ສະຫວັນນະເຂດ ກຳນົດ 6 ເປົ້າໝາຍໃຫຍ່ ພັດທະນາເສດຖະກິດ – ສັງຄົມ ປີ 2021

306

ແຂວງສະຫວັນນະເຂດ ກຳນົດ 6 ເປົ້າໝາຍໃຫຍ່ ເພື່ອພັດທະນາເສດຖະກິດ – ສັງຄົມ ປີ 2021 ໃຫ້ບັນລຸໄປຕາມຕົວເລກຄາດໝາຍທີ່ວາງໄວ້ ໂດຍສະເພາະດ້ານເສດຖະກິດໃຫ້ເພີ່ມຂຶ້ນໃນລະດັບສະເລ່ຍ 7,5% ມູນຄ່າການສົ່ງອອກໃຫ້ໄດ້ 15.795 ຕື້ກວ່າກີບ.

ຕາມການລາຍງານຂອງ ທ່ານ ວາລິຍະ ສີຈັນທອງທິບຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຕໍ່ກອງປະຊຸມສະຫຼຸບວຽກງານແຜນການ – ການລົງທຶນ ແລະການເງິນ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຂອງແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ – ສັງຄົມຂອງ ແຂວງສະຫວັນນະເຂດ ບັນລຸໄປຕາມຕົວເລກຄາດໝາຍທີ່ວາງໄວ້ໃນປີ 2021 ນີ້, ແຂວງໄດ້ກຳນົດ 6 ເປົ້າໝາຍໃຫຍ່ ແລະ ຄາດໝາຍດັ່ງນີ້:

ເປົ້າໝາຍທີ 1: ເຮັດໃຫ້ເສດຖະກິດຂອງແຂວງເຕີບໂຕຢ່າງມີຄຸນນະພາບ, ສົມດຸນ ແລະ ຍືນຍົງ ປະກອບມີ 6 ແຜນວຽກຈຸດສຸມ ແລະ ບາງຄາດໝາຍ ແລະ ຕົວຊີ້ບອກ:

ສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນໃນລະດັບສະເລ່ຍ 7,5% ດ້ວຍມູນຄ່າ 22.352,92 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 20,95 ລ້ານກີບ ຫຼື ເທົ່າກັບ 2.355 ໂດລາ; ໃນນັ້ນກະສິກໍາ ເພີ່ມຂຶ້ນ 4,15% ກວມ 26,11%, ອຸດສາຫະກໍາ ເພີ່ມຂຶ້ນ 9,30% ກວມ 39,10% ແລະ ບໍລິການ ເພີ່ມຂຶ້ນ 7,97% ກວມ 34,79% ຂອງລວມຍອດຜະລິດຕະພັນພາຍໃນ.

  • ສູ້ຊົນລະດົມທຶນເພື່ອການພັດທະນາທົ່ວສັງຄົມໃຫ້ໄດ້ ປະມານ 24,35% ຂອງ GDP ເທົ່າກັບ 5.442,99 ຕື້ກີບ; ໃນນີ້ງົບປະມານພາຍໃນ ກວມ 1,69%, ການຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) ກວມ 5,64%, ການລົງທຶນຂອງເອກະຊົນພາຍໃນຕ່າງປະເທດ ( FDI ) ກວມ 39,02%, ຈາກລະບົບການເງິນເງິນຕາ ກວມ 53,22% ແລະ ທຶນສົມທົບຂອງປະຊາຊົນ ກວມ 0,43% ຂອງການລົງທຶນທັງໝົດ, ສຸມໃສ່ປະຕິບັດແຜນພັດທະນາເສດຖະ ກິດ – ສັງຄົມ ປີ 2021.

  • ສູ້ຊົນການຈໍລະຈອນສິນຄ້າໃຫ້ໄດ້ 5.060,54 ຕື້ກີບ, ເຮັດໃຫ້ມູນຄ່າການສົ່ງອອກໃຫ້ໄດ້ 15.795,10 ຕື້ກີບ.

  • ສູ້ຊົນເຮັດໃຫ້ມູນຄ່າການຜະລິດພະລັງງານ ແລະ ບໍ່ແຮ່ ໃຫ້ໄດ້ 3.780,69 ຕື້ກີບ.

