ກອງບັນຊາການ ປກສ ເມືອງເມິງ ໄດ້ຮັບລົດມອດໄຟ

260

ໃນຕອນເຊົ້າຂອງວັນທີ 5 ມີນາ 2021ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ່ມອບຮັບມອດໄຟ ແລະ ລົດຈັກມ້າຂາວ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມສັກ ປິ່ນແກ້ວ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆເມິງ ແລະ ທ່ານ ພັນເອກ ຈັນທະລາ ໄຊຍະວົງ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ມີດັນດາທ່ານ ຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີມອບຮັບໃນຄັ້ງນີ້ ເຊິ່ງເປັນກຽດກ່າວມອບໂດຍ ທ່ານ ພັນເອກ ຈັນທະລາ ໄຊຍະວົງ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະ ເປັນກຽດກ່າວຮັບໂດຍ ທ່ານ ພັນໂທ ບຸນມີ ສົມມະສັກ ຄະນະປະຈໍາພັກເມືອງ, ຫົວໜ້າ ກອງບັນຊາການ ປກສ ເມືອງ ເຊິງປະກອບມີລົດມອດໄຟຈໍານວນ 1 ຄັນ ຍີ່ຫໍ້: ອີຊຸຊຸ, ບັນຈຸນໍ້າໄດ້ 3 ພັນລິດ ພ້ອມດ້ວຍອຸປະກອນ ແລະ ລົດຈັກມ້າຂາວຈໍານວນ 1 ຄັນ.


ໃນໂອກາດທີ່ໄດ້ເຂົ້າຮ່ວມ ທ່ານ ສົມສັກ ປິ່ນແກ້ວ ກໍາມະການພັກແຂວງ ເຈົ້າເມືອງໆເມິງ ໄດ້ກ່າວຄໍາຂອບໃຈມາຍັງຄະນະພັກຂັ້ນເທິງທີເຫັນໄດ້ເຖິງຄວາມຈໍາເປັນໃນການປ້ອງກັນອັກຄີໄພທີ່ອາດຈະເກີດຂຶ້ນ ເພຶ່ອເປັນການປ້ອງກັນ ແລະ ສະກັດກັນອັກຄີໄພຕ່າງໆ ເພຶ່ອເປັນການປ້ອງກັນຊັບສີນຂອງລັດກໍ່ຄືຂອງພໍ່ແມ່ປະຊາຊົນຢູ່ພາຍໃນເມືອງເມິງ ແລະ ຍັງໄດ້ຮຽກຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງຈົ່ງສຶບຕໍ່ປົກປັກຮັກສາ ແລະ ນໍາໄຊ້ພາຫະນະດັ່ງກ່າວນີ້ ໄວ້ນໍາໄຊ້ເຂົ້າໃນໜ້າທີວຽກງານໃຫ້ໄດ້ນໍາໄຊ້ຍາວນານ ແລະ ກຽມພ້ອມຮັບໃຊ້ສັງຄົມ ກໍ່ຄືປະຊາຊົນໃຫ້ທ່ວງທັນກັບສະພາບການ, ເຫດການທີອາດຈະເກີດຂຶ້ນໄດ້ທຸກເວລາ ແລະ ເພຶ່ອເຮັດໃຫ້ພາຍໃນເມືອງມີຄວາມສະຫງົບປອດໄພ 100%.

ຂ່າວ ອຸ່ນຄໍາ ຂັນວາລິດ