ມາຮູ້ຈັກ 3 ນ້ອງ 2 ໂຮງຮຽນ ກັບຄວາມສາມາດບໍ່ທໍາມະດາ

228

ຫາກທ່ານໄດ້ຕິດຕາມກໍຈະເຫັນວ່າ ໂຮງຮຽນຫ້ອມສະຫວັນ ແລະ ໂຮງຮຽນມັດທະຍົມສຶກສາຕອນປາຍ ບໍ່ໂອ ຫາກໍໄດ້ເຜີຍແຜ່ຄວາມເປັນມາ ແລະ ບາງຜົນງານທີ່ພົ້ນເດັ່ນໃນໜ້າໜັງສືພິມ ເມື່ອເດືອນກຸມພາຜ່ານມາ. ມື້ນີ້ຈະນໍາພາທ່ານຜູ້ອ່ານມາຮູ້ຈັກກັບນັກຮຽນ 3 ຄົນນີ້ ທີ່ສັງກັດຢູ່ 2 ໂຮງຮຽນດັ່ງກ່າວ ເຊິ່ງແຕ່ລະຄົນມີພອນສະຫວັນ ແລະ ຄວາມສາມາດບໍ່ທໍາມະດາ.

ທ້າວ ຕານັອດ ເພັດມະນີວົງ ( ນັອດ ) ອາຍຸ 16 ປີ ປັດຈຸບັນຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ນັກຮຽນຊັ້ນ ມ 7 ຂອງໂຮງຮຽນຫ້ອມສະຫວັນ ເມືອງຫາດຊາຍຟອງ ໜຶ່ງໃນບຸກຄົນທີ່ໜ້າຕິດຕາມດ້ານກີລາໝາກເສິກ ເຊິ່ງເຄີຍຮ່ວມແຂ່ງຂັນລະດັບອາຊຽນມາແລ້ວ.

อาจเป็นรูปภาพของ 1 คน และกำลังยืน

ຕານັອດ ໃຫ້ສໍາພາດວ່າ: ກີລາໝາກເສິກສາມາດຊ່ວຍຝຶກສະໝອງ, ຝຶກສະມາທິ ແລະ ຊ່ວຍເຮັດໃຫ້ມີໄຫວພິບໄດ້, ປະສົບການຜ່ານມາເຄີຍຮ່ວມແຂ່ງຂັນອາຊຽນຄັບ ເຊິ່ງຕົນເອງມີຄວາມພາກພູມໃຈຫຼາຍທີ່ໄດ້ເປັນຕົວແທນຂອງນັກຮຽນລາວເຖິງວ່າບໍ່ຊະນະກໍຕາມ.

ຕານ້ອດ ຍັງໃຫ້ຮູ້ອີກວ່າ: ການບໍລິຫານເວລາແມ່ນມີ ຄວາມສຳຄັນຫຼາຍ ແລະ ຈະແບ່ງເວລາເປັນ 3 ສ່ວນ ຄື: ການຮຽນໜັງສື, ຊ່ວຍວຽກຄອບຄົວ ແລະ ຫຼິ້ນກີລາ ເຊິ່ງການຝຶກຊ້ອມກີລາໝາກເສິກແມ່ນຫຼັງຈາກເລີກຮຽນ 2 ຊົ່ວໂມງເປັນປົກກະຕິ.

ຄວາມໃຝ່ຝັນຢາກຮຽນຕໍ່ຄະນະສະຖາປັດຕະຍະກຳ ເພາະຢາກເປັນນັກອອກແບບເພື່ອສ້າງອາຊີບທີ່ດີໃຫ້ກັບຕົນເອງ.

อาจเป็นรูปภาพของ 1 คน

ນາງ ສຸພາພອນ ອຸ່ນມະນີ ( ຝົນ ) ຮຽນຢູ່ຊັ້ນ ມ 7 ມັດທະຍົມສຶກສາຕອນປາຍບໍ່ໂອ ປັດຈຸບັນຢູ່ບ້ານນາທາມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນນັກຮຽນທີ່ມີຄວາມຮັກມັກໃນດ້ານສິລະປະ.

ນ້ອງໃຫ້ເຫດຜົນວ່າ: ເພາະສິລະປະມັນເປັນສິ່ງທີ່ສວຍງາມ ແລະ ມັກມາແຕ່ນ້ອຍ, ສ່ວນການຝຶກຊ້ອມກໍໄດ້ແບ່ງເວລາເພື່ອບໍ່ໃຫ້ມີຜົນກະທົບຕໍ່ຜົນການຮຽນ. ຫຼັງຈາກເລີກຮຽນພວກນ້ອງຈະພາກັນຝຶກຊ້ອມສິລະປະກ່ອນກັບເຮືອນ.

ໃນອະນາຄົດໃຝ່ຝັນຢາກຮຽນການໂຮງແຮມ ແລະ ທ່ອງທ່ຽວ ແລະ ຮຽນພາສາອັງກິດ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ທ້າວ ເທລະພົນ ປະຖຳມະວົງ ( ໜຶ່ງ ) ປັດຈຸບັນຢູ່ບ້ານແກ້ງຍາງ ເມືອງຫາດຊາຍຟອງ ກຳລັງຮຽນຢູ່ຊັ້ນ ມ 7 ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ ເປັນນັກຮຽນທີ່ມີຄວາມຮັກມັກດ້ານກີລາເຕະບານ.

ໜຶ່ງ ບອກວ່າ: ນ້ອງມີ ຄວາມມັກໃນການເຕະບານ ແລະ ມີຄວາມໃຝ່ຝັນຢາກຫຼິ້ນກີລາປະເພດນີ້. ຍ້ອນແນວນັ້ນ, ຈຶ່ງໝັ່ນຝຶກຊ້ອມກັບໝູ່ເປັນປົກກະຕິ, ໃນໄລຍະຜ່ານມາເຄີຍໄປເຂົ້າຮ່ວມເຕະບານທີມໂຮງຮຽນໃນຂັ້ນເມືອງ ແລະ ຂັ້ນນະຄອນຫຼວງ. ສ່ວນການບໍລິຫານເວລາແມ່ນອາໄສຝຶກຊ້ອມຕອນເລີກຮຽນ.

ໃນອະນາຄົດມີຄວາມໃຝ່ຝັນເປັນຄູພາລະສຶກສາ ເພາະວ່ານ້ອງມີຄວາມມັກດ້ານກີລາ ແລະ ຢາກສອນໃຫ້ຮຸ່ນນ້ອງນໍາອີກ.