ສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ ເຊັນສັນຍາຮ່ວມມືກັບສະພາການຄ້າຈີນ ແລະ ມູນນິທິ ດົງຊານ, ມູນນິທິໂກຣໂບຣໄລຼຟ ແຊ໌ຣິງ ປະເທດ ສ.ເກົາຫຼີ.

266

ສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ ໄດ້ເຊັນສັນຍາການຮ່ວມມືກັບ ສະພາການຄ້າຈີນ ແຂວງຫູໜານ ແລະມູນນິທິ ດົງຊານ, ມູນນິທິໂກຣໂບຣໄລຼຟ ແຊ໌ຣິງ ປະເທດສ.ເກົາຫຼີ ປະຈໍາ ສປປ ລາວ ເພື່ອເປັນການສ້າງພື້ນຖານໂຄງລ່າງ, ສ້າງສາຍພົວພັນ – ການຮ່ວມມື ແລະ ມີສ່ວນຮ່ວມຊ່ວຍກັນ ແກ້ໄຂຄວາມທຸກຍາກເປັນຕົົ້ນແມ່ນ: ໂຮງຮຽນ, ວັດຖຸອຸປະກອນ, ນໍ້າບາດານ ແລະ ອືິ່ນໆ ໃຫ້ແກ່ຊຸມຊົນ ແລະ ນັກຮຽນນັກສຶກສາ ຂອງ ແຂວງ ສາລະວັນ, ເປັນສູນກາງໃນການປະສານງານ ແລະ ສະຖານປະກອບການ.


ເນື້ອໃນບົດບັນທຶກສັນຍາຈະຮ່ວມມືກັນເປັນອົງກອນສັງຄົມຂອງພາກທຸລະກິດ, ເປັນບ່ອນເຕົົ້າໂຮມບັນດາຫົວໜ່ວຍທຸລະກິດ, ສ້າງຄວາມ ສາມັກຄີພາຍໃນໃຫ້ມີກໍາລັງແຮງທາງດ້ານທຸລະກິດ, ເປັນຂົວຕໍ່ລະຫວ່າງອົງການຂອງລັດ ກັບ ທຸລະກິດ ແລະ ອົງການສາກົນອືິ່ນໆ, ເປັນຕົວແທນໃຫ້ແກ່ຜູ້ໃຊ້ແຮງງານ, ສະມາຄົມກຸ່ມທຸລະກິດ, ວິສາຫະກິດຕ່າງໆ ທັງພາກລັດ ແລະ ພາກ ເອກະຊົນ ທີ່ມີການຈັດຕັ້ງຢູ່ຢ່າງຖືກຕ້ອງ, ຊີ້ນໍາ-ນໍາພາ, ປຸກລະດົມຂົນຂວາຍ, ເຕົົ້າໂຮມສະມາຊິກ, ປົກປ້ອງຜົນປະໂຫຍດອັນຊອບທໍາ, ກໍານົດແຜນການເຄືິ່ອນໄຫວ, ແຜນງົບປະມານ ແຜນແຮງງານປະຈໍາປີ, ຮັບຮອງເອົາສະມາຊິກໃໝ່ ຫຼື ປົດສະມາຊິກອອກຈາກ ສະພາການຄ້າ ແລະ ອຸດສາຫະກໍາປະຈໍາແຂວງ, ຕົກລົງການກໍານົດເກັບຄ່າທໍານຽມລົງທະບຽນການເຂົົ້າເປັນສະມາຊິກ, ເງິນບໍາລຸງ ແລະ ລາຍຮັບ ລາຍຈ່າຍຂອງສະພາການຄ້າ ແລະ ອຸດສາຫະກໍາ ປະຈໍາແຂວງ ສາລະວັນ.

ພິຈາລະນາ, ຕົກລົງ ແລະຮັບຮອງເອົາໂຄງປະກອບການຈັດຕັ້ງ, ການຈັດສັນ – ສັບຊ້ອນ ແລະ ບັນຈຸ ພະນັກງານເຂົົ້າໃສ່ການຈັດຕັ້ງ, ສ້າງສິິ່ງອໍານວຍຄວາມສະດວກ, ຄວບຄຸມການເຄືິ່ອນໄຫວຂອງຄະນະບໍລິຫານງານ ແລະ ພະນັກງານ, ປະຕິບັດສິດອືິ່ນໆ ທີ່ກໍານົດໄວ້ຢູ່ໃນລະບຽບຂອງສະພາການຄ້າ ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ແຜນການ ແລະ ມະຕິ – ຄໍາສັັ່ງ ຂອງປະທານ – ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາ ປະຈໍາ ແຂວງສາລະວັນ ແລະມະຕິ-ຄໍາສັັ່ງ ຂອງອົງການປົກຄອງແຂວງສາລະວັນ ກໍ່ຄືຂອງລັດຖະບານ ເພື່ອຮັບຮອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບຜົນໃນຕໍ່ໜ້າ.


ເຊັນສັນຍາຄັ້ງນີ້ໂດຍ ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ, ທ່ານ ຈຸຈິກັງ ປະທານສະພາການຄ້າຈີນ ແຂວງຫູໜານ ປະຈໍາແຂວງສາລະວັນ, ທ່ານ ແບັກ ຊ໋ອງຍອງ ປະທານມູນນິທິ ດົງຊານມູນນິທິໂກຣໂບຣໄລຼຟ ແຊ໌ຣິງ ປະເທດສ.ເກົາຫຼີ ປະຈໍາ ສ ປປ ລາວ ໂດຍມີທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນຂັ້ນແຂວງ, ບັນດາທ່ານຫົວໜ້າ-ຮອງພະແນກການ ແລະ ພະນັກງານວິຊາການ ທັງສອງຝ່າຍເປັນສັກຂີພິຍານ.

ໂດຍ: ກິນດາວັນ ອ້ວນນາຄູ