ມອບ-ຮັບ ປື້ມ ເລນິນ ຢູ່ແຂວງອັດຕະປື

307

ວັນທີ 12 ມີນາ 2021 ຜ່ານມາສະຖາບັນກາເມືອງ-ການປົດຄອງແຫ່ງຊາດ ໄດ້ນຳເອົາປື້ມນິພົນໂຮຈີມີນ ຄົບຊຸດ ຈາກພາສາຫວຽດນາມ ແປເປັນ ພາສາລາວ ແລະ​ ນິພົນເລືອກເຟັ້ນມາກ-ອັງແກນ,ເລນິນ ຈຳນວນໜື່ງມາມອບໃຫ້ໂຮງຮຽນການເມືອງ-ການປົກຄອງທ້ອງຖີ່ນ ແຂວງອັດຕະປື ພິທີມອບ-ຮັບ ໄດ້ຈັດຂື້ນທີ່ໂຮງຮຽນດັ່ງກ່າວ,ໂດຍການເຂົ້າຮ່ວມຂອງທ່ານ ປທ ສົມສີຫັງ ເດດບຸນເຫຼືອ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງທ້ອງຖີ່ນ ແຂວງອັດຕະປື,ມີທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກສະຖາບັນການເມືອງ-ການປົກຄອງແຫ່ງຊາດ,ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈີມິນຄົບຊຸດ ຈາກພາຫວຽດນາມ ມາເປັນ ພາສາລາວ,ມີຕາງໜ້າພະແນກການອ້ອມຂ້າງແຂວງ,ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍນັກສືກສາເຂົ້າຮ່ວມ.


ໂອກາດດັ່ງກ່າວທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ມີຄຳເຫັນວ່າ: ປື້ມນິພົນໂຮຈິມິນນີ້ ໄດ້ຂຽນກ່ຽວກັບ ເພື່ອສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງພັກຄອມມູນິດ,ລັດທິມາກ-ເລນິນ ຖືກເສີມຂະຫຍາຍໄດ້ຮັບການຄົ້ນຄວ້າຢ່າງເປັນລະບົບ,ເນື້ອໃນຢູໃນນີພົນນີ້ເຫັນໄດ້ວ່າທັງໝົດມັນສະນິດຕິດພັນກັບປະຊາຊົນອິນດູຈີນ ເວົ້າລວມ,ເວົ້າສະເພາະແມ່ນພວກເຮົາທີ່ເດີນຕາມເສັນທາງລັ ດທິມາກ-ເລນີນ ເປັນພື້ນຖານອັນໜື່ງທີ່ໄດ້ສືບຕໍ່ຄົ້ນຄວ້າ,ພັກຄອມມູນນິດຫວຽດນາມກໍ່ໄດ້ເວົ້າແຈ້ງ ເພີ່ນຖືເອົາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມີນ ເປັນພື້ນຖານແນວຄິດທິດສະດິຂອງພັກຄອມມູນິດຫວຽດນາມ,ສ່ວນລາວເຮົາກໍ່ໄດ້ຖືເອົາລັດທິ-ມາກເລນິນ,ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດທິດສະດີ,ສະນັ້ນໃນປີ 2014 ພັກ ແລະ ລັດຖະບານສອງປະເທດ ລາວ-ຫວຽດນາມ ໄດ້ຕົກລົງຈັດຕັ້ງຜັນຂະຫຍາຍ ໂຄງການ ແປນິພົນໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມ ມາເປັນ ພາສາລາວ ແລະ ມອບໃຫ້ສະຖາບັນການເມືອງ-ການປົກຄອງ ແຫ່ງຊາດລາວ ແລະ ສະຖາບັນການເມືອງແຫ່ງຊາດຫວຽດນາມ ເປັນຜູ້ປະສານງານໃນການຈັດຕັ້ງປະຕິບັດໂຄງການ ແປນິພົນໂຮ່ຈີມິນຄົບຊຸດ ລັດຖະບານຫວຽດນາມໄດ້ເສຍສະທືນຮອນຈຳນວນ 20 ກວ່າຕື້ດົ້ງ ແລະ ລັດຖະບານລາວໄດ້ປະກອບສ່ວນທືນຮອນ ຈຳນວນ 3 ກວ່າຕື້ດົ້ງ ເພື່ອປະກອບສ່ວນເຂົ້າໂຄງການນີ້.


ຕ້ອນທ້າຍຂອງພິທີກໍໄດ້ມີການກ່າວມອບປື້ມນິພົນໂຮ່ຈີມິນຢ່າງເປັນທາງການ ໂດຍການກ່າວມອບຂອງທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ກ່າວຮັບໂດຍທ່ານ ປທ ສົມສີຫັງ ເດດບຸນເຫຼືອ ຮອງອຳນວຍການໂຮງຮຽນການເມືອງການປົກຄອງທ້ອງຖີ່ນແຂວງອັດຕະປື ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ,ປື້ມທີນຳມາມອບໃນຄັ້ງນີ້ ປະກອບມີປື້ມໂຮ່ຈີມີນຄົບຊຸດ 13 ຊຸດ ,ປືມມາກ-ອັງແກນ 5 ເຫຼັ້ມ,ແຕ່ເຫຼັມ 2 ຫາເຫຼັ້ມ 4 ,ປື້ມເລນິນ ມີ 3 ເຫຼັ້ມ,ແຕ່ເຫຼັ້ມ 2 ຫາເຫຼັ້ມ 4 , ລວມປື້ມທັງໝົດ 164 ຫົວ,ປື້ມຈຳນວນດັ່ງກ່າວຈະໄດນຳໄປມອບແຕ່ລະພະແນກການ,ອົງການ,ຂະແໜງການ ອ້ອມຂ້າງ ແຂວງອັດຕະປື ໃນຂັ້ນຕໍ່ໄປ .
ຂ່າວ: ທິດປະສົງ ໄຊຍະສອນ ຂ.ອັດຕະປື