ອາການບອກເຫດເມື່ອເບຣກລົດເລີ່ມມີບັນຫາ

220

ລະບົບເບຣກ ເປັນລະບົບທີ່ມີຄວາມສຳຄັນລະດັບຕົ້ນໆຂອງລົດ ເພາະເປັນລະບົບທີ່ໃຊ້ໃນການຢຸດລົດ ການຜ່ອນລົດເພື່ອຄວບຄຸມລົດໃນຂະນະເຂົ້າທາງໂຄ້ງ, ທາງຊັນ ຍິ່ງໃນສະພາບການຮີບດ່ວນ ຫຼື ຂັບຂີ່ດ້ວຍຄວາມໄວເທິງທາງດ່ວນນະຄອນຫຼວງວຽງຈັນ – ວັງວຽງ ລະບົບເບຣກ ຍິ່ງມີຄວາມສຳຄັນ ແລະ ເປັນສິ່ງທີ່ຜູ້ໃຊ້ລົດຄວນໃສ່ໃຈ.

ປັດຈຸບັນລົດໃໝ່ລະບົບ ເບຣກ ອາດບໍ່ແມ່ນບັນຫາ ໃຫຍ່ພຽງແຕ່ເຮົາໝັ່ນກວດເບິ່ງນໍ້າມັນເບຣກ ບໍ່ໃຫ້ຕໍ່າກວ່າລະດັບປົກກະຕິເທົ່ານັ້ນ ແລະ ອາດສັງເກດຈາກສຽງດັງໃນເວລາເບຣກ ຫຼື ຢຽບ ເບຣກບໍ່ຢູ່ ຕ້ອງໄດ້ເພີ່ມແຮງຢຽບຂຶ້ນຈຶ່ງຈະຢູ່ ເຊິ່ງປະສິດທິພາບນັ້ນກໍແລ້ວແຕ່ຄວາມສາມາດຂອງລະບົບເບຣກ ຂອງລົດແຕ່ລະລຸ້ນ, ຊະນິດ ຫຼື ຜ້າເບຣກ ແລະ ສະພາບພື້ນຜິວເສັ້ນທາງເປັນແນວໃດ.

ไม่มีคำอธิบายรูปภาพ

ລະບົບເບຣກເລີ່ມມີບັນຫາສັງເກດຈາກຫຍັງແດ່

ຂະນະທີ່ເບຣກມີສຽງເກີດຂຶ້ນເປັນອາການບົ່ງບອກວ່າເບຣກມີບັນຫາແລ້ວ ເຊິ່ງເວລາເບຣກມີສຽງດັງຄ້າຍຄືເຫຼັກຖູກັນ ເຊິ່ງເກີດຈາກຂີ້ຝຸ່ນ ຫຼື ເສດຜົງຈາກຜ້າເບຣກເຂົ້າໄປໃນຈານເບຣກ ແລະ ຜ້າເບຣກ ເຮັດໃຫ້ໜ້າສຳຜັດບໍ່ແນບສະໜິດ 100% ຈຶ່ງເກີດສຽງດັງ ເຊິ່ງລັກສະນະນີ້ຈະຫາຍໄປ ແລະ ກັບມາເປັນອີກ ແຕ່ບໍ່ມີຜົນກັບສະມັດຖະພາບຂອງເບຣກ.

ຂະນະທີ່ເບຣກມີສຽງຄ້າຍຄືເຫຼັກຖູກັນ ລັກສະນະນີ້ເປັນສັນຍານບອກວ່າຜ້າເບຣກຈະໝົດ ຫຼື ໝົດແລ້ວ ນັ້ນຄືຜ້າເບຣກເຫຼືອນ້ອຍກວ່າມາດຕະຖານ ຫຼື ອາດໝົດກ້ຽງຈົນຮອດແຜ່ນເຫຼັກທີ່ຢຶດຜ້າ ເບຣກ ຖ້າປະໄວ້ຈະເຮັດໃຫ້ຈານເບຣກເປັນຮອຍຂູດ ເຊິ່ງຄວນປ່ຽນໃໝ່ຢ່າລໍຊ້າ ຖ້າປະໄວ້ດົນຈານເບຣກຈະເປັນຮອຍ ເຮັດໃຫ້ປະສິດທິພາບຫຼຸດລົງ ອາດຕ້ອງໄດ້ເສຍເງິນເພີ່ມ ໂດຍສະເພາະນໍາຈານເບຣກອອກໄປໂຮງສ່ຽນເພື່ອສ່ຽນຈານເບຣກໃໝ່.

ສຽງດັງກອກໆຄ້າຍມີຊິ້ນສ່ວນໃດໜຶ່ງຫຼົມ ເປັນສຽງດັງຜ້າເບຣກທີ່ເຄື່ອນຍ້າຍໄປ – ມາໃນຂະນະເບຣກ ບໍ່ແນບສະໜິດກັບບ່ອນລ໊ອກຜ້າ ເບຣກ ເມື່ອມີລັກສະນະນີ້ຄວນເຂົ້າສູນບໍລິການເພື່ອປັບຕັ້ງ ແລະ ທຳຄວາມສະອາດຄືນໃໝ່່.