ອີທີແອລ ເຊັນສັນຍາຮ່ວມມືການບໍລິການໂທລະສັບ ມືຖື ກັບ ບໍລິສັດ ບີເອັສເຄ ລົງທຶນ ແລະ ບໍລິການ

199

ໃນວັນທີ 9 ມີນາ 2021 ທີ່ບໍລິສັດ ລັດສະກາຍ ໂທລະຄົມ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາການຮ່ວມມືດ້ານການບໍລິການໂທລະສັບມືຖື ລະຫວ່າງ ບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ບີເອັສເຄ ລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ຮວາງ ຊູຢູນ ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ, ທ່ານ ດິວລິບ ເຈສຸທາຊັນ ຜູ້ອຳນວຍການ ບໍລິສັດ ບີເອັສເຄ ລົງທຶນແລະ ບໍລິການ ແລະ ທ່ານ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດສະກາຍໂທລະຄົມ ແລະ ຫົວໜ້າໂຄງການສື່ສານຮັບໃຊ້ການນຳ ແລະ ພັກລັດບໍລິຫານ, ມີຜູ້ຕາງໜ້າກະຊວງໂທລະຄົມມະນາຄົມ ແລະ ການສື່ສານ, ກົມສື່ສານກະຊວງປ້ອງກັນປະເທດ ແລະ ແຂກຖືກເຊີນ ພ້ອມດ້ວຍພະນັກງານທັງ 2 ບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.

อาจเป็นรูปภาพของ 10 คน ซึ่งรวมถึง Somchit Phommalath และผู้คนกำลังยืน

ທ່ານ ຮວາງ ຊູຢູນ ກ່າວວ່າ: ບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ບີເອັສເຄ ລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ ໄດ້ຕົກລົງເຊັນສັນຍາຄວາມຮ່ວມມືສອງຝ່າຍໃນການດຳເນີນທຸລະກິດໃຫ້ບໍລິການໂທລະຄົມຮ່ວມກັນ ເຊິ່ງ ບໍລິສັດ ບີເອັສເຄ ປັດຈຸບັນແມ່ນເປັນຄູ່ຮ່ວມທຸລະກິດຂອງ ບໍລິສັດ ລັດສະກາຍ ໂທລະຄົມ ຈະນຳໃຊ້ບໍລິການລະບົບໂຄງຂ່າຍຂອງ ບໍລິສັດ ອີທີເອັສ ເພື່ອໃຫ້ບໍລິການລະບົບໂທລະສັບເຄື່ອນທີ່ຕໍ່ສັງຄົມ ແລະ ແນໃສ່ສ້າງຜົນປະໂຫຍດດ້ານທຸລະກິດຂອງທັງສອງຝ່າຍ ແລະ ນີ້ແມ່ນແນວທາງສຳຄັນຂອງພວກເຮົາ ພາຍຫຼັງທີ່ ບໍລິສັດ ອີທີແອລ ຈຳກັດ ໄດ້ລົງທຶນເຂົ້າໃນການພັດທະນາ ແລະ ປັບປຸງລະບົບໂຄງຂ່າຍ ມູນຄ່າ 135 ລ້ານໂດລາສະຫະລັດ ແນໃສ່ເພື່ອການໃຫ້ບໍລິການລະບົບ 4.5G ທີ່ສາມາດຄວບຄຸມພື້ນທີ່ບໍລິການໄດ້ທົ່ວທຸກແຂວງ. ທັງນີ້, ບໍລິສັດ ອີທີແອລ ຈຳກັດ ໄດ້ເລີ່ມໃຫ້ບໍລິການການລູກຄ້າ ນັບແຕ່ປີ 2000 ເປັນຕົ້ນມາ ໂດຍເລີ່ມຈາກການໃຫ້ບໍລິການລູກຄ້າດ້ານໂທລະຄົມ ແລະ ກາຍເປັນຜູ້ບໍລິການໜຶ່ງທີ່ສາມາດໃຫ້ບໍລິການລູກຄ້າໄດ້ທົ່ວປະເທດ ເຊິ່ງປັດຈຸບັນບໍລິສັດມີລູກຄ້າໂທ ລະສັບມືຖືທັງໝົດ ປະມານ 520.000 ລູກຄ້າທົ່ວປະເທດ ແລະ ສປປ ລາວ ຍັງມີຕະຫຼາດບໍລິໂພກດ້ານອຸດສາຫະກຳໂທລະຄົມຂະໜາດນ້ອຍ ເຊິ່ງມີຄວາມຈຳເປັນຕ້ອງໄດ້ມີການຮ່ວມມືດ້ານການຕະຫຼາດ ແລະ ເຕັກນິກກັບຄູ່ຮ່ວມອື່ນ ເຊິ່ງນັ້ນຈະເປັນການຫຼຸດຜ່ອນການລົງທຶນ ແລະ ສາມາດໃຫ້ບໍລິການລູກຄ້າໄດ້ດີຂຶ້ນ, ສ້າງຜົນກຳໄລໃຫ້ທຸລະກິດ ແລະ ປະກອບສ່ວນໃຫ້ພາກລັດຢ່າງມີປະສິດທິຜົນ.

อาจเป็นรูปภาพของ 10 คน ซึ่งรวมถึง Somchit Phommalath, ผู้คนกำลังยืน และชุดสูท

ທ່ານ ດິວລິບ ເຈສຸທາຊັນ ໄດ້ກ່າວວ່າ: ສັນຍາການຮ່ວມມືສະບັບນີ້ໄດ້ກຳນົດຂົງເຂດການຮ່ວມມືດ້ານການໃຫ້ບໍລິການໂທລະສັບເຄື່ອນທີ່ ແລະ ຊ່ວຍໃຫ້ທັງສອງຝ່າຍສາມາດບັນລຸເປົ້າໝາຍທຸລະກິດໄດ້ ແລະ ນີ້ເປັນບາດກ້າວສຳຄັນທີ່ຈະສ້າງທາງເລືອກໃຫ້ລູກຄ້າ ແລະ ການບໍລິການທີ່ດີເລີດ ທັງເປັນການເພີ່ມສ່ວນແບ່ງທາງການຕະຫຼາດໃຫ້ ບໍລິສັດ ອີທີແອລ ຈຳກັດ ນຳອີກ ແລະ ວັນທີ່ຈະເປີດຕົວການໃຫ້ບໍລິການໂທລະສັບເຄື່ອນທີ່ ໂດຍການຮ່ວມມືລະຫວ່າງ ບໍລິສັດ ອີທີແອລ ກັບ ບີເອັສເຄ ຢ່າງເປັນທາງການນັ້ນ ຍັງບໍ່ທັນໄດ້ກຳນົດແນ່ນອນ ເຊິ່ງຄາດວ່າຈະສາມາດດຳເນີນໄດ້ພາຍໃນ 2 ເດືອນທີ່ຈະມາເຖິງນີ້ ແລະ ທັງສອງບໍລິສັດຈະດຳເນີນການໃຫ້ບໍລິການ ແລະ ນຳໃຊ້ເລກໝາຍໂທລະສັບຫຼັກ 8 ເພື່ອໃຫ້ບໍລິການໂທລະສັບເຄື່ອນທີ່ ແລະ ຄາດວ່າຈະສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້.