ເປົ້າໝາຍທີ 2: ຕັ້ງໜ້າພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນ, ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີ ຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ເສີມຂະຫຍາຍພູມປັນຍາ ເພື່ອຍົກສູງປະສິດທິພາບໃນການຜະລິດ ແລະ ການບໍລິການ ໃຫ້ມີມູນຄ່າເພີ່ມສູງຂຶ້ນ ໂດຍສຸມໃສ່ຄາດໝາຍສຳຄັນລຸ່ມນີ້:

  • ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ສະເລ່ຍໃນທົ່ວແຂວງໃຫ້ເພີ່ມຂຶ້ນຈາກ 77,3% ໃຫ້ບັນລຸ 79%, ອັດຕານັກຮຽນເຂົ້າໃໝ່ ປ 1 ບໍ່ໃຫ້ຫຼຸດ 99,3%, ອັດຕາເຂົ້າຮຽນໃໝ່ ລວມ ປ5 ໃຫ້ບັນລຸ 98%, ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນ ປ 1 ຈາກ 10,1% ໃຫ້ຫຼຸດລົງ 9,1%, ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມສຶກສາ ຈາກ 7,8% ໃຫ້ຫຼຸດລົງ 6,1%, ອັດຕາເຂົ້າຮຽນໃໝ່ລວມ ມ 4 ເພີ່ມຈາກ 62,7% ໃຫ້ບັນລຸ 65.

  • ສູ້ຊົນເຮັດໃຫ້ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຢູ່ໃນລະດັບ 8,7%, ອັດຕາສ່ວນຂອງເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານໃຫ້ຢູ່ໃນລະດັບ 20%.

ເປົ້າໝາຍ 3: ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໂດຍສະເພາະໃນເຂດຊົນນະບົດໃຫ້ສາມາດທຳການຜະລິດທີ່ໝັ້ນຄົງ, ມີລາຍຮັບຂອງຄອບຄົວໃຫ້ສູງຂຶ້ນເທື່ອລະກ້າວ ໂດຍສຸມໃສ່ຄາດໝາຍສຳຄັນ ລຸ່ມນີ້:

  • ສູ້ຊົນສ້າງບ້ານພົ້ນທຸກຕາມດໍາລັດ 348/ລບ ໃຫ້ໄດ້ 78 ບ້ານ ແລະ ສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 15.136 ຄອບຄົວ.

  • ສູ້ຊົນຍົກລະດັບຄອບຄົວພັດທະນາ ໃຫ້ໄດ້ 17.779 ຄອບຄົວ ແລະ ບ້ານພັດທະນາ ໃຫ້ໄດ້ 113 ບ້ານ.

  • ສືບຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນ 3 ຈຸດສຸມບຸລິມະສິດ ຄື: ຕັງອາໄລລະແບງ ເມືອງນອງ, ຄໍາປ່າແໜ ເມືອງຊົນນະບູລີ ແລະ ຈຽງຕູບ ເມືອງເຊໂປນ.

  • ສືບຕໍ່ສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກເທື່ອລະກ້າວ ດ້ວຍການສົ່ງເສີມການຜະລິດ ເພື່ອຈັດສັນອາຊີບໃຫ້ແກ່ຄອບຄົວຕິດພັນກັບການສົ່ງເສີມດ້ານການຕະຫຼາດ ເປັນຕົ້ນແມ່ນການລ້ຽງງົວ, ລ້ຽງແບ້, ໝູ, ສັດປີກ, ປູກກ້ວຍ, ມັນຕົ້ນ ແລະ ອື່ນໆ.

ເປົ້າໝາຍທີ 4: ສຸມໃສ່ການພັດທະນາພາຍໃນແຂວງໃຫ້ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ປະກອບມີ 3 ແຜນວຽກຈຸດສຸມ.

ເປົ້າໝາຍທີ 5: ເປີດກວ້າງການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ໂດຍສຸມໃສ່ຄາດໝາຍ ລຸ່ມນີ້:

ເປົ້າໝາຍທີ 6: ເພີ່ມທະວີການຄຸ້ມຄອງບໍລິການລັດໃຫ້ມີປະສິດທິພາບ ແລະ ສັງຄົມ ໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດ ປະກອບມີ 3 ແຜນວຽກຈຸດສຸມ, ບາງຄາດໝາຍ ແລະ ຕົວຊີ້ບອກ.