ເມືອງພູວົງ ສົ່ງອອກສິນຄ້າໄປຕ່າງແຂວງ ແລະ ຕ່າງປະເທດ ມູນຄ່າ 10,8 ຕື້ກ່ວາກີບ

259

ປີ 2020 ຜ່ານມາເມືອງພູວົງ ແຂວງອັດຕະປື ສາມາດສົ່ງອອກສິນຄ້າ ໄປຕ່າງແຂວງ ແລະ ຕ່າງປະເທດ ມູນຄ່າ 10,8 ຕື້ກວ່າກີບທຽບໃສ່ແຜນການປີ ປະຕິບັດໄດ້ 85%; ສິນຄ່າສົ່ງອອກສ່ວນໃຫຍ່ແມ່ນສິນຄ້າກະສິກໍາ.

ທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າ ເມືອງພູວົງ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າເມືອງ ປະຈຳປິ 2020 ເມື່ອບໍ່ດົນນີ້ວ່າ: ໃນປີ 2020 ນີ້ເມືອງພູວົງ ສາມາດສົ່ງອອກສິນຄ້າໄປຕ່າງແຂວງ ແລະ ຕ່າງປະເທດ ມີມູນຄ່າ 10,8 ຕື້ກວ່າກີບ; ໃນນີ້ສິນຄ້າສົ່ງອອກໄປຕ່າງແຂວງ ມູນຄ່າ4,6 ຕື້ກວ່າກີບ, ສິນຄ້າສົ່ງອອກຫຼາຍກວ່າໝູ່ ແມ່ນຜະລິດຕະພັນໄມ້ 3,1 ຕື້ກວ່າກີບ, ຮອງມາແມ່ນໝາກຈອງ 5 ຮ້ອຍລ້ານກ່ວາກີບ,ສັດລ້ຽງ 4 ຮ້ອຍລ້ານກ່ວາກີບ; ສ່ວນສິນຄ້າສົ່ງອອກໄປຕ່າງປະເທດ ມີມູນຄ່າ 6,2 ຕື້ກວ່າກີບ ຫຼາຍກວ່າໝູ່ແມ່ນຜະລິດຕະພັນໄມ້ສຳເລັດຮູບ 5,8 ຕື້ ກວ່າກີບ,ຮອງມາແມ່ນຜະລິດຕະພັນຖ່ານດຳ-ຖ່ານຂາວ ມີ 382 ລ້ານກວ່າກີບ.

ไม่มีคำอธิบายรูปภาพ

ສ່ວນສິນຄ້ານໍາເຂົ້າມີມູນຄ່າ 18 ຕື້ກວ່າກີບ,ເຊິ່ງປະກອບມີ ໝວດສະບຽງອາຫານ,ນໍ້າມັນເຊື້ອໄຟ,ເຄື່ອງກໍ່ສ້າງ ແລະ ອື່ນໆ .

[ ຂ່າວ: ສຸດໃຈ ໄຊຍະບຸນຮາຍ ]