີນີ້ເປັນຄັ້ງທີ 4 ທີ່ຈັດໃຫ້ມີເທດສະການຮູບເງົາດີເດັ່ນ ລາວ-ຈີນ, ສະເພາະຄັ້ງທີ 1 ຈັດຂຶ້ນໃນປີ 2017, ຄັ້ງທີ 2 ຈັດຂຶ້ນປີ 2018 ແລະ ຄັ້ງທີ 3 ຈັດຂຶ້ນໃນປີ 2019 ນອກຈາກສາຍຮູບເງົາດີເດັ່ນ ລາວ-ຈີນ ຄືປີຜ່ານມາແລ້ວ ປີນີ້ຍັງຈະມອບເຄື່ອງສາຍຮູບເງົາ ແລະ ອົບຮົມພະນັກງານວິຊາການໃຫ້ແກ່ບາງແຂວງທີ່ມີເງື່ອນໄຂ ເພື່ອເປັນການເປີດກວ້າງຂອບເຂດການສາຍຮູບເງົາເຄື່ອນທີ່ ແລະ ເຮັດໃຫ້ປະຊາຊົນຢູ່ທ້ອງຖິ່ນນັ້ນໆ ມີຄວາມອຸດົມສົມບູນທາງດ້ານຈິດໃຈຫຼາຍຂຶ້ນກວ່າເກົ່າ.

ເທດສະການຮູບເງົາດີເດັ່ນ ລາວ-ຈີນ ປະຈໍາປີ 2021 ໄດ້ມີສິລະປິນທີ່ມີຊື່ສຽງ ແລະ ນັກພາກມືອາຊີບລາວມາຮ່ວມກັນພາກໃຫ້ກັບຮູບເງົາດີເດັ່ນຈີນ ມີ ທ່ານ ແຊ້ມ ວໍລະຈິດ ອິນທະລາພິທັກ, ທ່ານ ນາງ ຈັນດາລີ ສິດພະໄຊ, ທ່ານ ນາງ ອາເຣັກຊານດຣ້າ ທິດາວັນ ບຸນຊ່ວຍ ແລະ ທີມພາກລາວຊຸບເປີ ເຊິ່ງຈະມີ 4 ເລື່ອງຄື: ນາທີຊີວິດ, ໜຸ່ມຈີນປີນຕາມຝັນ, ຈອມຍຸດ 7 ຂຸນເຂົາ ແລະ 40 ປີຂອງພວກເຮົາ ບວກກັບຮູບເງົາດີເດັ່ນລາວຈຳນວນໜຶ່ງ ພາຍຫຼັງພິທີເປີດທີມສາຍຮູບເງົາຍັງຈະອອກເດີນທາງໄປສາຍຮູບເງົາຢູ່ 8 ແຂວງຂອງລາວໂດຍບໍ່ເສຍຄ່າຄື ແຂວງຈໍາປະສັກ, ເຊກອງ, ຄໍາມ່ວນ, ຫຼວງພະບາງ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ ແລະ ແຂວງ ຊຽງຂວາງ ສໍາລັບເທດສະການຮູບເງົາຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 26 ເມສາ 2021 ລວມ 21 ວັນຈຶ່ງຈະສໍາເລັດ ໃນນັ້ນຈະມອບເຄື່ອງສາຍຮູບເງົາຄົບຊຸດ 3 ຊຸດ ໃຫ້ແຂວງຈໍາປາສັກ, ແຂວງຫຼວງພະບາງ ແລະ ແຂວງຫົວພັນ ເພື່ອສະໜັບສະໜູນ ສາຍຮູບເງົາໃຫ້ທ້ອງຖິ່ນ ແລະ ສ້າງຊີວິດດ້ານຈິດໃຈຂອງທ້ອງຖິ່ນໃຫ້ອຸດົມສົມບູນຂຶ້ນດ້ວຍ.