ທ່ານນາງ ວຽງທອງ ສີພັນດອນ ຮັບໜ້າທີ່ເປັນຮັກສາການປະທານສານປະຊາຊົນສູງສຸດ

641

ໃກ້ເຂົ້າກອງປະຊຸມຄັ້ງປະຖົມມະເລິກຂອງສະມາຊິກສະພາແຫ່ງຊາດທີ IX, ໄລຍະນີ້ຫຼາຍກະຊວງ, ສຳນັກງານ, ຫ້ອງການທາງພາກລັດ ແມ່ນໄດ້ມີການມອບ-ຮັບຕຳແໜ່ງກັນຢ່າງຕໍ່ເນື່ອງ ເພື່ອກຽມຮັບໃຊ້ໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ແທດເໝາະຕາມແນວທາງນະໂຍບາຍຂອງພັກ-ລັດ ແລະປະຊາຊົນມອບໝາຍໃຫ້.

ຫຼ້າສຸດໃນວັນນີ້ 10 ມີນາ 2021, ໄດ້ມີພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ແລະ ປະທານສານປະຊາຊົນສູງສຸດລະຫວ່າງ ທ່ານ ຄຳພາ ແສງດາຣາ (ຜູ້ເກົ່າ) ແລະ ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ (ຜູ້ໃໝ່) ເປັນເລຂາຄະນະພັກ ແລະ ຜູ້ຮັກສາການປະທານສານປະຊາຊົນສູງສຸດ ທີ່ຍົກຍ້າຍຈາກອົງການກວດສອບແຫ່ງລັດ.